ທີ່ການພົບປະກັບທ່ານ Chan Yan Kit ເລຂາຜູ້ປະຈໍາການກະຊວງປ້ອງກັນປະເທດສິງກະໂປ, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ແລກປ່ຽນກ່ຽວກັບການກະກຽມໃຫ້ບັນດາກອງປະຊຸມການທະຫານ-ປ້ອງກັນຊາດໃນປີ ຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນ 2020.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ພົບປະກັບກຸ່ມສະມາຊິກສະພາແຫ່ງຊາດອາເມລິກາ. ພາບ: ທູຈາງ.

ທີ່ການພົບປະລະຫວ່າງທ່ານພົນໂທ ຫງວຽນຈີ໊ວິ້ງ ກັບທ່ານນາງ Andrea Thompson ຮອງລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ແລະການພົບປະກັບກຸ່ມສະມາຊິກສະພາແຫ່ງຊາດອາເມລິກາ, ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບຜົນການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ ໃນໄລຍະຜ່ານມາ. ທ່ານນາງ Andrea Thompson ຊົມເຊີຍ ຫວຽດນາມ ຜັນຂະຫຍາຍສໍາເລັດໂຮງໝໍກາງສະໜາມຂັ້ນ 2  ທີ່ ຊູດັງໃຕ້, ທ່ານນາງຍັງໃຫ້ຮູ້ວ່າ ອາເມລິກາ ປາດຖະໜາຢາກສືບຕໍ່ຮ່ວມມືກັບ ຫວຽດນາມ ໃນຂົງເຂດເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ.

ທີ່ການພົບປະລະຫວ່າງທ່ານພົນໂທ ຫງວຽນຈີ໊ວິ້ງ ກັບທ່ານ Wim Geers ລັດຖະມົນຕີປ້ອງກັນປະເທດໂຮນລັງ, ບົນພື້ນຖານການພົວພັນອັນດີງາມລະຫວ່າງສອງປະເທດ, ສອງຝ່າຍໄດ້ສະແດງຄວາມປາດຖະໜາຢາກຊຸກຍູ້ການພົວພັນດ້ານປ້ອງກັນຊາດສອງຝ່າຍ, ໃນນັ້ນມີຂົງເຂດອຸດສາຫະກໍາປ້ອງກັນຊາດ.

ໂດຍ: ເກື່ອງດັ້ງ