ທ່ານພົນຕີ ໂງມິນຕຽນ ຕີລາຄາສູງກະຊວງປ້ອງກັນປະເທດອົດສະຕາລີ ທີ່ໄດ້ໜູນຊ່ວຍກະຊວງປ້ອງກັນປະເທດຫວຽດນາມ ໃນການຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ເລກ 1 ໄປຮັບໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດັງໃຕ້, ພ້ອມທັງສະແດງຄວາມຫວັງຈະສືບຕໍ່ໄດ້ຮັບການສະໜັບສະໜູນເລື່ອງຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ເລກ 2 ໃນໄລຍະຈະມາເຖິງ. ທ່ານພົນຕີ ໂງມິນຕຽນ ເນັ້ນໜັກວ່າ ຫວຽດນາມ ແລະອົດສະຕາລີ ພ້ອມກັນແບ່ງປັນຫຼາຍທັດສະນະທີ່ບັນດາເວທີປາໄສຫຼາຍຝ່າຍ, ໃນນັ້ນມີກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ເປີດກວ້າງ (ADMM+).

leftcenterrightdel
ທ່ານພົນຕີ ໂງມິນຕຽນ ຕ້ອນຮັບທ່ານພົນຈັດຕະວາ Allan Du Toit. ພາບ: qdnd.vn.

ທ່ານພົນຈັດຕະວາ Allan Du Toit ແຈ້ງໃຫ້ທ່ານພົນຕີ ໂງມິນຕຽນ ຮັບຊາບກ່ຽວກັບຜົນສຳເລັດຂອງກອງປະຊຸມທາບທາມຄໍາເຫັນດ້ານປ້ອງກັນຊາດຊ່ອງ 1.5 ຫວຽດນາມ-ອົດສະຕາລີ ຄັ້ງທີ 7. ທ່ານພົນຈັດຕະວາ Allan Du Toit ເນັ້ນໜັກວ່າ ການພົວພັນສອງຝ່າຍ ອົດສະຕາລີ-ຫວຽດນາມ ໄດ້ຮັບການພັດທະນາທີ່ດີງາມຢ່າງບໍ່ຢຸດຢັ້ງໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ ແລະສະແດງຄວາມເຊື່ອໝັ້ນວ່າສາຍພົວພັນນີ້ຈະນັບມື້ນັບໄດ້ຮັບການຮັດແໜ້ນກວ່າອີກໃນໄລຍະຈະມາເຖິງ. ທ່ານພົນຈັດຕະວາ Allan Du Toit ຢັ້ງຢືນວ່າຝ່າຍ ອົດສະຕາລີປາດຖະໜາຢາກສືບຕໍ່ໜູນຊ່ວຍ ຫວຽດນາມ ໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ.

ໂດຍ: ຈາງຫງວຽນ