ບົດລາຍງານຂອງວິທະຍາຄານການແພດ ໂດຍທ່ານພົນຕີ ໂດ໊ກວຽດ, ຜູ້ອຳນວຍການວິທະຍາຄານການແພດ ຊີ້ແຈ້ງວ່າ: ໜ້າທີ່ການເມືອງຂອງວິທະຍາຄານການແພດແມ່ນກໍ່ສ້າງຫຼາຍຂະແໜງ, ຫຼາຍຊັ້ນຂອງຂະແໜງການແພດ-ການຢາໃຫ້ແກ່ກອງທັບນັບແຕ່ຊັ້ນຕົ້ນ, ຊັ້ນກາງເຖິງຊັ້ນວິທະຍາໄລ, ມະຫາວິທະຍາໄລ, ເໜືອມະຫາວິທະຍາໄລ, ເພື່ອຮັບໃຊ້ພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກໍາ ແລະທັນສະໄໝ ແລະການຮ່ວມມືກໍ່ສ້າງລະດັບສາກົນ; ກວດ, ປິ່ນປົວພະຍາດ, ສົ່ງເສີມສຸຂະພາບໃຫ້ແກ່ທະຫານ, ບັນດາເປົ້າໝາຍປະກັນສຸຂະພາບ ແລະປະຊາຊົນ; ຝຶກແອບ, ສ້າງໂຮງໝໍກາງສະໜາມຂັ້ນ 2 ເລກ 2 ກຽມພ້ອມເຂົ້າຮ່ວມໜ້າທີ່ຮັກສາສັນຕິພາບຂອງສະຫະປະຊາຊາດໃນທ້າຍປີ 2019 ....

leftcenterrightdel
ທ່ານພົນເອກ ໂງຊວນລິກ ສະຫຼຸບການເຮັດວຽກກັບວິທະຍາຄານການແພດ. ພາບ: ຈູແອັງ.

ສະຫຼຸບການເຮັດວຽກ, ທ່ານພົນເອກ ໂງຊວນລິກ ຕີລາຄາສູງໝາກຜົນ ເຊິ່ງ ວິທະຍາຄານການແພດ ບັນລຸໄດ້ໃນຊຸມປີຜ່ານມາ, ໃນນັ້ນພິເສດແມ່ນບັນດາຜົນງານກ່ຽວກັບການຄົ້ນຄວ້າວິທະຍາສາດ, ການສິດສອນ ແລະໜ້າທີ່ກວດ, ປິ່ນປົວພະຍາດຢູ່ບັນດາຮາກຖານກວດ, ປິ່ນປົວພະຍາດສັງກັດວິທະຍາຄານການແພດ. ເພື່ອເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃຫ້ດີກວ່າເກົ່າ, ທ່ານພົນເອກ ໂງຊວນລິກ ຮຽກຮ້ອງໃຫ້ຄະນະພັກ, ຄະນະອໍານວຍການວິທະຍາຄານການແພດ ຈົ່ງສືບຕໍ່ນໍາໜ້າໃນການປ່ຽນແປງໃໝ່ເນື້ອໃນ, ຂັ້ນຕອນ ແລະໂຄງການກໍ່ສ້າງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ແລະກອງທັບໃນສະພາບການໃໝ່.

leftcenterrightdel
ທ່ານພົນເອກ ໂງຊວນລິກ ພ້ອມກັບຄະນະປະຕິບັດງານກະຊວງປ້ອງກັນປະເທດ ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງສໍານັກງານໂຮງໝໍເສນາຮັກ 103. ພາບ: ຈູແອັງ.
leftcenterrightdel
 
leftcenterrightdel
ທ່ານພົນເອກ ໂງຊວນລິກ ລະດົມກໍາລັງໃຈພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 2 ພວມຝຶກແອບຢູ່ວິທະຍາຄານການແພດ. ພາບ: ຈູແອັງ.
leftcenterrightdel
ທ່ານພົນເອກ ໂງຊວນລິກ ພ້ອມກັບຄະນະປະຕິບັດງານກະຊວງປ້ອງກັນປະເທດ ກວດກາເງື່ອນໄຂເຮັດວຽກຢູ່ໂຮງໝໍເສນາຮັກ 103 (ວິທະຍາຄານການແພດ). ພາບ: ຈູແອັງ.

ທ່ານພົນເອກ ໂງຊວນລິກ ຮຽກຮ້ອງໃຫ້ວິທະຍາຄານການແພດພ້ອມກັບບັນດາກົມກອງທີ່ກ່ຽວຂ້ອງສືບຕໍ່ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດຫວຽດນາມ ແລະຜູ້ຮັບເໝົາຢ່າງແໜ້ນແຟ້ນ ເພື່ອຍູ້ໄວຄວາມຄືບໜ້າໂຄງການກໍ່ສ້າງໂຮງໝໍເສນາຮັກ 103, ນໍາກິດຈະການນີ້ເຂົ້າເຄື່ອນໄຫວນໍາໃຊ້ໂດຍໄວ, ຮັບໃຊ້ວຽກງານການສຶກສາ-ກໍ່ສ້າງ ແລະຍົກສູງຄຸນນະພາບການກວດ, ປິ່ນປົວພະຍາດໃຫ້ແກ່ທະຫານ ແລະປະຊາຊົນ.

ໂດຍ: ທະນາພອນ