leftcenterrightdel
ທ່ານພົນໂທ ຫງວຽນເຟືອງນາມ ຕ້ອນຮັບທ່ານພັນເອກ Syed Muhammad Raza Ul Hasnain. ພາບ: qdnd.vn.

ທ່ານພົນໂທ ຫງວຽນເຟືອງນາມ ໄດ້ກ່າວຄໍາອວຍພອນທ່ານພັນເອກ Syed Muhammad Raza Ul Hasnain ທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນທີ່ປຶກສາທູດປ້ອງກັນຊາດປາກິດສະຖານ ປະຈໍາໄທ ແລະຫວຽດນາມ. ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນເຟືອງນາມ ໄດ້ແລກປ່ຽນກັບທ່ານພັນເອກ Syed Muhammad Raza Ul Hasnain ກ່ຽວກັບຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ ແລະທິດທາງຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນສຸມໃສ່ເຂົ້າໃນບັນດາຂົງເຂດແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ການສຶກສາ-ກໍ່ສ້າງ...

ທ່ານພົນໂທ ຫງວຽນເຟືອງນາມ ເນັ້ນໜັກວ່າກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ກຽມພ້ອມຮັບເອົາບັນດາສຳມະນາກອນການທະຫານປາກິດສະຖານ ມາຮຽນພາສາຫວຽດນາມ. ສ່ວນທ່ານພັນເອກ Syed Muhammad Raza Ul Hasnain ກໍ່ໄດ້ສະແດງຄວາມເຊື່ອໝັ້ນຕໍ່ການພົວພັນ ປາກິດສະຖານ-ຫວຽດນາມ ຈະນັບມື້ນັບພັດທະນາໃນບັນດາຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ.

ໂດຍ: ກວຽດເຕິມ