ທີ່ການຕ້ອນຮັບ, ທ່ານ Tim Huxley ໄດ້ແຈ້ງໃຫ້ທ່ານພົນໂທ ຫງວຽນຈີ໊ວິ້ງ ຮັບຊາບກ່ຽວກັບເນື້ອໃນ, ລາຍການ ແລະບັນດາຫົວຂໍ້ທີ່ການເຈລະຈາ Shangri - La 2019. ທ່ານ Tim Huxley ໃຫ້ຮູ້ວ່າ, ມາຮອດເວລານີ້ມີລັດຖະມົນຕີກະຊວງປ້ອງກັນປະເທດຈໍານວນ 21 ທ່ານ ຢັ້ງຢືນວ່າຈະເຂົ້າຮ່ວມການເຈລະຈາ Shangri-La, ໃນນັ້ນມີ 13 ທ່ານຈະຂຶ້ນກ່າວຄໍາເຫັນທີ່ກອງປະຊຸມ. ທ່ານ Tim Huxley  ຕີລາຄາສູງບົດບາດຂອງຫວຽດນາມ ໃນຊຸມປີຜ່ານມາ, ຢັ້ງຢືນວ່າການເຂົ້າຮ່ວມຂອງຫວຽດນາມ ຈະປະກອບສ່ວນນໍາມາເຊິ່ງຜົນສໍາເລັດໃຫ້ແກ່ບັນດາວາລະການເຈລະຈາ ກໍ່ຄືສັນຕິພາບຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ຕ້ອນຮັບທ່ານ Tim Huxley ຜູ້ອໍານວຍການບໍລິຫານ IISS ປະຈໍາສິງກະໂປ. ພາບ: ລິງແອວງ.

ທ່ານພົນໂທ ຫງວຽນຈີ໊ວິ້ງ ຢັ້ງຢືນວ່າ, ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະຈະເຂົ້າຮ່ວມປະກອບສ່ວນຢ່າງຕັ້ງໜ້າທີ່ການເຈລະຈາຄັ້ງນີ້;  ຕີລາຄາສູງບົດບາດຂອງການເຈລະຈາ Shangri-La ກໍ່ຄືບັນດາຫົວຂໍ້ທີ່ຈະໄດ້ນຳມາປຶກສາຫາລືທີ່ການເຈລະຈາ Shangri-La 2019 ນີ້.

ໂດຍ: ໄຊຊະນະ