leftcenterrightdel
ການນຳກອງບັນຊາການກອງພົນໃຫຍ່ 2 ຕ້ອນຮັບທ່ານພົນເອກ ເລືອງເກື່ອງ ລົງຢ້ຽມຢາມ ແລະເຮັດວຽກ. ພາບ: ດ່າວຮົ່ງ.

ທີ່ການເຮັດວຽກກັບກອງພົນ 325 (ກອງພົນໃຫຍ່ 2), ພາຍຫຼັງຮັບຟັງການນໍາ, ຜູ້ບັນຊາການກົມກອງ ລາຍງານໝາກຜົນການປະຕິບັດໜ້າທີ່ຂອງກອງພົນໃນໄລຍະຜ່ານມາ ແລະຊຸມເດືອນຕົ້ນປີ 2019, ທ່ານພົນເອກ ເລືອງເກື່ອງ ໄດ້ຮັບຮູ້, ຍ້ອງຍໍຊົມເຊີຍບັນດາຜົນງານ ເຊິ່ງ ພະນັກງານ, ນັກຮົບກອງພົນບັນລຸໄດ້; ພ້ອມທັງຮຽກຮ້ອງໃຫ້ກອງພົນສືບຕໍ່ຊາບຊຶມຢ່າງເລິກເຊິ່ງ, ປະຕິບັດມະຕິສູນກາງ 4, ຊຸດທີ XII ກ່ຽວກັບການເພີ່ມທະວີການກໍ່ສ້າງ, ປັບປຸງພັກ; ຄໍາສັ່ງເລກທີ 05 ຂອງກົມການເມືອງ ແລະຄໍາສັ່ງເລກທີ 87 ຂອງຄະນະພັກການທະຫານສູນກາງກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນດໍາລົງຊີວິດຂອງປະທານໂຮ່ຈີມິນ ຢ່າງເຂັ້ມງວດ...

leftcenterrightdel
 ທ່ານພົນເອກ ເລືອງເກື່ອງ ປູກຕົ້ນໄມ້ເປັນທີ່ລະນຶກຢູ່ກອງພົນ 325. ພາບ: ດ່າວຮົ່ງ.

ພ້ອມກັນນັ້ນ, ສຸມໃສ່ກວດກາຄືນແຜນການໜ້າທີ່ປີ 2019 ຂອງກະຊວງ ແລະກອງພົນໃຫຍ່ເພື່ອເພີ່ມເຕີມໃຫ້ເໝາະສົມ. ກອງພົນ ຄວນຮັກສາລະບຽບວິໄນ, ການກຽມພ້ອມສູ້ຮົບ; ສົມທົບຢ່າງແໜ້ນແຟ້ນກັບບັນດາກໍາລັງ, ພິເສດແມ່ນຄະນະພັກ, ອຳນາດການປົກຄອງທ້ອງຖິ່ນເພື່ອແກ້ໄຂທຸກກໍລະນີຢ່າງທັນການ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ໂດຍບັງເອີນ. ສືບຕໍ່ຍົກສູງຄຸນນະພາບການຝຶກແອບ, ຮັບປະກັນຄວາມປອດໄພຢ່າງເດັດຂາດ; ຄຸ້ມຄອງພະນັກງານ, ສະມາຊິກພັກຢ່າງແໜ້ນແຟ້ນ ແລະຕີລາຄາຖືກຕ້ອງເພື່ອມີມາດຕະການບໍາລຸງສ້າງໃຫ້ເໝາະສົມ ແລະມີປະສິດທິຜົນ. ຄຽງຂ້າງນັ້ນ, ຍົກສູງຄຸນນະພາບວຽກງານກວດກາ, ຕິດຕາມກວດກາ, ແກ້ໄຂກໍລະນີລະເມີດລະບຽບວິໄນຢ່າງເຂັ້ມງວດ; ເຮັດວຽກງານສຶກສາເປັນປະຈໍາ, ຊາບຊຶມໜ້າທີ່, ກໍ່ສ້າງໃຫ້ພະນັກງານ, ນັກຮົບມີຄຸນນະທາດການເມືອງໝັ້ນຄົງ, ອຸ່ນອ່ຽນໃຈປະຕິບັດງານ...

ໂດຍ: ເຈິ່ນຮວ່ຽນ