leftcenterrightdel
ການນຳກອງບັນຊາການຕຳຫຼວດທະເລຕ້ອນຮັບທ່ານພົນເອກ ເລືອງເກື່ອງ. ພາບ: ຈູແອັງ.

ລາຍງານກັບທ່ານພົນເອກ ເລືອງເກື່ອງ ພ້ອມກັບຄະນະປະຕິບັດງານ, ທ່ານພົນຕີ ຮວ່າງວັນດົ່ງ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການຕຳຫຼວດທະເລ ຊີ້ແຈ້ງວ່າ: ຜ່ານການກໍ່ສ້າງ ແລະເຕີບໃຫຍ່ມາເປັນເວລາກວ່າ 20 ປີ, ພະນັກງານ, ນັກຮົບຕຳຫຼວດທະເລຮຸ່ນຕ່າງໆຍາມໃດກໍ່ມີຄວາມຮັບຜິດຊອບຕໍ່ພັກ, ລັດ, ກອງທັບ ແລະປະຊາຊົນ; ເສີມຂະຫຍາຍເຈດຈຳນົງກຸ້ມຕົນເອງ,  ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມສາມັກຄີ, ປະດິດຄິດສ້າງ; ດ້ວຍຈິດໃຈພິລະອາດຫານ, ເຈດຈຳນົງບຸກໂຈມຕີ, ກຳລັງເຫື່ອແຮງ, ສະຕິປັນຍາ ແລະທັງເສຍສະຫຼະຊີວິດເລືອດເນື້ອ, ສ້າງວິລະກຳ ແລະຜົນງານຫຼາຍຢ່າງທີ່ໜ້າເອກອ້າງທະນົງໃຈ.

leftcenterrightdel
ທ່ານພົນເອກ ເລືອງເກື່ອງ ສະຫຼຸບການເຮັດວຽກກັບກອງບັນຊາການຕຳຫຼວດທະເລ. ພາບ: ຈູແອັງ.

ສະຫຼຸບການເຮັດວຽກ, ທ່ານພົນເອກ ເລືອງເກື່ອງ ໄດ້ຍ້ອງຍໍຊົມເຊີຍບັນດາໝາກຜົນ, ຜົນງານເຊິ່ງພະນັກງານ, ນັກຮົບກຳລັງຕຳຫຼວດທະເລຮຸ່ນຕ່າງໆບັນລຸໄດ້. ທ່ານຍັງເນັ້ນໜັກວ່າ, ທະເລ, ໝູ່ເກາະຂອງ ຫວຽດນາມ ມີທີ່ຕັ້ງ, ບົດບາດສຳຄັນຕໍ່ພາລະກິດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ, ທ່ານພົນເອກ ເລືອງເກື່ອງ ຮຽກຮ້ອງໃຫ້ກຳລັງຕຳຫຼວດທະເລຈົ່ງສືບຕໍ່ຊາບຊຶມທັດສະນະ, ແນວທາງຂອງພັກ, ນະໂຍບາຍ ແລະກົດໝາຍຂອງລັດກ່ຽວກັບການສ້າງສາ ແລະປົກປັກຮັກສາປະເທດຊາດ; ໜ້າທີ່ຂອງກອງທັບ, ໜ້າທີ່ຂອງຕຳຫຼວດທະເລຫວຽດນາມ ແລະຂອງແຕ່ລະກົມກອງ; ເຮັດວຽກງານສຶກສາການເມືອງ, ນຳພາແນວຄິດ; ກໍ່ສ້າງຄຸນທາດການເມືອງ, ຄຸນສົມບັດປະຕິວັດ, ຍົກສູງຄວາມຮັບຮູ້ໃຫ້ແກ່ພະນັກງານ, ນັກຮົບເປັນຢ່າງດີ. ສົມທົບກັບບັນດາກຳລັງປະຕິບັດກົດໝາຍບົນທະເລ, ບັນດາອົງການກ່ຽວຂ້ອງຂອງປະເທດຕ່າງໆ ເພື່ອມີມາດຕະການແກ້ໄຂໃຫ້ເໝາະສົມ, ຮັບປະກັນການປົກປັກຮັກສາອຳນາດອະທິປະໄຕ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມໝັ້ນຄົງ ແລະຄວາມປອດໄພຢູ່ທະເລ...

ໂດຍ: ສົມເພັດ