ໃນວັນທີ 6 ພຶດສະພາ (ຕາມເວລາ ກູບາ), ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການເຈລະຈານະໂຍບາຍດ້ານປ້ອງກັນຊາດກັບຄະນະຜູ້ແທນກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ຢູ່ນະຄອນຫຼວງ ລາ​ຮາ​ວານ. ເຂົ້າຮ່ວມການເຈລະຈາມີທ່ານພົນໂທ ຫງວຽນຈີວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ; ທ່ານພົນໂທ Leopoldo Cintra Frias, ກໍາມະການກົມການເມືອງ, ລັດຖະມົນຕີກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ; ທ່ານພົນໂທ Alvaro Lopez Miera, ກໍາມະການກົມການເມືອງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີຜູ້ທີ 1 ແລະບັນດາການນໍາຂອງກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ.

leftcenterrightdel
ບັນຍາກາດທີ່ການເຈລະຈານະໂຍບາຍດ້ານປ້ອງກັນຊາດຫວຽດນາມ-ກູບາ. ພາບ: qdnd.vn

ທີ່ການເຈລະຈາ, ສອງຝ່າຍກໍ່ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນຂອງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ, ພ້ອມທັງເຫັນດີຊຸກຍູ້ການຮ່ວມມືໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນເພື່ອແນໃສ່ຍົກສູງກຳລັງຄວາມສາມາດບົ່ມຊ້ອນດ້ານປ້ອງກັນຊາດຂອງແຕ່ລະປະເທດ ເພື່ອປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຮັກສາຜົນງານຂອງການປະຕິວັດໄວ້ຢ່າງໝັ້ນຄົງ.

ສອງຝ່າຍຢັ້ງຢືນວ່າຈະສືບຕໍ່ຮ່ວມມືໃນບັນດາຂົງເຂດທີ່ໄດ້ເຫັນດີເປັນເອກະພາບໃນແຜນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ. ຝ່າຍກູບາ ສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນຂົງເຂດຄ້ຳປະກັນສະບຽງອາຫານ, ອຸດສາຫະກໍາປ້ອງກັນຊາດ. ສອງຝ່າຍເຫັນດີເປັນເອກະພາບນຳກັນວ່າໃນປີ 2020, ຫວຽດນາມ ແລະກູບາ ຈະຈັດຕັ້ງບັນດາການເຄື່ອນໄຫວຢ່າງແທດຈິງ, ມີປະສິດທິຜົນ ແລະສະຫງ່າຜ່າເຜີຍ ເພື່ອແນໃສ່ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນດ້ານປ້ອງກັນຊາດສອງຝ່າຍ, ເພື່ອແນໃສ່ຊຸກຍູ້ຮ່ວມມືຢ່າງແທດຈິງ ແລະໂຄສະນາເຜີຍແຜ່, ສຶກສາມູນເຊື້ອທີ່ດີງາມໃຫ້ແກ່ພະນັກງານ, ນັກຮົບ ແລະພິເສດແມ່ນໃຫ້ລຸ້ນໜຸ່ມຂອງສອງປະເທດ.

ໂດຍ: ຈາງຫງວຽນ