leftcenterrightdel
ນາຍທະຫານ ແລະລູກເຮືອຂອງກໍາປັ່ນໝາຍເລກ 016-ກວາງຈູງ ເຄົາລົບທ່າກໍາປັ່ນ ເດີນທາງໄປປະຕິບັດໜ້າທີ່. ພາບ: qdnd.vn.

ເລື່ອງສົ່ງກໍາປັ່ນໝາຍເລກ 016-ກວາງຈູງ ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ເຂົ້າຮ່ວມການຊ້ອມຮົບ ADMM+ ກ່ຽວກັບຄວາມໝັ້ນຄົງໃນການເດີນທະເລ ແລະເຂົ້າຮ່ວມງານວາງສະແດງ IMDEX 2019 ຢູ່ ສິງກະໂປ ແມ່ນເພື່ອແນໃສ່ປະຕິບັດທັດສະນະຊີ້ນໍາຂອງຄະນະພັກການທະຫານສູນກາງ - ກະຊວງປ້ອງກັນປະເທດ, ແນວທາງການພົວພັນຕ່າງປະເທດຂອງພັກ, ລັດກ່ຽວກັບການຕັ້ງໜ້າ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ ແລະປະຕິບັດຕາມການຕົກລົງຂອງການນໍາກະຊວງປ້ອງກັນປະເທດບັນດາປະເທດ ADMM+ ກໍ່ຄືການປະຕິບັດຄວາມຮັບຜິດຊອບຂອງທະຫານເຮືອປະຊາຊົນຫວຽດນາມ ແມ່ນສະມາຊິກກອງປະຊຸມຜູ້ບັນຊາການທະຫານເຮືອບັນດາປະເທດອາຊຽນ (ANCM).

leftcenterrightdel
ກໍາປັ່ນໝາຍເລກ 016-ກວາງຈູງ ອອກຈາກທ່າກໍາປັ່ນທະຫານກາມແຣງ ໄປສິງກະໂປ. ພາບ: qdnd.vn.

ການເດີນທາງກໍ່ເພື່ອແນໃສ່ສະແດງການສະໜັບສະໜູນຂອງກະຊວງປ້ອງກັນປະເທດ ແລະທະຫານເຮືອປະຊາຊົນຫວຽດນາມ ຕໍ່ກັບກະຊວງປ້ອງກັນປະເທດ ແລະທະຫານເຮືອສິງກະໂປ ໃນການຈັດຕັ້ງບັນດາການເຄື່ອນໄຫວ, ເຫດການສາກົນ; ສະແດງເຈດຕະນາເພີ່ມທະວີການພົວພັນກັບກອງທັບ ແລະທະຫານເຮືອສິງກະໂປ; ພ້ອມທັງປັບປຸງ ແລະເພີ່ມທະວີການພົວພັນຮ່ວມມືມິດຕະພາບກັບທະຫານເຮືອບັນດາປະເທດອາຊຽນ ແລະທະຫານເຮືອບັນດາປະເທດໃນພາກພື້ນໃຫ້ຫຼາຍກວ່າອີກ. ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ທະຫານເຮືອປະຊາຊົນຫວຽດນາມ ສືບຕໍ່ຮໍ່າຮຽນເອົາບົດຮຽນ, ກະກຽມເປັນເຈົ້າພາບຈັດຕັ້ງບັນດາການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດໃນປີທີ່ຫວຽດນາມ ເປັນປະທານອາຊຽນ 2020.

ໂດຍ: ຈາງຫງວຽນ