leftcenterrightdel
ສົ່ງຜູ້ປະທ້ວງ ປາແລັດສະຕິນທີ່ຖືກຮັບບາດເຈັບໃນການປະທະກັບກຳລັງປ້ອງກັນຄວາມສະຫງົບອິດສະຣາແອັນ ເມື່ອວັນທີ 26 ເມສາ (ພາບ: THX/TTXVN)

ວັນທີ 29 ເມສາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດຕັ້ງວາລະປຶກສາຫາລືເປີດປະຈຳງວດດ້ວຍຫົວຂໍ້ວ່າ “ສະພາບການຢູ່ຕາເວັນອອກກາງ, ໃນນັ້ນມີບັນຫາປາແລັດສະຕີນ” ພາຍໃຕ້ການເປັນປະທານຂອງປະເທດເຢຍລະມັນ, ຊຶ່ງເປັນປະເທດທີ່ພວມດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ເດືອນເມສາ 2019.

ເຂົ້າຮ່ວມກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ ອຸປະທູດຊົ່ວຄາວຄະນະຜູ້ແທນຫວຽດນາມ ປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ ແລະກ່າວປະນາມທຸກໆການກະທຳທີ່ໃຊ້ຄວາມຮຸນແຮງເພື່ອແນໃສ່ສາມັນຊົນ, ແບ່ງປັນຄວາມວິຕົກກັງວົນຕໍ່ການນຳໃຊ້ກຳລັງທະຫານເກີນລະດັບ, ການເປີດກ້ວາງເຂດຕັ້ງຖິ່ນຖານຄົງທີ່ຂອງ ອິດສະຣາແອັນ ແລະການຍິງລູກສອນໄຟຈາກເຂດ Gaza ໃສ່ເຂດພົນລະເຮືອນ

ຫວຽດນາມ ຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງຕ້ອງລະງັບໃຈ, ຫຼີກລ້ຽງທຸກການກະທຳທີ່ສ້າງຄວາມເຄັ່ງຕຶງຂຶ້ນຂັ້ນໄດ, ສະເໜີໃຫ້ລັດຖະບານອິດສະຣາແອນ ແລະອຳນາດການປົກຄອງປາແລັດສະຕິນ ຕ້ອງມີການກະທຳຢ່າງຮີບດ່ວນເພື່ອບໍ່ໃຫ້ສະພາບການມະນຸດສະທຳຢູ່ເຂດ Gaza ຮ້າຍແຮງຕື່ມອີກ.

ຫວຽດນາມ ສືບຕໍ່ຢັ້ງຢືນການສະໜັບສະໜູນຢ່າງແຮງໃຫ້ແກ່ການຕໍ່ສູ້ເປັນທຳຂອງປະຊາຊົນປາແລັດສະຕິນ, ຢັ້ງຢືນວ່າ “ສອງປະເທດ” ແມ່ນມາດຕະການແກ້ໄຂໜຶ່ງດຽວໃຫ້ແກ່ການປະທະນີ້.

ແຫຼ່ງຄັດຈາກ: vovworld.vn