ກໍາລັງຕໍາຫຼວດທະເລສອງປະເທດຫວຽດນາມ ແລະຈີນ ໄດ້ດໍາເນີນການເຈລະຈາຢູ່ກໍາປັ່ນຕໍາຫຼວດທະເລໝາຍເລກ 8004 ເພື່ອເຫັນດີເປັນເອກະພາບວິທີການ, ແຜນການກວດກາອາຊີບຫາປາປະສົມຢູ່ອ່າວພາກເໜືອ.

leftcenterrightdel
ຕໍາຫຼວດທະເລຫວຽດນາມ ແລະຈີນ ພົບປະສັງສັນກັນກ່ອນການກວດກາອາຊີບຫາປາປະສົມປີ 2019. ພາບ: ສໍານັກຂ່າວສານຫວຽດນາມ.

ການກວດກາຄັ້ງນີ້, ກໍາລັງຕໍາຫຼວດທະເລສອງປະເທດຈະດໍາເນີນການກວດກາ, ຕິດຕາມກວດກາສັນຍາຮ່ວມມືອາຊີບຫາປາຢູ່ 9 ຈຸດໃນເຂດຫາປາລວມຢູ່ອ່າວພາກເໜືອ. ທ່ານພັນເອກ ເລືອງກາວຂາຍ ຮອງຜູ້ບັນຊາການຕໍາຫຼວດທະເລເຂດ 1 ໃຫ້ຂໍ້ສັງເກດວ່າ, ໃນໄລຍະຜ່ານມາ, ການພົວພັນຮ່ວມມືລະຫວ່າງຕໍາຫຼວດທະເລຫວຽດນາມ ແລະຕໍາຫຼວດທະເລຈີນ ພັດທະນາຢ່າງວ່ອງໄວ, ຖືກຕາມທິດ ແລະມີລັກສະນະແທດຈິງ. ບັນດາການເຄື່ອນໄຫວໃນການກວດກາຄັ້ງນີ້ໄດ້ປະກອບສ່ວນເພີ່ມທະວີຄວາມຮູ້, ການຮ່ວມມື, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງລັດຖະບານ ແລະປະຊາຊົນສອງປະເທດເວົ້າລວມ, ກໍາລັງຕໍາຫຼວດທະເລສອງປະເທດ ຫວຽດນາມ-ຈີນ ເວົ້າສະເພາະ.

ການກວດກາອາຊີບຫາປາປະສົມຢູ່ອ່າວພາກເໜືອຫວຽດນາມ-ຈີນ ປີ 2019 ໄດ້ດໍາເນີນແຕ່ວັນທີ 24-26 ເມສາ.

ໂດຍ: ທະນາພອນ