ວາລະປະຊຸມດັ່ງກ່າວເພື່ອແນໃສ່ຕີລາຄາບັນດາການເຄື່ອນໄຫວຂອງອົງການ CISM ປີ 2018; ປຶກສາຫາລືທິດທາງການເຄື່ອນໄຫວໃນໄລຍະຈະມາເຖິງ, ພ້ອມທັງເປັນໂອກາດພົບປະແລກປ່ຽນ, ປະກອບສ່ວນເພີ່ມທະວີການພົວພັນສາມັກຄີມິດຕະພາບລະຫວ່າງກອງທັບບັນດາປະເທດໃນໂລກ.

ຢັ້ງຢືນຄວາມຮັບຜິດຊອບ, ຈັດຕັ້ງວາລະປະຊຸມຢ່າງຮອບຄອບຖີ່ຖ້ວນ

ວາລະປະຊຸມ CISM ຄັ້ງທີ 74 ມີຜູ້ແທນກວ່າ 340 ຄົນທີ່ມາຈາກກວ່າ 90 ປະເທດສະມາຊິກ ແລະປະເທດສັງເກດການເຂົ້າຮ່ວມ. ທ່ານພົນຕີ ຫງວຽນເຕິນເກືອງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ ແລະກ່າວຄໍາເຫັນໄຂພິທີ.

leftcenterrightdel
ພິທີເຄົາລົບທຸງຊາດຫວຽດນາມ ທີ່ພິທີໄຂ. ພາບ: qdnd.vn.

ກ່າວຄໍາເຫັນໄຂວາລະປະຊຸມ CISM ຄັ້ງທີ 74, ທ່ານພົນຕີ ຫງວຽນເຕິນເກືອງ ເນັ້ນໜັກວ່າ: ດ້ວຍຄວາມເປັນກຽດ, ຄວາມຮັບຜິດຊອບຂອງປະເທດເຈົ້າພາບຈັດຕັ້ງວາລະປະຊຸມ, ດ້ວຍນໍ້າໃຈຮັກແພງແຂກຂອງຫວຽດນາມ, ໃນຊຸມວັນຜ່ານມາ, ກອງທັບປະຊາຊົນຫວຽດນາມ ໄດ້ສຸມໃສ່ປະຕິບັດວຽກງານກະກຽມເປັນຢ່າງດີເພື່ອໃຫ້ວາລະປະຊຸມດໍາເນີນປະສົບຜົນສໍາເລັດຢ່າງຈົບງາມ. ທ່ານພົນຕີ ຫງວຽນເຕິນເກືອງ ປາດຖະໜາວ່າ, ວາລະປະຊຸມດັ່ງກ່າວຈະປະກອບສ່ວນເພີ່ມທະວີນໍ້າໃຈສາມັກຄີມິດຕະພາບ, ການຮ່ວມມືໃນຂົງເຂດກິລາລະຫວ່າງກອງທັບປະຊາຊົນຫວຽດນາມກັບກອງທັບປະເທດຕ່າງໆຢູ່ພາກພື້ນ ແລະໃນໂລກຫຼາຍກວ່າອີກ. ນີ້ຍັງແມ່ນໂອກາດເພື່ອໃຫ້ບັນດາຜູ້ແທນສາກົນ ເຂົ້າຮ່ວມວາລະປະຊຸມ ຢ້ຽມຢາມທັດສະນີຍະພາບ, ຊອກຮູ້ປະເທດຊາດ, ປະຊາຊົນ ແລະມູນເຊື້ອປະຫວັດສາດ, ວັດທະນະທໍາຂອງຫວຽດນາມ ແລະກອງທັບປະຊາຊົນຫວຽດນາມ.

leftcenterrightdel
ທ່ານພົນຕີ ຫງວຽນເຕິນເກືອງ ມອບຫຼຽນກາລະນຶກໃຫ້ບັນດາຄະນະ. ພາບ: qdnd.vn.

ວາລະປະຊຸມ CISM ຄັ້ງທີ 74 ໄດ້ດໍາເນີນໃນລະຫວ່າງວັນທີ 24-28 ເມສາ ດ້ວຍບັນດາການເຄື່ອນໄຫວ ຄື: ຕີລາຄາບັນດາການເຄື່ອນໄຫວຂອງ CISM ປີ 2018, ວາງອອກທິດທາງການເຄື່ອນໄຫວໃນໄລຍະຈະມາເຖິງ. ໃນຂອບເຂດວາລະປະຊຸມ ຍັງດໍາເນີນບັນດາການເຄື່ອນໄຫວເຕະບານມິດຕະພາບ, ຢ້ຽມຊົມບາງສະຖານທີ່, ເຂດປູຊະນີຍະສະຖານປະຫວັດສາດໃນບໍລິເວນນະຄອນໂຮ່ຈີມິນ ແລະທ້ອງຖິ່ນຈຳນວນໜຶ່ງ.

ຕີລາຄາກ່ຽວກັບວຽກງານຈັດຕັ້ງວາລະປະຊຸມ, ທ່ານພັນໂທ Edson Aita, ຫົວໜ້າຄະນະກໍາມະການພິທີການ ແລະຈັດຕັ້ງເຫດການ ໃຫ້ຮູ້ວ່າ: ນີ້ແມ່ນວາລະປະຊຸມທີ່ໄດ້ຮັບການຈັດຕັ້ງຢ່າງຮອບຄອບຖີ່ຖ້ວນ ແລະປະສົບຜົນສໍາເລັດທີ່ສຸດໃນບັນດາວາລະປະຊຸມ CISM ຄັ້ງຕ່າງໆ. ພວກຂ້າພະເຈົ້າຮູ້ສຶກປະທັບໃຈຕໍ່ກັບວຽກງານຈັດຕັ້ງຂອງຫວຽດນາມ, ກ່ຽວກັບກອງທັບ, ປະຊາຊົນ ກໍ່ຄືປະເທດຫວຽດນາມ. ບັນດາເຫດການນີ້ໄດ້ຊ່ວຍໃຫ້ກອງທັບບັນດາປະເທດໃນໂລກມີໂອກາດຊອກຮູ້, ພົບປະແລກປ່ຽນວັດທະນະທໍາ, ຕິດພັນກັບປະຊາຊົນ ແລະກອງທັບຫວຽດນາມ ໃຫ້ຫຼາຍກວ່າອີກ.

ເພີ່ມທະວີຄວາມສາມັກຄີມິດຕະພາບ

ຫວຽດນາມ ກາຍເປັນສະມາຊິກທີ 118 ຂອງ CISM ນັບແຕ່ປີ 1998, ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງ CISM, ເປັນເຈົ້າການໃນການຈັດຕັ້ງ ແລະເຂົ້າຮ່ວມບັນດາການເຄື່ອນໄຫວຂອງ CISM,   ຄື: ການແຂ່ງຂັນກິລາ, ງານມະຫາກໍາກິລາທະຫານ, ບັນດາວາລະປະຊຸມດ້ານວິຊາສະເພາະ... ຫວຽດນາມ ເປັນເຈົ້າພາບຈັດຕັ້ງວາລະປະຊຸມຄະນະບໍລິຫານງານໃນປີ 2001,  ງານແຂ່ງຂັນ Taewondo ທະຫານໂລກ ປີ 2011, ປີ 2012 ແລະປີ 2019 ແມ່ນວາລະປະຊຸມ CISM ຄັ້ງທີ 74. ຜ່ານບັນດາເວທີປາໄສຂອງ CISM, ຫວຽດນາມ ໄດ້ແນະນໍາພາບພົດຂອງກອງທັບ ແລະປະເທດຫວຽດນາມ ກັບເພື່ອນມິດໃນໂລກ.

leftcenterrightdel
ການນໍາກອງທັບປະຊາຊົນຫວຽດນາມ, CISM ຖ່າຍຮູບເປັນທີ່ລະນຶກພ້ອມກັບບັນດາຜູ້ແທນ. ພາບ: qdnd.vn.

ກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ຈັດສົ່ງນັກກິລາເຂົ້າຮ່ວມບັນດາການແຂ່ງຂັນຂອງ CISM ຢູ່ບັນດາລາຍການ, ຄື: Taekwondo, ຍິງປືນ, ແລ່ນ-ລານ, ມວຍ, judo ... ຄຽງຂ້າງການເຂົ້າຮ່ວມງານແຂ່ງຂັນ, ໃນແຕ່ລະປີ, ກອງທັບປະຊາຊົນຫວຽດນາມ ຍັງຈັດຕັ້ງ “ວັນແລ່ນກິລາ CISM” ສົມທົບກັບການແລ່ນໂອແລມປິກສາກົນ (23-7 ຂອງແຕ່ລະປີ)... ທີ່ວາລະປະຊຸມ CISM ຄັ້ງທີ 66, ປະທານ CISM ໄດ້ຕີລາຄາສູງຕໍ່ການເຄື່ອນໄຫວ “ວັນແລ່ນກິລາ CISM” ຂອງບັນດາປະເທດ, ໃນນັ້ນ ຫວຽດນາມ ແມ່ນສະມາຊິກທີ່ມີຄວາມຕັ້ງໜ້າ.

ທ່ານພັນເອກ Herve Piccirillo ປະທານ CISM ໃຫ້ຮູ້ວ່າ: “ຫວຽດນາມ ແລະ CISM ໄດ້ມີການພົວພັນມາແຕ່ດົນນານແລ້ວ. ຫວຽດນາມ ແມ່ນສະມາຊິກເຂົ້າຮ່ວມບັນດາການເຄື່ອນໄຫວ, ເຂົ້າຮ່ວມບັນດາງານແຂ່ງຂັນກິລາທະຫານສາກົນຢ່າງຕັ້ງໜ້າ ແລະຍາດໄດ້ບັນດາຜົນງານສູງທີ່ບັນດາງານມະຫາກໍາກິລາຂອງ CISM. ທ່ານພັນເອກ Herve Piccirillo ຫວັງວ່າ, ວາລະປະຊຸມຄັ້ງນີ້ຈະແມ່ນວາລະປະຊຸມທີ່ເຕັມໄປດ້ວຍປະທັບໃຈໃນບັນດາວາລະປະຊຸມຂອງ CISM. ບັນດາຜູ້ແທນເຂົ້າຮ່ວມວາລະປະຊຸມຈະປຶກສາຫາລື, ແບ່ງປັນບົດຮຽນ, ຂໍ້ລິເລີ່ມ, ບັນດາຄຸນຄ່າກິລາເວົ້າລວມ, ກິລາກອງທັບເວົ້າສະເພາະ, ກໍ່ຄືບັນດາຄຸນຄ່າຂອງອົງການ CISM. ຜ່ານນັ້ນ, ປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີມິດຕະພາບ, ຍົກສູງກິລາທະຫານສາກົນ ແລະອົງການ CISM.

ໂດຍ: ໄຊຊະນະ