ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈີ໊ວິ້ງ ແລະທ່ານ Xiong Bo ໄດ້ເຫັນດີເປັນເອກະພາບໂດຍຖືວ່າໃນຊຸມປີມໍ່ໆມານີ້, ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະຈີນ ບັນລຸໄດ້ຜົນງານຫຼາຍຢ່າງ, ພິເສດແມ່ນໃນບັນດາຂົງເຂດແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ການຮ່ວມມືດ້ານການປ້ອງກັນຊາຍແດນ, ຮ່ວມມື ແລະແລກປ່ຽນບົດຮຽນໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ…

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ຕ້ອນຮັບທ່ານ Xiong Bo ເອກອັກຄະລັດຖະທູດຈີນ. ພາບ: qdnd.vn.

ຄຽງຂ້າງນັ້ນ, ບັນດາກົນໄກຄືການເຈລະຈານະໂຍບາຍດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີ, ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຊາຍແດນ ຫວຽດນາມ-ຈີນ ໄດ້ຈັດຕັ້ງເປັນປະຈໍາດ້ວຍຄຸນນະພາບ, ປະສິດທິຜົນນັບມື້ນັບສູງ, ນໍາມາເຊິ່ງຜົນປະໂຫຍດທີ່ແທດຈິງ.

*ໃນຕອນບ່າຍວັນດຽວກັນ, ຢູ່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນຕີ ເລຮ່ຽນເວິນ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຕ້ອນຮັບຄະນະນັກຮົບເກົ່າ ແລະຍາດຕິພີ່ນ້ອງຂອງທະຫານເສຍສະຫຼະຊີວິດເພື່ອຊາດຈີນ ທີ່ເຄີຍຊ່ວຍເຫຼືອຫວຽດນາມ ໃນສະໄໝຕໍ່ສູ້ກູ້ຊາດ, ຕ້ານອາເມລິກາ, ທີ່ກໍາລັງຢ້ຽມຢາມປະເທດຫວຽດນາມ ຕາມຄໍາເຊີນຂອງກະຊວງປ້ອງກັນປະເທດຫວຽດນາມ.

ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານພົນຕີ ເລຮ່ຽນເວິນ ເນັ້ນໜັກວ່າ ພັກ, ລັດ, ປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ ຍາມໃດກໍຮູ້ບຸນຄຸນ, ເຄົາລົບນັບຖືນໍ້າໃຈທີ່ດີງາມ ແລະການຊ່ວຍເຫຼືອທີ່ໃຫຍ່ຫຼວງ, ມີປະສິດທິຜົນຂອງເພື່ອນມິດສາກົນ, ໃນນັ້ນມີການຊ່ວຍເຫຼືອຂອງພັກ, ລັດ ແລະປະຊາຊົນຈີນ ໃນການຕໍ່ສູ້ຍາດເອົາເອກະລາດ, ເສລີພາບມາໃຫ້ປະເທດຫວຽດນາມໃນເມື່ອກ່ອນ; ພ້ອມທັງຫວັງວ່າການມາຢ້ຽມຢາມຫວຽດນາມ ຄັ້ງນີ້ຈະນໍາມາເຊິ່ງຄວາມປະທັບໃຈທີ່ເລິກເຊິ່ງໃຫ້ຄະນະນັກຮົບເກົ່າ ແລະຍາດຕິພີ່ນ້ອງຂອງທະຫານເສຍສະຫຼະຊີວິດເພື່ອຊາດຈີນ ກ່ຽວກັບປະເທດຊາດ, ປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ.

leftcenterrightdel
ທ່ານພົນຕີ ເລຮ່ຽນເວິນ ຖ່າຍຮູບເປັນທີ່ລະນຶກພ້ອມກັບຄະນະນັກຮົບເກົ່າ ແລະຍາດຕິພີ່ນ້ອງຂອງທະຫານເສຍສະຫຼະຊີວິດເພື່ອຊາດຈີນ. ພາບ: qdnd.vn.

ເນື່ອງໃນໂອກາດນີ້, ທ່ານພົນຕີ ເລຮ່ຽນເວິນ ກໍແຈ້ງໃຫ້ຄະນະຈີນ ຮັບຊາບບາງຈຸດພື້ນຖານກ່ຽວກັບການພັດທະນາຮອບດ້ານຂອງການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ຈີນ ໃນຊຸມປີມໍ່ໆມານີ້, ພິເສດແມ່ນການຮ່ວມມືກໍ່ສ້າງເສັ້ນຊາຍແດນລວມ ເພື່ອສັນຕິພາບ, ສະຖຽນລະພາບ ແລະໜູນຊ່ວຍປະຊາຊົນສອງປະເທດຢູ່ເຂດຊາຍແດນພັດທະນາເສດຖະກິດ, ຍົກສູງການດໍາລົງຊີວິດ.

ບັນດານັກຮົບເກົ່າ ແລະຍາດຕິພີ່ນ້ອງຂອງທະຫານເສຍສະຫຼະຊີວິດເພື່ອຊາດຈີນ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມ ແລະເຫັນປະຈັກຕາການພັດທະນາດ້ານເສດຖະກິດ-ສັງຄົມຂອງ ຫວຽດນາມ ຢ່າງເຂັ້ມແຂງ; ພ້ອມທັງອວຍພອນໃຫ້ປະຊາຊົນ ແລະກອງທັບປະຊາຊົນ ຫວຽດນາມ ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ສືບຕໍ່ຍາດໄດ້ຜົນງານອັນໃຫຍ່ຫຼວງໃນພາລະກິດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດກວ່າອີກ.

ໂດຍ: ຈາງຫງວຽນ