ຕ້ອນຮັບກອງເຮືອ ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ມີທ່ານພັນເອກພິເສດ Huang Hai Jun, ຮອງຫົວໜ້າການທະຫານ ສູນຝຶກອົບຮົມກອງເຮືອ Beihai ພ້ອມດ້ວຍນາຍ, ພົນທະຫານ ແລະພວກນ້ອງນ້ອຍເຍົາວະຊົນ, ອະນຸຊົນນະຄອນ Qingdao ເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.

leftcenterrightdel

ກອງເຮືອ 015, 011 ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ເຂົ້າທຽບທ່າກໍາປັ່ນ Dagang, ນະຄອນ Qingdao, ຈີນ. ພາບ: qdnd.vn.

leftcenterrightdel

ຜູ້ຕາງໜ້າການນໍາຄະນະທະຫານເຮືອຫວຽດນາມ ແລະທະຫານເຮືອຈີນ ຖ່າຍຮູບເປັນທີ່ລະນຶກກັບພວກນ້ອງນ້ອຍເຍົາວະຊົນ, ອະນຸຊົນນະຄອນ Qingdao. ພາບ: qdnd.vn.

ຕາງໜ້າການນໍາກອງເຮືອ Beihai ໄດ້ຂໍ່ານັບຮັບຕ້ອນກອງເຮືອ 015, 011 ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງທະຫານເຮືອກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 70 ປີ ແລະອວຍພອນກອງເຮືອ ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ມີການຢ້ຽມຢາມ Qingdao, ຈີນ ບັນລຸໄດ້ໝາກຜົນຢ່າງຈົບງາມ, ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ ແລະການຮ່ວມມືທີ່ດີງາມລະຫວ່າງກອງທັບ ແລະທະຫານເຮືອສອງປະເທດ.

ໂດຍ: ກວຽດເຕິມ