ກ່າວປາໄສທີ່ພິທີໄຂ, ທ່ານພົນໂທ ຫງວຽນຈີ໊ວີ໊ງ ຢັ້ງຢືນວ່າ ຫວຽດນາມ ເຂົ້າຮ່ວມການຮ່ວມມືພ້ອມກັບ ການາດາ, ເຊິ່ງເປັນປະເທດທີ່ມີປະຫວັດສາດເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຢ່າງຍາວນານ, ກໍແມ່ນໜຶ່ງໃນບັນດາປະເທດແຖວໜ້າໃນການປະກອບສ່ວນກໍາລັງໃຫ້ພາລະກໍານີ້. ຕາງໜ້າລັດຖະບານ ແລະກະຊວງປ້ອງກັນປະເທດຫວຽດນາມ, ທ່ານ ພົນໂທ ຫງວຽນຈີ໊ວີ໊ງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ ການາດາ ແລະບັນດາປະເທດໄດ້ເຂົ້າຮ່ວມທີ່ໄດ້ໜູນຊ່ວຍ ຫວຽດນາມ ໃນການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວີ໊ງ ກ່າວຄໍາເຫັນທີ່ພິທີໄຂ. ພາບ: ມີ໊ແຮ້ງ.

ທ່ານພົນໂທ ຫງວຽນຈີ໊ວີ໊ງ ເນັ້ນໜັກວ່າ, ຊຸດຝຶກອົບຮົມດ້ວຍການເຂົ້າຮ່ວມຂອງບັນດາຄູອາຈານ ແລະສໍາມະນາກອນທີ່ມາຈາກປະເທດຕ່າງໆມາສິດສອນ ແລະແບ່ງປັນບົດຮຽນ, ອາດຈະຖືວ່າແມ່ນສັນຍາລັກໃຫ້ແກ່ການພົວພັນຮ່ວມມືຫຼາຍຝ່າຍທີ່ພວມດໍາເນີນອັນດີງາມລະຫວ່າງຫວຽດນາມ ກັບບັນດາປະເທດໃນໂລກ, ໃນນັ້ນລວມມີການຮ່ວມມືໃນການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.

ກ່າວຄໍາເຫັນທີ່ພິທີ, ທ່ານພົນຈັດຕະວາ ຮວ່າງກິມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໃຫ້ຮູູ້ວ່າ, ນີ້ແມ່ນຊຸດຝຶກອົບຮົມໃຫ້ນາຍທະຫານພະລາທິການສະຫະປະຊາຊາດ ລົງເລິກກ່ຽວກັບຂະແໜງຄັ້ງທໍາອິດໂດຍ ຫວຽດນາມ ແລະການາດາ ຮ່ວມກັນຈັດຕັ້ງ. ນີ້ແມ່ນຊຸດຝຶກອົບຮົມລົງເລິກຂະແໜງສາກົນກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດຄັ້ງທີ 12 ໄດ້ຈັດຕັ້ງຢູ່ ຫວຽດນາມ ດ້ວຍການສົມທົບຂອງບັນດາຄູ່ຮ່ວມມືສາກົນ, ໃນສະພາບການ ຫວຽດນາມ ໃຫ້ຄໍາໝັ້ນສັນຍາເຂົ້າບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດນັບມື້ນັບເລິກເຊິ່ງ ແລະກວ້າງຂວາງ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວີ໊ງ ແລະການນໍາກົມຮັກສາສັນຕິພາບຫວຽດນາມ ຖ່າຍຮູບລວມກັບບັນດາອາຈານ ແລະສໍາມະນາກອນເຂົ້າຮ່ວມຊຸດຝຶກອົບຮົມ. ພາບ: ມີ໊ແຮ້ງ.

ທ່ານນາງ Deborah Paul ເອກອັກຄະລັດຖະທູດການາດາ ຫວັງວ່າການເຄື່ອນໄຫວຮ່ວມກັນຈັດຕັ້ງຊຸດຝຶກອົບຮົມຄັ້ງນີ້ຈະແມ່ນພື້ນຖານໃຫ້ກາລະໂອກາດຮ່ວມມືຝຶກອົບຮົມຄັ້ງຕໍ່ໄປລະຫວ່າງ ການາດາ ແລະຫວຽດນາມ ໃນອະນາຄົດ.

ຊຸດຝຶກອົບຮົມເພື່ອແນໃສ່ປະກອບຄວາມຮູ້, ວິທີການ ແລະທັກສະດ້ານວິຊາສະເພາະໂດຍພື້ນຖານຂອງນາຍທະຫານພະລາທິການສະຫະປະຊາຊາດ ໃຫ້ຖັນແຖວນາຍທະຫານຂອງ ຫວຽດນາມ ແລະບັນດາປະເທດຄູ່ຮ່ວມມືສັງກັດໃນລາຍການຮ່ວມມືຝຶກອົບຮົມການທະຫານ (MTCP) ກະກຽມຜັນຂະຫຍາຍການປະຕິບັດໜ້າທີ່ຢູ່ບັນດາຄະນະປະຕິບັດງານ, ໃນຖານະຕໍາແໜ່ງນາຍທະຫານພະລາທິການ, ນາຍທະຫານເສນາທິການກ່ຽວກັບເຄື່ອງອຸປະກອນ.

ຊຸດຝຶກອົບຮົມດໍາເນີນໃນລະຫວ່າງວັນທີ 16-24 ເມສາ 2019, ດ້ວຍການເຂົ້າຮ່ວມຂອງອາຈານຕ່າງປະເທດ 5 ຄົນທີ່ມາຈາກ ການາດາ ແລະ Sierra Leone, ອາຈານຄົນຫວຽດນາມ 2 ຄົນ ພ້ອມດ້ວຍສໍາມະນາກອນ 28 ຄົນ (ສໍາມະນາກອນຕ່າງປະເທດ 15 ຄົນ, ສໍາມະນາກອນຄົນຫວຽດນາມ 13 ຄົນ) ທີ່ມາຈາກ 10 ປະເທດແມ່ນບັນດາປະເທດຄູ່ຮ່ວມມືຂອງລາຍການ MTCP.

ໂດຍ: ໄຊນີດາ