ທ່ານພົນເຮືອເອກ Philip Davidson ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດຂອງກະຊວງປ້ອງກັນປະເທດຫວຽດນາມ ແລະຊົມເຊີຍເລື່ອງຫວຽດນາມ ຈັດຕັ້ງກອງປະຊຸມສຸດຍອດອາເມລິກາ-ສປປ. ເກົາຫຼີ ຄັ້ງທີສອງ (ເດືອນ 2-2019) ໄດ້ສໍາເລັດ. ທ່ານພົນເຮືອເອກ Philip Davidson ກໍແຈ້ງໃຫ້ທ່ານພົນເອກ ໂງຊວນລິກ ຮັບຊາບໝາກຜົນການເຈລະຈາກ່ອນໜ້ານັ້ນກັບທ່ານພົນໂທ ຟານວັນຢາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະທ່ານພົນເຮືອເອກ Philip Davidson. ພາບ: ມິງແຄ໊ງ.

ທ່ານພົນເອກ ໂງຊວນລິກ ໃຫ້ຮູ້ວ່າໄປພ້ອມກັບການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດກໍນັບມື້ນັບພັດທະນາຢ່າງດີງາມ, ສະແດງອອກຜ່ານການຮ່ວມມືໃນບາງຂົງເຂດ, ຄື: ການແລກປ່ຽນຄະນະຜູ້ແທນ, ການບໍາລຸງສ້າງ, ແບ່ງປັນບົດຮຽນເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ... ໃນໄລຍະຈະມາເຖິງ, ທ່ານພົນເອກ ໂງຊວນລິກ ສະເໜີໃຫ້ກອງທັບປະຊາຊົນຫວຽດນາມ ແລະອາເມລິກາ ຈົ່ງສືບຕໍ່ຍູ້ແຮງການຮ່ວມມືບົນພື້ນຖານສະເໝີພາບ, ເຄົາລົບນັບຖືເຊິ່ງກັນ ແລະກັນ, ເພື່ອຜົນປະໂຫຍດແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບຂອງພາກພື້ນ.

ໂດຍ: ເກື່ອງດັ້ງ