leftcenterrightdel
ພາບປະກອບຈາກ: qdnd.vn.

ທີ່ກອງປະຊຸມ, ຕາງໜ້າກົມຮັກສາສັນຕິພາບຫວຽດນາມ ໄດ້ສະໜອງຂໍ້ມູນຂ່າວສານຢ່າງລະອຽດກ່ຽວກັບເງື່ອນໄຂ, ລະບອບ, ນະໂຍບາຍສໍາລັບນາຍທະຫານຍິງທີ່ເຂົ້າຮ່ວມກອງຊ່າງແສງ ເຮັດໜ້າທີ່ຮັກສາສັນຕິພາບຢູ່ຊູດັງໃຕ້. ຕາມນັ້ນແລ້ວ, ກະຊວງປ້ອງກັນປະເທດ ຈະຄັດເລືອກເອົານາຍທະຫານຍິງຫຼາຍກວ່າ 30 ຄົນ, ບໍ່ຈໍາກັດເກນອາຍຸ,  ຍັງຮັບໃຊ້ໃນກອງທັບ ແລະມີສຸຂະພາບດີ, ສາມາດຕອບສະໜອງໄດ້ເງື່ອນໄຂ, ຄວາມຮຽກຮ້ອງຕ້ອງການຕ່າງໆຂອງສະຫະປະຊາຊາດ ຢ່າງຄົບຖ້ວນ. ຕາງໜ້າກົມຮັກສາສັນຕິພາບຫວຽດນາມ ກໍໄດ້ອະທິບາຍ, ເຮັດແຈ້ງບັນດາຄໍາຖາມຂອງນາຍທະຫານຍິງກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ພາຍຫຼັງໄດ້ຮັບຟັງການເຜີຍແຜ່ເນື້ອໃນດັ່ງກ່າວ.

ໂດຍ: ໄຊຊະນະ