leftcenterrightdel
ກໍາປັ່ນ INS Kolkata ເຂົ້າທຽບທ່າສາກົນກາມແຣງ. ພາບ: ຮວ່າງຫວຽດ.

ການຢ້ຽມຢາມຂອງຄະນະໄດ້ດໍາເນີນໃນສະພາບສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອິນເດຍ ເວົ້າລວມ ແລະການພົວພັນປ້ອງກັນຊາດລະຫວ່າງສອງປະເທດເວົ້າສະເພາະໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ. ນີ້ແມ່ນການເຄື່ອນໄຫວລະອຽດ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງການນໍາຂັ້ນສູງກອງທັບສອງປະເທດ, ປະກອບສ່ວນນໍາສາຍພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ.

leftcenterrightdel
ພິທີຕ້ອນຮັບກໍາປັ່ນທະຫານເຮືອອິນເດຍ ດຳເນີນຢູ່ທ່າກໍາປັ່ນສາກົນກາມແຣງ. ພາບ: ຮວ່າງຫວຽດ.
leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ຮວ່າງຫວຽດ.

ໃນຂອບເຂດການຢ້ຽມຢາມ, ກຸ່ມນາຍທະຫານ, ຜູ້ບັນຊາການກໍາປັ່ນຈະເຂົ້າຢ້ຽມຂໍ່ານັບຄະນະກໍາມະການປະຊາຊົນແຂວງແຄ໋ງຮວ່າ, ກອງບັນຊາການທະຫານເຮືອເຂດ 4; ແຂ່ງຂັນກິລາກັບພະນັກງານ, ນັກຮົບທະຫານເຮືອເຂດ 4; ຢ້ຽມຢາມວິທະຍາຄານທະຫານເຮືອ. ພາຍຫຼັງອອກຈາກທ່າກໍາປັ່ນ, ກໍາປັ່ນສອງລໍາຂອງທະຫານເຮືອອິນເດຍ ຈະມີການຝືກຊ້ອມລວມກັບທະຫານເຮືອຫວຽດນາມ ກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານ ແລະຊອກຫາກູ້ຊີບ, ກູ້ໄພຢູ່ທະເລ...

ໂດຍ: ໄຊນີດາ