ທີ່ບັນດາການຢ້ຽມຢາມ ແລະອວຍພອນປີໃໝ່, ຫົວໜ້າກອງບັນຊາການທະຫານເຂດ 4 ໄດ້ສົ່ງຄໍາອວຍພອນໄຊອັນປະເສີດມາຍັງການນໍາ, ອໍານາດການປົກຄອງທ້ອງຖິ່ນບັນດາແຂວງ; ຜູ້ບັນຊາບັນດາກົມກອງຂອງກອງທັບປະຊາຊົນລາວ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານ, ຂໍໃຫ້ເສດຖະກິດ, ສັງຄົມບັນດາທ້ອງຖິ່ນນັບມື້ນັບໄດ້ຮັບການພັດທະນາ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການປັບປຸງ, ເພີ່ມທະວີ.

leftcenterrightdel
ຫົວໜ້າກອງບັນຊາການທະຫານເຂດ 4 ມອບຂອງຂວັນ, ອວຍພອນປີໃໝ່ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງຄໍາມ່ວນ. ພາບ: baoquankhu4.com.vn.

ກອງບັນຊາການທະຫານເຂດ 4 ປາດຖະໜາວ່າ ການນໍາ, ອໍານາດການປົກຄອງທ້ອງຖິ່ນ ແລະກໍາລັງປະກອບອາວຸດບັນດາແຂວງຂອງ ສປປ ລາວ ຈະສືບຕໍ່ຍູ້ແຮງວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມໃຫ້ແກ່ຄົນຮຸ່ນໜຸ່ມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບມູນເຊື້ອອັນດີງາມ, ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດ, 2 ກອງທັບ ຫວຽດນາມ ແລະລາວ. ເອົາໃຈໃສ່ຊີ້ນໍາ, ສົມທົບຊ່ວຍເຫຼືອບັນດາກໍາລັງຂອງກອງບັນຊາການທະຫານເຂດ 4 ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງຢູ່ດິນແດນຂອງປະເທດເພື່ອນມິດລາວ.

leftcenterrightdel
ບັນຍາກາດການຢ້ຽມຢາມ, ອວຍພອນບຸນປີໃໝ່ທີ່ກອງບັນຊາການທະຫານແຂວງຄໍາມ່ວນ. ພາບ: baoquankhu4.com.vn.
leftcenterrightdel
ຫົວໜ້າກອງບັນຊາການທະຫານເຂດ 4 ມອບຂອງຂວັນ, ອວຍພອນປີໃໝ່ກອງບັນຊາການທະຫານແຂວງຄໍາມ່ວນ. ພາບ: baoquankhu4.com.vn.
leftcenterrightdel
ຫົວໜ້າກອງບັນຊາການທະຫານເຂດ 4 ຢ້ຽມຢາມ ແລະອວຍພອນປີໃໝ່ທີ່ກອງພົນທີ 4 ກອງທັບປະຊາຊົນລາວ. ພາບ: baoquankhu4.com.vn

ການນໍາອໍານາດການປົກຄອງທ້ອງຖິ່ນ ແລະບັນດາກົມກອງກອງທັບປະຊາຊົນລາວ ຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ການເອົາໃຈໃສ່ເປັນພິເສດຂອງກອງບັນຊາການທະຫານເຂດ 4 ສໍາລັບປະເທດລາວ ໃນຕະຫຼອດໄລຍະທີ່ຜ່ານມາ, ພິເສດ, ແມ່ນຫົວໜ້າກອງບັນຊາການທະຫານເຂດ 4 ໄດ້ມາຢ້ຽມຢາມ, ອວຍພອນບຸນປີໃໝ່ລາວ ເຊິ່ງສະແດງໃຫ້ເຫັນອາລົມຈິດພິເສດ, ມູນເຊື້ອມິດຕະພາບ, ຄວາມສາມັກຄີອັນລໍ້າຄ່າຂອງສອງປະເທດ, ສອງກອງທັບ ຫວຽດນາມ - ລາວ ອ້າຍນ້ອງ.

leftcenterrightdel
ຫົວໜ້າກອງບັນຊາການທະຫານເຂດ 4 ມອບຂອງຂວັນ, ອວຍພອນປີໃໝ່ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງສະຫວັນນະເຂດ. ພາບ: baoquankhu4.com.vn
leftcenterrightdel
ຫົວໜ້າກອງບັນຊາການທະຫານເຂດ 4 ຢ້ຽມຢາມ, ອວຍພອນປີໃໝ່ຢູ່ກອງບັນຊາການທະຫານແຂວງສະຫວັນນະເຂດ. ພາບ: baoquankhu4.com.vn 
leftcenterrightdel
ຫົວໜ້າກອງບັນຊາການທະຫານເຂດ 4 ມອບຂອງຂວັນ, ອວຍພອນປີໃໝ່ຢູ່ກອງບັນຊາການທະຫານແຂວງສາລະວັນ. ພາບ: baoquankhu4.com.vn

ຜ່ານນັ້ນ, ປາດຖະໜາຢາກສືບຕໍ່ສົມທົບຊ່ວຍເຫຼືອບັນດາກໍາລັງຂອງທະຫານເຂດ 4 ປະຕິບັດໜ້າທີ່ພົວພັນຕ່າງປະເທດດ້ານປ້ອງກັນຊາດ; ຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໃນປາງສົງຄາມຢູ່ລາວ ເປັນຢ່າງດີ, ປະກອບສ່ວນພ້ອມກັບເພື່ອນລາວ ຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກໍາປະເພດຕ່າງໆ, ສ້າງບໍລິເວນໃຫ້ມີສະຖຽນລະພາບ, ເສດຖະກິດພັດທະນາ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບແບບພິເສດ ຫວຽດນາມ  - ລາວ ໃຫ້ນັບມື້ນັບພັດທະນາຢ່າງໝັ້ນຄົງ.

ໂດຍ: ໄຊຊະນະ