ລາຍການເພື່ອແນໃສ່ເພີ່ມທະວີຄວາມສາມັກຄີມິດຕະພາບ ແລະການຮ່ວມມືຮອບດ້ານ, ຍືນຍົງ, ຍາວນານ, ເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ພ້ອມກັນສ້າງຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ. 

leftcenterrightdel
ພິທີລົງນາມໃນບົດບັນທຶກຮ່ວມມືປີ 2019 ແລະກົດລະບຽບແຮກສ່ຽວລະຫວ່າງກອງບັນຊາການທະຫານແຂວງລອງອານ ແລະກອງບັນຊາການທະຫານແຂວງ Svayrieng, ກອງບັນຊາການທະຫານແຂວງ Prayveng, ລາຊະອານາຈັກກໍາປູເຈຍ. ພາບ: baoquankhu7.vn.

ສອງຝ່າຍຈະເພີ່ມທະວີການພົບປະແລກປ່ຽນຂໍ້ມູນຂ່າວສານ, ສະພາບການທີ່ກ່ຽວຂ້ອງເຖິງໜ້າທີ່ປົກປັກຮັກສາຊາຍແດນຜ່ານກອງປະຊຸມແລກປ່ຽນວຽກງານປະຈໍາໄລຍະ ຫຼື ໃນກໍລະນີຮີບດ່ວນທີ່ຈຳເປັນ, ຈັດຕັ້ງການລາດຕະເວນສອງຝ່າຍທາງບົກ, ທາງນໍ້າ, ສົມທົບກັນຢ່າງແໜ້ນແຟ້ນໃນການເຄື່ອນໄຫວຕ້ານ ແລະສະກັດກັ້ນອາດຊະຍາກໍາປະເພດຕ່າງໆຢູ່ເຂດຊາຍແດນ. ພ້ອມກັນນັ້ນ, ບັນດາຝ່າຍຕັ້ງໜ້າຮ່ວມມື, ໜູນຊ່ວຍໃນການສ້າງເສັ້ນທາງລາດຕະເວນຊາຍແດນ, ເສັ້ນທາງອ້ອມຊາຍແດນ, ວຽກງານຂີດເສັ້ນປັກຫຼັກໝາຍຊາຍແດນ.

ໂດຍ: ໄຊຊະນະ