ທ່ານ ເຈິ່ນຕວນແອງ ຢັ້ງຢືນວ່າ ພັກ ແລະລັດຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນກັບອາເມລິກາ, ໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງຫວຽດນາມ, ພິເສດແມ່ນໃນການຮ່ວມມືດ້ານເສດຖະກິດການຄ້າ, ການລົງທຶນ; ພ້ອມທັງຊົມເຊີຍບັນດາຄວາມມານະພະຍາຍາມຂອງ USABC ໃນການຊ່ວຍເຫຼືອປະຊາຄົມວິສາຫະກິດອາເມລິກາ ຜ່ານຜ່າສິ່ງທ້າທາຍ, ສືບຕໍ່ຊຸກຍູ້ການພົວພັນດ້ານການຄ້າ-ການລົງທຶນກັບບັນດາປະເທດອາຊຽນ ແລະຫວຽດນາມ ໃນສະພາບພະຍາດໂຄວິດ-19 ປະຈຸບັນນີ້. ທ່ານ ເຈິ່ນຕວນແອງ ໃຫ້ຄໍາໝັ້ນສັນຍາວ່າ ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດອາເມລິກາ ແກ້ໄຂບັນດາຂໍ້ຕິດຂັດ, ຜົນກະທົບຂອງພະຍາດໂຄວິດ-19 ເພື່ອສືບຕໍ່ການເຄື່ອນໄຫວຜະລິດ, ລົງທຶນຢູ່ຫວຽດນາມ.

leftcenterrightdel
ບັນຍາກາດທີ່ການເຮັດວຽກທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນບັນດາບັນຫາກ່ຽວກັບລະບອບລະບຽບການ, ນະໂຍບາຍພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ, ຂໍ້ສະເໜີໃນຂົງເຂດຕ່າງໆ ເຊິ່ງວິສາຫະກິດອາເມລິກາ ເອົາໃຈໃສ່ ຄື: ສາທາລະນະສຸກ, ພະລັງງານ, ກະສິກໍາ, ການເງິນ, ເສດຖະກິດດີຈີຕອນ, ວິທະຍາສາດເຕັກໂນໂລຢີ, ການຊ່ວຍເຫຼືອວິສາຫະກິດຟື້ນຟູ ແລະພັດທະນາຫຼັງໂຄວິດ-19...

ໂອກາດນີ້, ຄະນະປະຕິບັດງານ USABC ຢັ້ງຢືນໃຫ້ຄໍາໝັ້ນສັນຍາຈະສືບຕໍ່ຮ່ວມເດີນທາງ ແລະສົມທົບກັບພັກ, ລັດຖະບານຫວຽດນາມ ຢ່າງແໜ້ນແຟ້ນ, ຕັ້ງໜ້າຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນລະຫວ່າງອາເມລິກາ ແລະຫວຽດນາມ ໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ ແລະແທດຈິງ, ເໝາະສົບກັບຄວາມປາດຖະໜາ ແລະຜົນປະໂຫຍດຂອງທັງສອງຝ່າຍ.

ໂດຍ: ກວຽດເຕິມ