ທີ່ການຕ້ອນຮັບ, ທ່ານ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນ ແລະຢາກສືບຕໍ່ເປີດກວ້າງ ແລະເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ແລະປານາມາ ເລິກເຊິ່ງກວ່າອີກ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Eligio Alberto Salas De Leon ເອກອັກຄະລັດຖະທູດປານາມາ. ພາບ: baoquocte.vn.

ທ່ານ ບຸ່ຍແທັງເຊີນ ສະເໜີໃຫ້ທ່ານເອກອັກຄະລັດຖະທູດປານາມາ ຊຸກຍູ້ການຢ້ຽມຢາມ ແລະພົບປະທຸກຂັ້ນ, ຮັກສາກົນໄກປຶກສາຫາລືດ້ານການເມືອງ ແລະຄະນະກໍາມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນຫວຽດນາມ-ປານາມາ.

ທ່ານ Eligio Alberto Salas De Leon ຢັ້ງຢືນວ່າ ຈະເປັນຂົວຕໍ່ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ ແລະມີປະສິດທິຜົນ. ທ່ານເອກອັກຄະລັດຖະທູດປານາມາ ສະເໜີບາງມາດຕະການລະອຽດ ເພື່ອແນໃສ່ເພີ່ມທະວີການພົບປະດ້ານການເມືອງ, ການມີໜ້າທາງການທູດ, ຊຸກຍູ້ການພົວພັນເສດຖະກິດ-ການຄ້າ ໃນລະດັບລັດຖະບານ, ທ້ອງຖິ່ນ ແລະວິສາຫະກິດ.

ໂດຍ: ຈາງຫງວຽນ