ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio ມາຢ້ຽມຢາມຫວຽດນາມ ໃນສະພາບທີ່ການພົວພັນລະຫວ່າງສອງປະເທດພວມພັດທະນາຢ່າງວ່ອງໄວ ແລະມີປະສິດທິຜົນໃນຫຼາຍຂົງເຂດ. ໃນປີໜ້າ, ສອງປະເທດຄາດວ່າຈະມີຫຼາຍກິດຈະກຳ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.

ຫວຽດນາມ ແລະ ຍີ່ປຸ່ນ ໄດ້ສ້າງຕັ້ງການພົວພັນ ເມື່ອວັນທີ 21 ກັນຍາ 1973. ຮອດເດືອນມີນາ 2014, ເນື່ອງໃນການຢ້ຽມຢາມທາງລັດຖະກິດຢູ່ຍີ່ປຸ່ນ ຂອງທ່ານປະທານປະເທດ ເຈືອງເຕິນຊາງ, ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງ ເພື່ອສັນຕິພາບ ແລະວັດທະນາຖາວອນຢູ່ ອາຊີ.

leftcenterrightdel
ພາບປະກອບຄັດຈາກ: Dangcongsan.vn

ອາດເວົ້າໄດ້ວ່າ ການພົວພັນລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ພວມຢູ່ໃນໄລຍະທີ່ດີທີ່ສຸດໃນປະຫວັດສາດນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ, ມີຄວາມໄວ້ເນື້ອເຊື່ອໃຈສູງ. ການນຳຂັ້ນສູງຂອງສອງປະເທດສືບຕໍ່ໄປຢ້ຽມຢາມ ແລະພົບປະເປັນປະຈໍາຢູ່ບັນດາເວທີປາໄສສາກົນ ແລະພາກພື້ນ. ປະຈຸບັນ, ສອງປະເທດຍັງຄົງຮັກສາບັນດາກົນໄກຮ່ວມມືທີ່ສຳຄັນ, ຄື: ຄະນະກຳມະການຮ່ວມມື ຫວຽດນາມ-ຍີ່ປຸ່ນ ໂດຍລັດຖະມົນຕີຕ່າງປະເທດສອງປະເທດເປັນປະທານຮ່ວມ; ການເຈລະຈາຄູ່ຮ່ວມມືຍຸດທະສາດຫວຽດນາມ - ຍີ່ປຸ່ນ ກ່ຽວກັບການພົວພັນທາງການທູດ - ປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂັ້ນຮອງລັດຖະມົນຕີ...

ໃນຂົງເຂດການຮ່ວມມືດ້ານເສດຖະກິດ, ຍີ່ປຸ່ນ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນແຖວໜ້າຂອງຫວຽດນາມ ແລະເປັນປະເທດ G7 ທຳອິດ ທີ່ຮັບຮອງເອົາກົດລະບຽບເສດຖະກິດຕະຫລາດຂອງຫວຽດນາມ (ເດືອນຕຸລາ 2011). ຍີ່ປຸ່ນ ກໍ່ແມ່ນປະເທດອຸປະຖໍາທຶນ ODA ໃຫຍ່ສຸດ, ແມ່ນນັກລົງທຶນອັນດັບ 3, ຄູ່ຮ່ວມມືການທ່ອງທ່ຽວອັນດັບ 3 ແລະ ຄູ່ຮ່ວມມືການຄ້າໃຫຍ່ອັນດັບ 4 ຂອງ ຫວຽດນາມ.

ກ່ຽວກັບດ້ານການຄ້າ, ສອງປະເທດສະຫງວນອັດຕາພາສີບຸລິມະສິດໃຫ້ກັນນັບແຕ່ປີ 1999 ເປັນຕົ້ນມາ. ໃນປີ 2021, ວົງເງິນການຄ້າສອງຝ່າຍບັນລຸ 42,7 ຕື້ໂດລາສະຫະລັດ, ສົ່ງອອກບັນລຸ 20 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 4,4%) ແລະນຳເຂົ້າເກີນດຸນ 2,52 ຕື້ໂດລາສະຫະລັດ. ໃນ 3 ເດືອນຕົ້ນປີ 2022, ວົງເງິນການນຳເຂົ້າ ແລະ ສົ່ງອອກບັນລຸ 11,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 11% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ໃນນັ້ນ, ການສົ່ງອອກບັນລຸເກືອບ 5,4 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 10,1% ແລການນຳເຂົ້າບັນລຸເກືອບ 5,8 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 11,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ກ່ຽວກັບການລົງທຶນໂດຍກົງ, ໄລ່ມາຮອດວັນທີ 20 ມີນາ 2022, ຍີ່ປຸ່ນ ມີ 4.828 ໂຄງການ FDI ຍັງມີຜົນສັກສິດຢູ່ ຫວຽດນາມ, ຢືນອັນດັບທີ 3 ຖັດຈາກ ສ.ເກົາຫຼີ ແລະ ສິງກະໂປ ໃນຈຳນວນ 139 ປະເທດ ແລະ ເຂດແຄວ້ນລົງທຶນຢູ່ ຫວຽດນາມ.   

ໜ້າເອົາໃຈໃສ່, ຍີ່ປຸ່ນ ແມ່ນປະເທດສະໜອງເງິນກູ້ດ້ວຍສະກຸນເງິນເຢນໃຫ້ຫວຽດນາມ ຫຼາຍທີ່ສຸດ, ດ້ວຍຍອດມູນຄ່າເງິນກູ້ໃນເດືອນທັນວາ 2019 ແມ່ນ 2.578 ຕື້ເຢນ (ເທົ່າກັບປະມານ 23,76 ຕື້ໂດລາສະຫະລັດ), ກວມເອົາ 26,3% ຂອງຈຳນວນທຶນກູ້ຢືມຕ່າງປະເທດຂອງລັດຖະບານ.

ມາຮອດປະຈຸບັນ, ສອງປະເທດກໍ່ໄດ້ຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃນຫຼາຍຂົງເຂດ, ຄື: ກະສິກຳ, ການສຶກສາ - ບຳລຸງສ້າງ, ແຮງງານ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ... ພົ້ນເດັ່ນຄືໃນຂົງເຂດການຮ່ວມມືດ້ານການສຶກສາ-ບຳລຸງສ້າງ, ຍີ່ປຸ່ນ ແມ່ນໜຶ່ງໃນບັນດາປະເທດຊ່ວຍເຫຼືອລ້າໃຫຍ່ທີ່ສຸດໃຫ້ແກ່ຂະແໜງການສຶກສາ-ບຳລຸງສ້າງຂອງ ຫວຽດນາມ ແລະສອງຝ່າຍໄດ້ລົງນາມໃນເອກະສານຮ່ວມມືໃນຂົງເຂດນີ້ຫຼາຍສະບັບ. ປະຈຸບັນ, ຈຳນວນນັກສຶກສາຫວຽດນາມ ຢູ່ ຍີ່ປຸ່ນ ບັນລຸກວ່າ 51.000 ຄົນ. ຍີ່ປຸ່ນ ພວມຮ່ວມມືຍົກລະດັບມະຫາວິທະຍາໄລຫວຽດນາມ 4 ແຫ່ງຂຶ້ນເປັນມະຫາວິທະຍາໄລຄຸນນະພາບສູງ, ພ້ອມກັນນັ້ນກໍ່ຮ່ວມມືກໍ່ສ້າງມະຫາວິທະຍາໄລ ຫວຽດນາມ-ຍີ່ປຸ່ນ ເພື່ອແນໃສ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງໃຫ້ແກ່ຫວຽດນາມ ໃນຂົງເຂດວິທະຍາສາດ-ເຕັກໂນໂລຢີ, ບໍລິຫານ ແລະການບໍລິການ...

ນອກຈາກນັ້ນ, ໃນຊຸມປີມໍ່ໆມານີ້, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຫວຽດນາມ-ຍີ່ປຸ່ນ ສືບຕໍ່ໄດ້ຮັບການຊຸກຍູ້ຢ່າງແຮງດ້ວຍເອກະສານຮ່ວມມືທີ່ໄດ້ຮັບການລົງນາມ ແລ້ວ ກວ່າ 70 ສະບັບ, ໃນນັ້ນ, ມີບັນດາຄູ່ພົວພັນພົ້ນເດັ່ນ ຄື: ນະຄອນໂຮ່ຈີມິນ ກັບ Osaka ແລະ Nagano; ຮ່າໂນ້ຍ ກັບ Fukuoka ແລະ ໂຕກຽວ...

ປະຈຸບັນ, ປະຊາຄົມຊາວຫວຽດນາມ ອາໄສຢູ່ ຍີ່ປຸ່ນ ບັນລຸກວ່າ 450.000 ຄົນ, ພວມດຳລົງຊີວິດ, ເຮັດວຽກ ແລະຮ່ຳຮຽນຢູ່ 47 ແຂວງ, ນະຄອນສັງກັດສູນກາງຂອງ ຍີ່ປຸ່ນ.

ພິເສດ, ນັບແຕ່ເມື່ອເກີດໂລກລະບາດໂຄວິດ-19, ຫວຽດນາມ ແລະ ຍີ່ປຸ່ນ ໄດ້ຮ່ວມມືກັນຢ່າງຕັ້ງໜ້າໃນຂົງເຂດປ້ອງກັນ, ຕ້ານໂລກລະບາດ. ຍີ່ປຸ່ນ ຊ່ວຍເຫຼືອລ້າຢາວັກຊິນກັນໂຄວິດ-19 ກວ່າ 7,4 ລ້ານໂດສ, ເງິນກວ່າ 4 ຕື້ເຢນ ເພື່ອສະໜອງອຸປະກອນ, ໜູນຊ່ວຍດ້ານເຕັກນິກ ແລະປັບປຸງລະບົບສາທາລະນະສຸກໃຫ້ຫວຽດນາມ.  ເພື່ອເປັນການຕອບແທນ, ລັດຖະບານ, ສະພາແຫ່ງຊາດ ແລະທ້ອງຖິ່ນຂອງຫວຽດນາມ ກໍ່ໄດ້ຊ່ວຍເຫຼືອຜ້າອັດປາກ-ອັດດັງ 1,2 ລ້ານອັນໃຫ້ແກ່ຍີ່ປຸ່ນ. ມາຮອດປະຈຸບັນ, ຍີ່ປຸ່ນ ໄດ້ຜ່ອນຜັນບັນດາລະບຽບການໃຫ້ຊາວຫວຽດນາມ (ຍົກເວັ້ນນັກທ່ອງທ່ຽວ) ເຂົ້າເມືອງ.

ໃນບັນຍາກາດແຫ່ງຄວາມປິຕິຊົມຊື່ນ, ເບີກບານ ແລະເຕັມໄປດ້ວຍຄວາມພາກພູມໃຈຕໍ່ບັນດາໝາກຜົນການຮ່ວມມືຢ່າງແທດຈິງ ເຊິ່ງສອງປະເທດບັນລຸໄດ້, ການຢ້ຽມຢາມ ຫວຽດນາມ ເປັນທາງການຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ Kishida Fumio ເພື່ອແນໃສ່ນຳການພົວພັນ ຫວຽດນາມ-ຍີ່ປຸ່ນ ສືບຕໍ່ເຂົ້າສູ່ລວງເລິກ, ຊຸກຍູ້ການຜັນຂະຫຍາຍໝາກຜົນການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃນເດືອນ ພະຈິກ 2021.

ປະຊາຊົນນະຄອນຫຼວງຮ່າໂນ້ຍ ເວົ້າສະເພາະ ແລະປະຊາຊົນຫວຽດນາມ ເວົ້າລວມ ໄດ້ຂໍ່ານັບຕ້ອນຮັບທ່ານນາຍົກລັດຖະມົນຕີ Kishida Fumio ດ້ວຍຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະການພົວພັນອັນດີງາມລະຫວ່າງການນຳຂັ້ນສູງຂອງສອງປະເທດ ບົນພື້ນຖານອາລົມຈິດ, ຄວາມຈິງໃຈ ແລະຄວາມໄວ້ເນື້ອເຊື່ອໃຈ, ພ້ອມທັງສ້າງກຳລັງໜູນຢ່າງແຮງ ເພື່ອຊຸກຍູ້ການຮ່ວມມືຢ່າງແທດຈິງໃນບັນດາຂົງເຂດ, ຕອບສະໜອງຜົນປະໂຫຍດ ແລະຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ.

ໂດຍ: ທະນາພອນ