ພາຍຫຼັງ 75 ປີ, ກົງກັບໂອກາດສະເຫຼີມສະຫຼອງກອງປະຊຸມວັດທະນະທໍາທົ່ວປະເທດ ຄັ້ງທີໜຶ່ງ, ກອງປະຊຸມ (ຄັ້ງທີສາມ) ວັດທະນະທໍາທົ່ວປະເທດ ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ໄດ້ດໍາເນີນຢູ່ນະຄອນຫຼວງຮ່າໂນ້ຍ ແລະຈັດຕັ້ງທາງອອນລາຍໂດຍມີການເຊື່ອມຕໍ່ກັບສະຖານທີ່ຂອງບັນດາແຂວງ, ນະຄອນ; ກະຊວງ, ຂະແໜງການສູນກາງ ແລະທ້ອງຖິ່ນ. ກອງປະຊຸມມີຄວາມໝາຍປະຫວັດສາດສໍາຄັນເປັນພິເສດເມື່ອບັນດາບົດຮຽນຈາກກອງປະຊຸມວັດທະນະທໍາທົ່ວປະເທດຄັ້ງທີໜຶ່ງໂດຍປະທານໂຮ່ຈີມິນ ເປັນປະທານ ຍັງຄົງມີຄຸນຄ່າເໝືອນເດີມກ່ຽວກັບວິໄສທັດຍຸດທະສາດ, ການເອົາໃຈໃສ່ຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ທີ່ມີຕໍ່ຂົງເຂດວັດທະນະທໍາ; ປຸກລຸກຄວາມໃຝ່ຝັນຂອງທົ່ວປວງຊົນທັງຊາດ ກ້າວສູ່ໄລຍະໃໝ່, ສຸມໃສ່ພັດທະນາປະເທດໃຫ້ໄວ ແລະຍືນຍົງ.

ກອງປະຊຸມຄັ້ງນີ້ຈະຕີລາຄາສະພາບໝາກຜົນການກໍ່ສ້າງວັດທະນະທໍາ, ຄົນຫວຽດນາມ ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່; ວາງອອກທິດທາງ, ໜ້າທີ່ຈຸດສຸມຂອງວຽກງານວັດທະນະທໍາ, ສິລະປະ ໃນໄລຍະ 2021-2026, ວິໄສທັດຮອດປີ 2045. ສະນັ້ນ, ຖ້າເບິ່ງໃນແງ່ມູມຄຸນລັກສະນະ, ຄວາມໝາຍ, ຂອບຂະໜາດຂອງກອງປະຊຸມ, ສາມາດເຫັນໄດ້ວ່າ ກອງປະຊຸມນີ້ບໍ່ພຽງແຕ່ສະຫງວນສະເພາະໃຫ້ແກ່ຂະແໜງວັດທະນະທໍາ ເທົ່ານັ້ນຫາກຍັງຕ້ອງເຂົ້າໃຈກວ້າງກວ່າ, ນີ້ແມ່ນວຽກງານລວມຂອງທົ່ວພັກ, ທົ່ວປວງຊົນໃນສະຖານະການປະເທດເຮົາ ສືບຕໍ່ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ. ຂອບຂະໜາດຂອງກອງປະຊຸມກໍສະແດງໃຫ້ເຫັນການເອົາໃຈໃສ່ອັນໃຫຍ່ຫຼວງຂອງພັກ, ລັດຖະບານ, ສະພາແຫ່ງຊາດກ່ຽວກັບວັດທະນະທໍາ.

ໃນບັນດາເອກະສານ, ມະຕິຂອງພັກ ລ້ວນແຕ່ຢັ້ງຢືນວ່າ: “ວັດທະນະທໍາແມ່ນພື້ນຖານດ້ານຈິດໃຈຂອງສັງຄົມ, ແມ່ນເປົ້າໝາຍ, ກໍາລັງໜູນພັດທະນາປະເທດແບບຍືນຍົງ” ແລະ “ວັດທະນະທໍາໃນຖານະເປັນກໍາລັງໜູນ, ເປັນກໍາລັງແຮງພາຍໃນອັນສໍາຄັນເພື່ອຮັບປະກັນການພັດທະນາ ແບບຍືນຍົງ ແລະປົກປັກຮັກສາປະເທດຊາດ”. ຍ້ອນເຫດນັ້ນ, ບໍ່ຄວນຖືເບົາວັດທະນະທໍາ ແລະການພັດທະນາວັດທະນະທໍາ.  “ວັດທະນະທໍາ ຕ້ອງຕັ້ງໄວ້ໃຫ້ເທົ່າທຽມກັບດ້ານເສດຖະກິດ, ການເມືອງ, ສັງຄົມ...”. ເວົ້າອີກຢ່າງໜຶ່ງ, ແມ່ນຕ້ອງແກ້ໄຂໃຫ້ກົມກຽວລະຫວ່າງການພັດທະນາເສດຖະກິດ ແລະການພັດທະນາວັດທະນະທໍາ, ປະຕິບັດຄວາມກ້າວໜ້າ, ຍຸຕິທໍາໃນສັງຄົມ. ສະນັ້ນ, ວັດທະນະທໍາ ໄດ້ກໍານົດໃຫ້ເປັນໜຶ່ງໃນ 4 ເສົາຄໍ້ານະໂຍບາຍຂອງພັກ ແລະລັດ.

leftcenterrightdel
ປະທານໂຮ່ຈີມິນ ກັບກອງສິລະປະປະຊາຊົນ. ພາບເອກະສານ: Baovanhoa.vn.

ຕ້ອງເຂົ້າໃຈຢ່າງຈະແຈ້ງວ່າ, ເຖິງວ່າຈະເຮັດຫຍັງກໍ່ຕາມ ເປົ້າໝາຍສຸດທ້າຍແມ່ນການພັດທະນາມະນຸດ. ວັດທະນະທໍາຕິດພັນຢ່າງໃກ້ຊິດຕິດແທດກັບມະນຸດ, ສະນັ້ນ, ການພັດທະນາເສດຖະກິດ, ວັດທະນະທໍາ ຈະບໍ່ຢູ່ນອກເໜືອຈຸດປະສົງ ເພື່ອການພັດທະນາຂອງມະນຸດ. ປະທານ ໂຮ່ຈີມິນ ເຄີຍເວົ້າວ່າ : “ຢາກກໍ່ສ້າງສັງຄົມນິຍົມ, ກ່ອນອື່ນໝົດຕ້ອງມີຄົນສັງຄົມນິຍົມ”. ດ້ວຍເຫດນັ້ນ, ໜ້າທີ່ອັນສະຫງ່າງາມທີ່ສຸດຂອງວັດທະນະທໍາແມ່ນການປະກອບສ່ວນສຶກສາອົບຮົມ, ບໍາລຸງສ້າງຄົນສັງຄົມນິຍົມ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນຢ່າງສຸດຈິດສຸດໃຈ. ເວົ້າເຖິງບົດບາດຂອງວັດທະນະທໍາ, ປະທານ ໂຮ່ຈີມິນ ເນັ້ນໜັກວ່າ: ຕ້ອງເຮັດແນວໃດເພື່ອໃຫ້ວັດທະນະທໍາ ຊຶມເລິກເຂົ້າໃນຈິດໃຈຂອງປະຊາຊົນ, ດັດແປງໄດ້ການສໍ້ລາດບັງຫຼວງ, ຂີ້ຄ້ານມັກງ່າຍ, ງາມແຕ່ຮູບຈູບບໍ່ຫອມ, ສິ້ນເປືອງຟຸມເຟືອຍ, ເຮັດໃຫ້ປະຊາຊົນມີນໍ້າໃຈເພື່ອຊາດ, ເພື່ອຜົນປະໂຫຍດສ່ວນລວມ, ບໍ່ເຫັນແກ່ຜົນປະໂຫຍດສ່ວນຕົວ.

ສະຫາຍ ເຈື່ອງຈິງ, ໃນບົດ “ຫຼັກໝັ້ນດ້ານແນວຄິດວັດທະນະທໍາມາກ-ຊິດ” (ຄັດຈາກປື້ມ “ລັດທິມາກ ແລະວັດທະນະທໍາຫວຽດນາມ” - ສະມາຄົມສິລະປະຫວຽດນາມ, ພິມຈໍາໜ່າຍປີ 1949), ເຄີຍຂຽນວ່າ: “ວັດທະນະທໍາເວົ້າລວມ, ວັນນະຄະດີ, ສິລະປະເວົ້າສະເພາະ ມັກນິຍົມເວົ້າຄວາມຈິງ. ມັນເຜີຍແບພະຍາດກົກເຄົ້າຂອງສັງຄົມ”. ສິ່ງນີ້ສະແດງໃຫ້ເຫັນວ່າ, ຕັ້ງແຕ່ຫົວທີ, ພັກ ຮຽກຮ້ອງຜູ້ທີ່ເຮັດວຽກງານວັດທະນະທໍາຕ້ອງເວົ້າຄວາມຈິງ. ໝາຍຄວາມວ່າ ຍ້ອງຍໍສັນລະເສີນສິ່ງທີ່ດີ, ຕໍາໜິຕິຕຽນອັນບໍ່ດີ, ເຮັດໃຫ້ສັງຄົມນັບມື້ນັບມີສິ່ງທີ່ດີຂຶ້ນຕື່ມ, ຈໍາກັດອັນບໍ່ດີ. ອັນບໍ່ດີທີ່ໄດ້ຍົກອອກມາຢູ່ທີ່ນີ້ແມ່ນການເສື່ອມທາດທາງດ້ານແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງພະນັກງານ, ສະມາຊິກພັກພາກສ່ວນໜຶ່ງຈໍານວນບໍ່ໜ້ອຍ, ກໍ່ຄວາມເຄັ່ງຮ້ອນໃນສັງຄົມ, ສົ່ງຜົນສະທ້ອນເຖິງຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ພັກ, ລັດ ແລະລະບອບ...

ພັກເຮົາ ໄດ້ຢັ້ງຢືນວ່າ ວັດທະນະທໍາແມ່ນໝາກຜົນແຫ່ງການປະດິດຄິດສ້າງຂອງມະນຸດ, ຂອງຊາດ, ພ້ອມກັນນັ້ນ, ວັດທະນະທໍາກໍ່ແມ່ນສະພາບແວດລ້ອມຫຼໍ່ລ້ຽງ, ນໍາໜ້າປັບປຸງຄຸນທາດ, ສະຕິປັນຍາ, ກິລິຍາວາດຊົງຂອງຄົນຫວຽດນາມ ແລະວົງຄະນາຍາດຊົນຊາດຫວຽດນາມ ໃຫ້ສົມບູນແບບຢ່າງບໍ່ຢຸດຢັ້ງ. ພັກ ແລະລັດ ຍາມໃດກໍສ້າງເງື່ອນໄຂ ແລະສະພາບແວດລ້ອມສະດວກເພື່ອລະດົມທຸກແຫຼ່ງກໍາລັງໃນໝູ່ປະຊາຊົນ, ສ້າງເງື່ອນໄຂເພື່ອໃຫ້ຄົນຫວຽດນາມທຸກຄົນ ລ້ວນແຕ່ໄດ້ເຂົ້າຮ່ວມການກໍ່ສ້າງ ແລະພັດທະນາວັດທະນະທໍາປະເທດຂອງຕົນ. ແນວທາງອັນຖືກຕ້ອງຂອງພັກ, ການນໍາໜ້າ, ການເປັນແບບຢ່າງຂອງແຕ່ລະອົງການຈັດຕັ້ງພັກ, ຂອງພະນັກງານ, ສະມາຊິກພັກໃນລະບົບການເມືອງແມ່ນປັດໄຈສໍາຄັນໃນວິວັດແຫ່ງການກໍ່ສ້າງ ແລະປະຕິບັດສໍາເລັດພາລະກິດພັດທະນາວັດທະນະທໍາ.

ພາຍຫຼັງກອງປະຊຸມ, ບັນດາທັດສະນະຊີ້ນໍາ, ກໍານົດທິດໃຫຍ່ ກໍຄືບັນດາຄໍາເຫັນຕ່າງໆຈະຫັນເປັນລະບອບລະບຽບການ, ຊ່ວຍແກ້ໄຂບັນດາບັນຫາຕົວຈິງໃນການພັດທະນາວັດທະນະທໍາ, ຄົນຫວຽດນາມ, ເພື່ອໃຫ້ວັດທະນະທໍາກາຍເປັນພື້ນຖານດ້ານຈິດໃຈຂອງສັງຄົມຢ່າງແທ້ຈິງ, ທັງແມ່ນເປົ້າໝາຍ, ທັງແມ່ນກໍາລັງໜູນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ. ຖືມະນຸດເຂົ້າໃນການສັງລວມ, ທັງເປັນໃຈກາງ, ເປັນເຈົ້າກຳໃນການກໍ່ສ້າງວັດທະນະທໍາ, ກົງກັນຂ້າມ, ວັດທະນະທໍາໄດ້ສ້າງຄຸນທາດອັນສູງສົ່ງຂອງຄົນຫວຽດນາມ ທີ່ຮັກຊາດ, ເຄົາລົບຄວາມເປັນທໍາ, ຮັກແພງກັນ, ມີຄວາມຄາດຫວັງສ້າງສາປະເທດຊາດ. ນັ້ນແມ່ນຄົນຂອງຍຸກສະໄໝແຫ່ງການເຊື່ອມໂຍງ, ອະນຸລັກຮັກສາສີສັນວັດທະນະທໍາຂອງຊາດ.

ໂດຍ: ໄຊຊະນະ