ເລື່ອງທ່ານ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G20, ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020, ປະກອບສ່ວນຢັ້ງຢືນການສະໜັບສະໜູນ, ການຮ່ວມມືຢ່າງຕັ້ງໜ້າຂອງຫວຽດນາມ ແລະອາຊຽນໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນແນໃສ່ຮັບມືກັບສິ່ງທ້າທາຍພວມພົ້ນເດັ່ນຂຶ້ນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຖ່າຍຮູບພ້ອມກັບການນໍາ G20 ຢູ່ Osaka, ຍີ່ປຸ່ນ ປີ 2019. ພາບ: ສຳນັກຂ່າວສານຫງຽດນາມ.

ກອງປະຊຸມສຸດຍອດ G20 ດໍາເນີນໃນສະພາບທີ່ເສດຖະກິດໂລກ ປີ 2020 ພວມຊຸດໂຊມ, ແງ່ຫວັງຟື້ນຟູບໍ່ສະໝ່ຳສະເໝີກັນ, ມີຫຼາຍຄວາມສ່ຽງຍ້ອນພະຍາດໂຄວິດ-19 ສືບຕໍ່ຜັນແປຢ່າງສັບສົນ ແລະການແກ່ງແຍ້ງຍຸດທະສາດຂອງບັນດາປະເທດໃຫຍ່ເພີ່ມຂຶ້ນ. ບັນດາບັນຫາຄວາມໝັ້ນຄົງບໍ່ແມ່ນການທະຫານກໍ່ຜົນສະທ້ອນຫຍໍ້ທໍ້ເຖິງການພັດທະນາເສດຖະກິດ-ສັງຄົມຂອງຫຼາຍປະເທດ, ການຜັນຂະຫຍາຍຂໍ້ຕົກລົງປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ...

ຍ້ອນແນວນັ້ນ, ກອງປະຊຸມສຸດຍອດ G20 ດ້ວຍຫົວຂໍ້ “ຫັນບັນດາກາລະໂອກາດໃນສະຕະວັດທີ 21 ໃຫ້ປະກົດຜົນເປັນຈິງເພື່ອປະຊາຊົນທຸກຄົນ” ແມ່ນໂອກາດເພື່ອໃຫ້ບັນດາການນໍາພ້ອມກັນປຶກສາຫາລືບັນດາມາດຕະການຊຸກຍູ້ ແລະເພີ່ມທະວີການຮ່ວມມືໃນບັນດາເນື້ອໃນບຸລິມະສິດທີ່ໄດ້ກໍານົດໄວ້.

ກອງປະຊຸມສຸດຍອດ G20 ແມ່ນເວທີປາໄສຂອງ 20 ພື້ນຖານເສດຖະກິດໃຫຍ່, ລວມມີ 19 ປະເທດທີ່ມີພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ແລະສະຫະພາບເອີລົບ (ອີຢູ), ປະຈຸບັນກວມເອົາເຖິງ 2/3 ຈໍານວນພົນລະເມືອງໃນໂລກ, ກວ່າ 90% GDP ທົ່ວໂລກ ແລະປະມານ 80% ການຄ້າສາກົນ. ກອງປະຊຸມຄັ້ງນີ້ມີຄວາມໝາຍສໍາຄັນເພື່ອບັນດາສະມາຊິກ G20 ເສີມຂະຫຍາຍບົດບາດແມ່ນກໍາລັງແກ່ນສານຂອງພື້ນຖານເສດຖະກິດໂລກ, ສົມທົບກັນກະທໍາເພື່ອຍົກອອກບັນດາປະຕິກິລິຍາຢ່າງທັນການ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ພິທີປິດອາຊຽນ 2020. ພາບ: vov.vn.

ໃນຄວາມມານະພະຍາຍາມລວມຂອງທົ່ວໂລກ, ການເຂົ້າຮ່ວມ G20 ຂອງຫວຽດນາມ ສືບຕໍ່ຢັ້ງຢືນບັນດາຄວາມມານະພະຍາຍາມເປັນເຈົ້າການເຂົ້າຮ່ວມ ແລະເສີມຂະຫຍາຍບົດບາດຂອງຫວຽດນາມ ຢູ່ບັນດາກົນໄກຫຼາຍຝ່າຍເວົ້າລວມ. ເລື່ອງຫວຽດນາມ ໄດ້ຮັບເຊີນເຂົ້າຮ່ວມບັນດາກອງປະຊຸມຂອງ G20 ໃນຊຸມປີມໍ່ໆມານີ້ເປັນປະຈໍາກໍ່ສະແດງໃຫ້ເຫັນຖານະບົດບາດ ແລະອິດທິພົນຊື່ສຽງສາກົນຂອງຫວຽດນາມ ທີ່ນັບມື້ນັບເພີ່ມຂຶ້ນໃນເວທີສາກົນ. ຫວຽດນາມ ໄດ້ຮັບເຊີນເຂົ້າຮ່ວມກອງປະຊຸມສຸດຍອດ G20 ຢູ່ ການາດາ ແລະສ.ເກົາຫຼີ ໃນປີ 2010 ດ້ວຍຖານະເປັນປະທານອາຊຽນ. ປີ 2017, ໃນຖານະຕຳແໜ່ງເປັນປະເທດເຈົ້າພາບ ປີ APEC 2017, ຫວຽດນາມ ໄດ້ຮັບເຊີນເຂົ້າຮ່ວມກອງປະຊຸມສຸດຍອດ G20 ແລະບັນດາການເຄື່ອນໄຫວທີ່ກ່ຽວຂ້ອງໃນປີ ເຢຍລະມັນ ເປັນປະທານ. ບັນດາຂໍ້ລິເລີ່ມປະກອບຂອງ ຫວຽດນາມ ເຊິ່ງ G20 ໄດ້ຮັບຮູ້ໃນຖະແຫຼງການຮ່ວມ, ຄື: ຍົກສູງການຮ່ວມມືສາກົນໃນການແກ້ໄຂບັນດາບັນຫາເສດຖະກິດທົ່ວໂລກ, ການພັດທະນາກວມລວມ ແລະຍືນຍົງ, ກະສິກຳ ແລະຄວາມໝັ້ນຄົງແຫຼ່ງນ້ຳ, ວຽກເຮັດງານທຳໃນເສດຖະກິດດີຈີຕອນ. ປີ 2019, ຍີ່ປຸ່ນ ເຊີນຫວຽດນາມ ເຂົ້າຮ່ວມເວທີປາໄສນີ້ດ້ວຍຖານະແມ່ນແຂກຖືກເຊີນ. ທີ່ເວທີປາໄສ, ທ່ານ ຫງວຽນຊວນຟຸກ ໄດ້ກ່າວຄໍາເຫັນເຕື້ອງເຖິງບັນດາບັນຫາທີ່ຈຳເປັນມີລັກສະນະທົ່ວໂລກ, ໄດ້ຮັບການຮັບຮູ້, ຕີລາຄາຢ່າງຕັ້ງໜ້າຈາກປະເທດຕ່າງໆ ແລະເໝາະສົມກັບບັນດາເປົ້າໝາຍຂອງເວທີປາໄສ.

ປີ 2020, ເຖິງວ່າຖືກຜົນກະທົບຫຍໍ້ທໍ້ຍ້ອນພະຍາດໂຄວິດ-19, ຫວຽດນາມ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າບັນດາການເຄື່ອນໄຫວຫຼາຍຝ່າຍດ້ວຍບົດບາດເປັນປະທານອາຊຽນ 2020 ແລະກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ. ເລື່ອງທ່ານ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ອີກເທື່ອໜຶ່ງປະກອບສ່ວນຢັ້ງຢືນຫວຽດນາມ ເປັນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ຫວຽດນາມ ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງທົ່ວໂລກ ແນໃສ່ສະກັດກັ້ນພະຍາດໂຄວິດ-19 ດ້ວຍຖານະເປັນປະເທດທີ່ໄດ້ຄວບຄຸມພະຍາດໂຄວິດ-19 ສໍາເລັດຜົນ, ໄດ້ຮັບການຕີລາຄາສູງຈາກບັນດາປະເທດໃນໂລກ; ຢັ້ງຢືນຮູບພາບປະເທດພັດທະນາຢ່າງຂະຫຍັນຂັນເຄື່ອນ, ມີຄວາມສາມາດຮັບມື, ເປີດອົກເປີດໃຈ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ. ເຂົ້າຮ່ວມເວທີປາໄສ, ຫວຽດນາມ ຈະປະກອບທັດສະນະພ້ອມກັບບັນດາປະເທດແກ້ໄຂບັນດາບັນຫາທີ່ມີລັກສະນະທົ່ວໂລກ, ປະກອບສ່ວນຍົກສູງຖານະບົດບາດຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020 ແລະກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021 ກວ່າອີກ.

ໃນຕະຫຼອດວິວັດການສ້າງຕັ້ງ ແລະພັດທະນາ, G20 ດ້ວຍຄວາມມານະພະຍາຍາມຂອງຕົນພ້ອມກັບບັນດາປະເທດໃນໂລກໄດ້ນໍາໂລກຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ. ພວກເຮົາເຊື່ອໝັ້ນວ່າ ຜ່ານກອງປະຊຸມສຸດຍອດ G20 ຄັ້ງນີ້, ອີກເທື່ອໜຶ່ງ G20 ຈະເສີມຂະຫຍາຍກໍາລັງແຮງ ແລະບົດບາດນໍາໜ້າເສດຖະກິດ, ປະກອບສ່ວນປັບປຸງ ແລະຊຸກຍູ້ການຮ່ວມມືສາກົນ, ນໍາໂລກຜ່ານຜ່າພະຍາດໂຄວິດ-19 ແລະສືບຕໍ່ພັດທະນາ.

ໂດຍ: ເຈິ່ນຮວ່ຽນ