ໄປຄຽງຄູ່ກັນນັ້ນ, ຫວຽດນາມ ໃນຖານະຕຳແໜ່ງເປັນປະທານອາຊຽນ 2020 ສືບຕໍ່ສ້າງຂີດໝາຍໃນໄລຍະທາງ  1/4 ສັດຕະວັດເຂົ້າຮ່ວມ “ຊາຍຄາລວມ” ອາຊຽນສະແດງໃຫ້ເຫັນຢ່າງຈະແຈ້ງແມ່ນສະມາຊິກຕັ້ງໜ້າ, ເປັນເຈົ້າການ ແລະມີຄວາມຮັບຜິດຊອບ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ຮູບພາບປະຊາຄົມອາຊຽນ ສະໜິດຕິດພັນ ແລະເປັນເຈົ້າການຮັບມື.

ປີ 2020 ເປັນຂີດໝາຍອາຊຽນ ກ້າວເຂົ້າສູ່ທົດສະວັດທີ 6 ດ້ວຍປະຊາຄົມກຳເນີດໄດ້ 5 ປີ, ພັດທະນາຢ່າງແຮງ, ກາຍເປັນພື້ນຖານເສດຖະກິດໃຫຍ່ທີ 5 ໃນໂລກ ແລະຮັກສາບົດບາດໃຈກາງໃນການເຈລະຈາ, ຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ ແລະວັດທະນາຖານວອນຂອງພາກພື້ນ. ບັນດາຜົນງານອັນລ້ຳຄ່ານັ້ນໄດ້ “ທົດສອບ” ໃນສະພາບແວດລ້ອມເຕັມໄປດ້ວຍການຜັນແປ, ດ້ວຍບັນດາການຜັນແປຍັງບໍ່ທັນມີມາກ່ອນ, ໂດຍສະເພາະແມ່ນການແຜ່ລະບາດຂອງພະຍາດໂຄວິດ-19. ໃນຄວາມຫຍຸ້ງຍາກນັ້ນຍິ່ງເຫັນໄດ້ແຈ້ງຈິດໃຈຂອງອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມານະພະຍາຍາມຮ່ວມມືພ້ອມກັນບົນຈິດໃຈ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື”, ປະຕິບັດໜ້າທີ່ “ຄວບຄູ່”, ທັງສຸມໃສ່ປ້ອງກັນ, ຕ້ານພະຍາດໂຄວິດ-19, ທັງສືບຕໍ່ມານະພະຍາຍາມກໍ່ສ້າງປະຊາຄົມ. ກອງທຶນຮັບມືກັບພະຍາດໂຄວິດ-19, ສາງແຮ່ໄວ້ວັດຖຸອຸປະກອນການແພດ, ຂອບຍຸດທະສາດຮັບມືກັບບັນດາກໍລະນີການແພດສຸກເສີນ, ສູນພາກພື້ນຮັບມືບັນດາກໍລະນີການແພດສຸກເສີນ ແລະໂລກພະຍາດ, ຂອບຟື້ນຟູສັງລວມພ້ອມກັບແຜນການຜັນຂະຫຍາຍ... ໄດ້ສະແດງໃຫ້ເຫັນບັນດາການກະທຳຢ່າງແຮງເຊິ່ງບັນດາປະເທດສະມາຊິກຜັນຂະຫຍາຍຢູ່ລະດັບຊາດ ແລະພາກພື້ນ. ຄວາມຫຍຸ້ງຍາກ ແລະສິ່ງທ້າທາຍກໍ່ບໍ່ຍອມທໍ້ຖອຍ, ພະຍາດໂຄວິດ-19 ບໍ່ສາມາດກີດຂວາງວິວັດການກໍ່ສ້າງປະຊາຄົມອາຊຽນ ໄດ້. ການຮ່ວມມືໃນ 3 ເສົາຄ້ຳ: ການເມືອງ-ຄວາມໝັ້ນຄົງ. ເສດຖະກິດ ແລະວັດທະນະທຳ-ສັງຄົມ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ຖືກຕາມຄວາມຄືບໜ້າໝາກຜົນການຕີລາຄາກາງໄລຍະບັນດາແຜນການສັງລວມປະຕິບັດວິໄສທັດປະຊາຄົມອາຊຽນ 2025.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37. ພາບ: qdnd.vn.

ໃນຂະນະບາງລະບອບລະບຽບການຫຼາຍຝ່າຍພວມປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງນັ້ນ, ປີນີ້ອາຊຽນ ສືບຕໍ່ກຳນົດໄດ້ທີ່ຕັ້ງໝັ້ນຄົງເຂ້ັມແຂງແມ່ນບົດບາດໃຈກາງໃນໂຄງປະກອບພາກພື້ນ, ໄດ້ຮັບການເຄົາລົບນັບຖື ແລະການຮ່ວມມືຂອງບັນດາປະເທດມະຫາອຳນາດ, ບັນດາຄູ່ຮ່ວມມືໃນໂລກ. ບັນດາຄຳໝັ້ນສັນຍາປະກອບດ້ານການເງິນດ້ວຍບັນດາຕົວເລກລະອຽດສະຫງວນໃຫ້ບັນດາຂໍ້ລິເລີ່ມຂອງອາຊຽນ ໃນການຮັບມື, ແກ້ໄຂຜົນກະທົບຈາກໂລກພະຍາດ; ບັນດາຖະແຫຼງການສະໜັບສະໜູນເອກະສານທັດສະນະຂອງອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ-ປາຊີຟິກ (AOIP) ຫຼື ຫຼັກໝັ້ນຫຼັກການຂອງອາຊຽນ ກ່ຽວກັບການເຊີດຊູເຄົາລົບກົດໝາຍ, ເພີ່ມທະວີການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ລະງັບໃຈ, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ແກ້ໄຂບັນດາການຂັດແຍ້ງກັນ, ຄວາມແຕກຕ່າງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນທີ່ການນຳຫຼາຍປະເທດຄູ່ຮ່ວມມືຍົກອອກມາເນື່ອງໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງນັ້ນແມ່ນພະຍານຫຼັກຖານລະອຽດ. ບົດບາດ, ຖານະທີ່ຕັ້ງສາກົນຂອງອາຊຽນ ກໍ່ນັບມື້ນັບມື້ຍົກສູງເມື່ອທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໃນຖານະຕຳແໜ່ງປະທານອາຊຽນ 2020 ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຜ່ານລະບົບທາງໄກກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະຫາກໍ່ພົ້ນເດັ່ນຂຶ້ນໃນໂລກ (G20) ຫຼື ທ່ານເລຂາທິການໃຫຍ່ອາຊຽນ ເປັນຄັ້ງທໍາອິດກ່າວຄໍາເຫັນທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດສະແດງໃຫ້ເຫັນການຮ່ວມມື, ຄຳໝັ້ນສັນຍາ ແລະການປະກອບສ່ວນຂອງອາຊຽນ ດ້ວຍບັນດາຄວາມມານະພະຍາຍາມຂອງອົງການຈັດຕັ້ງຫຼາຍຝ່າຍໃຫຍ່ທີ່ສຸດຂອງໂລກໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ.

ຮັບດຳລົງຕຳແໜ່ງປະທານອາຊຽນ 2020 ໃນຈຸດເວລາເຕັມໄປດ້ວຍຄວາມຫຍຸ້ງຍາກ, ຫວຽດນາມໄດ້ເສີມຂະຫຍາຍຖືກຕາມເນື້ອໃນຈິດໃຈ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື”, ບູລິມະສິດຍູ້ແຮງຄວາມສາມັກຄີ, ຄວາມເປັນເອກະພາບ, ສົມທົບກັນກະທຳຢ່າງມີປະສິດທິຜົນໃນອາຊຽນ, ພ້ອມທັງເພີ່ມທະວີການພົວພັນກັບບັນດາຄູ່ຮ່ວມມືເພື່ອຍົກສູງກຳລັງຄວາມສາມາດເປັນເຈົ້າຕົນເອງ ແລະຄວາມສາມາດຮັບມືທີ່ມີປະສິດທິພາບຂອງອາຊຽນ ຕໍ່ໜ້າພະຍາດໂຄວິດ-19 ກໍ່ຄືບັນດາການຜັນແປຢ່າງແຮງ, ເລິກເຊິ່ງຂອງສະພາບແວດລ້ອມພູມສາດຍຸດທະສາດທົ່ວໂລກ ແລະພາກພື້ນ. ຖະແຫຼງການຂອງປະທານອາຊຽນ ກ່ຽວກັບການຮັບມືລວມຂອງອາຊຽນ ຕໍ່ໜ້າການແຜ່ລະບາດຂອງພະຍາດໂຄວິດ-19, ຖະແຫຼງການຮ່ວມຂອງບັນດາລັດຖະມົນຕີການຕ່າງປະເທດອາຊຽນກ່ຽວກັບຄວາມສຳຄັນຂອງການຮັກສາສັນຕິພາບ ແລະສະຖຽນລະພາບຢູ່ອາຊີຕາເວັນອອກສ່ຽງໃຕ້ເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງອາຊຽນ ຫຼື ຖະແຫຼງການຮ່າໂນ້ຍກ່ຽວກັບການເພີ່ມທະວີວຽກງານສັງຄົມມຸ່ງໄປເຖິງປະຊາຄົມອາຊຽນ ສະໜິດຕິດພັນ ແລະເປັນເຈົ້າການຮັບມືແມ່ນໜຶ່ງໃນຈຳນວນຫຼາຍຂໍ້ສະເໜີຂອງຫວຽດນາມ ໄດ້ຮັບການສະໜັບສະໜູນຢ່າງແຮງຂອງບັນດາປະເທດອາຊຽນ ແລະຄູ່ຮ່ວມມືໃນປີ 2020 ນີ້. ກໍ່ຕ້ອງຢັ້ງຢືນຄວາມສາມາດເປັນປະເທດເຈົ້າພາບ ແລະບໍລິຫານຂອງປະເທດປະທານຫວຽດນາມ ທີ່ຂະຫຍັນຂັນເຄື່ອນ, ຕັ້ງໜ້າ, ມີໄຫວພິບ ແລະປະດິດສ້າງເມື່ອກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງມີຈຳນວນເອກະສານຫຼາຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ (ກວ່າ 80 ສະບັບ) ໄດ້ຮັບການຮັບຮອງເອົາ, ຮັບຮູ້ ແລະປະກາດ; ສົນທິສັນຍາໄມຕີຈິດ ແລະຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ສືບຕໍ່ເປີດກວ້າງສະມາຊິກຂຶ້ນເປັນ 43 ປະເທດດ້ວຍການເຂົ້າຮ່ວມໃໝ່ທີ່ສຸດຂອງໂກລົມເບຍ, ອາຟະລິກາໃຕ້ ແລະກູບາ; ສັນຍາສັນຍາຄູ່ຮ່ວມທາງເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP) ທີ່ໄດ້ລົງນາມ ຫຼື ເປັນຄັ້ງທຳອິດອາຊຽນໄດ້ຈັດກອງປະຊຸມສຸດຍອດ 3 ຄັ້ງໃນປີ 2020 (ແທນທີ 2 ຄັ້ງ ຄືປົກກະຕິ) ແລະຈັດຕັ້ງກອງປະຊຸມສຸດຍອດການນໍາຍິງອາຊຽນ.

ສະພາບໂລກພະຍາດຍັງມີຄວາມສັບສົນຫຼາຍຢ່າງ, ສະພາບແວດລ້ອມພູມສາດການເມືອງ, ເສດຖະກິດພາກພື້ນມີການຜັນແປຫຼາຍຢ່າງສົ່ງຜົນສະທ້ອນເຖິງສັນຕິພາບ, ສະຖຽນລະພາບ. ບັນດາສິ່ງທ້າທາຍນັ້ນແມ່ນສິ່ງທີ່ທົດສອບເພື່ອໃຫ້ອາຊຽນ ຢັ້ງຢືນຄຸນນະທາດຂອງປະຊາຄົມອາຊຽນ ສະໜິດຕິດພັນ ແລະເປັນເຈົ້າການຮັບມື ແລະນັ້ນແມ່ນເຂັມທິດໃຫ້ອາຊຽນໝັ້ນໃຈກ້າວຂຶ້ນ. ປະຊາຄົມອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີບົດບາດ, ຖານະທີ່ຕັ້ງສາກົນສູງແມ່ນຜົນປະໂຫຍດລວມຂອງພວກເຮົາ. ຫວຽດນາມ ໄດ້, ພວມ ແລະຈະສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນພ້ອມກັບບັນດາປະເທດສະມາຊິກ ອາຊຽນ ປະກອບສ່ວນປະຕິບັດເປົ້າໝາຍອັນສູງສົ່ງນີ້ສຳເລັດຜົນ.

ໂດຍ: ແສງເດືອນ