ເມື່ອຕອບສຳພາດຕໍ່ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ, ທ່ານ ສຈ. Pankaj Jha ຂອງໂຮງຮຽນພົວພັນສາກົນ Jindal (ອິນເດຍ) ຖືວ່າ ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງຫວຽດນາມ ໃນອາຍຸການປະທານອາຊຽນ 2020 ແມ່ນຊຸກຍູ້ຄວາມມານະພະຍາຍາມລວມໝູ່ໃນການຕໍ່ສູ້ຕ້ານພະຍາດໂຄວິດ-19. ທ່ານ ສຈ. Pankaj Jha ເນັ້ນໜັກວ່າ “ການຊີ້ແຈ້ງເຖິງຄວາມຈຳເປັນຕ້ອງຮ່ວມມືກັບບັນດາປະເທດຄູ່ຮ່ວມມືເຈລະຈາຂອງອາຊຽນ, ອົງການອະນາໄມໂລກ ແລະບັນດາອົງການທີ່ກ່ຽວຂ້ອງໄດ້ສະແດງໃຫ້ເຫັນກຳລັງຄວາມສາມາດຂອງຫວຽດນາມ ໃນການກຳແໜ້ນບັນດາບັນຫາກ່ຽວຂ້ອງເຖິງໂລກພະຍາດ, ກໍ່ຄືການນຳມາເຊິ່ງຄວາມເຫັນດີເຫັນພ້ອມກ່ຽວກັບບັນດາບັນຫານີ້”.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເປັນປະທານວາລະປະຊຸມຄົບຄະນະກອງປະຊຸມສຸດຍອດອາຊຽນ 36 ໃນເດືອນ ມີຖຸນາ 2020. ພາບ: ຈ້ອງຫາຍ.

ຕາມນັກຊ່ຽວຊານຄົນອິນເດຍ ແລ້ວ, ນັບແຕ່ຕົ້ນປີອາຊຽນ 2020, ທີ່ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ (AMM Retreat) ໂດຍຫວຽດນາມ ເປັນປະທານ, ບັນດາບັນຫາຄວາມໝັ້ນຄົງ, ວັດທະນາຖາວອນ ແລະຮັບມືກັບບັນດາສິ່ງທ້າທາຍພວມປະກົດຂຶ້ນນັ້ນໄດ້ນຳມາປຶກສາຫາລື. ທີ່ບັນດາກອງປະຊຸມຂັ້ນລັດຖະມົນຕີອາຊຽນ ຫຼັງຈາກນັ້ນ, ບັນດາບັນຫານີ້ສືບຕໍ່ໄດ້ປຶກສາຫາລື. ທ່ານ ສຈ. Pankaj Jha ຖືວ່າ ການຈັດຕັ້ງບັນດາກອງປະຊຸມອາຊຽນ ຜ່ານລະບົບທາງໄກໃນສະພາບການໂລກພະຍາດ, ຜ່ານນັ້ນເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງບັນດາປະເທດສະມາຊິກແມ່ນໜຶ່ງໃນບັນດາຄວາມຫຍຸ້ງຍາກໃຫຍ່ທີ່ສຸດທີ່ຫວຽດນາມ ຕ້ອງປະເຊີນໜ້າໃນອາຍຸການປະທານອາຊຽນ 2020. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ “ໄດ້ແກ້ໄຂຢ່າງຄ່ອງແຄ້ວບັນຫາຂອງການປະຕິວັດອຸດສາຫະກຳ 4.0”.

ຕີລາຄາ ຫວຽດນາມ ແມ່ນສະມາຊິກຕັ້ງໜ້າຂອງອາຊຽນ ນັບແຕ່ເມື່ອຫວຽດນາມ ເຂົ້າເປັນສະມາຊິກໃນປີ 1995, ໜ້າເວັບໄຊ The ASEAN Post ຫາກໍ່ຢັ້ງຢືນຫວຽດນາມ “ບັນລຸໄດ້ບັນດາບາດກ້າວເດີນໃຫຍ່” ໃນການສະແດງໃຫ້ເຫັນບົດບາດຂອງຕົນທີ່ອາຊຽນ, ໂດຍສະເພາະແມ່ນການເປັນເຈົ້າການຮັບມືກັບພະຍາດໂຄວິດ-19, ນະໂຍບາຍຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະຄວາມໝັ້ນຄົງດ້ານການເມືອງ. ຂໍ້ສັງເກດຂອງທ່ານ Pou Southirak, ຜູ້ອໍານວຍການສະຖາບັນຮ່ວມມື ແລະສັນຕິພາບຂອງກຳປູເຈຍ ທີ່ລົງພິມໃນໜັງສືພິມ The South China Morning Post ຫວ່າງມໍ່ໆມານີ້ເນັ້ນໜັກວ່າ ດ້ວຍເລື່ອງຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ 2020, ອາຊຽນ ອາດສາມາດເຊື່ອໝັ້ນຢ່າງແນ່ວແນ່ວ່າ “ອາຊີຕາເວັນອອກສ່ຽງໃຕ້ບໍ່ແມ່ນ “ເດີນຫຼັງ” ຂອງໃຜ ແລະບໍ່ມີປະເທດມະຫາອຳນາດໃດຢູ່ພາຍນອກມີສິດຈັດວາງນະໂຍບາຍໃດ ຫຼື ຂໍ້ລິເລີ່ມໃດທີ່ກໍ່ຄວາມເສຍຫາຍເຖິງຜົນປະໂຫຍດລວມຂອງພາກພື້ນ”.

ສ່ວນທ່ານ ສຈ. Vijay Sakhuja ສັງກັດກອງທຶນຄົ້ນຄວ້າສາກົນ Kalinga (ອິນເດຍ) ຕີລາຄາວ່າ ຫວຽດນາມ ໄດ້ສ້າງກຳລັງໜູນໃຫ້ອາຊຽນ ໃນຖານະຕຳແໜ່ງເປັນປະທານໝູນວຽນຂອງອາຊຽນໃນປີນີ້. ຕາມທ່ານ ສຈ. Vijay Sakhuja ແລ້ວ, ຫວຽດນາມ ໄດ້ປະຕິບັດຖືກຕາມໜ້າທີ່ສໍາຄັນຂອງຕົນບໍ່ຫົວຊາຕໍ່ສະພາບການພະຍາດໂຄວິດ-19 ແລະສະພາບການຢູ່ພາກພື້ນຜັນແປທີ່ຍາກຈະຄາດຄະເນລ່ວງໜ້າໄດ້. ຫວຽດນາມ ໄດ້ນຳພາ ແລະຈັດຕັ້ງທຸກເຫດການກ່ຽວຂ້ອງຂອງອາຊຽນ, ໃນນ້ັນມີບັນດາກອງປະຊຸມຂັ້ນສູງພາຍໃນກຸ່ມ, ກອງປະຊຸມຂັ້ນສູງລະຫວ່າງອາຊຽນກັບບັນດາຄູ່ຮ່ວມມືພ້ອມກັບບັນດາການເຄື່ອນໄຫວຄ້າຍຄືກັນອື່ນຕາມແຜນການທີ່ໄດ້ວາງອອກ. ບັນດາການເຄື່ອນໄຫວສ່ວນຫຼາຍໄດ້ຈັດຕັ້ງຜ່ານລະບົບທາງໄກ, ແມ່ນ “ສະແດງໃຫ້ເຫັນວ່າພວກເຮົາສາມາດເຮັດໄດ້ຫາກບໍ່ຕ້ອງພົບປະໂດຍກົງ”. ທ່ານ ສຈ. Vijay Sakhuja ເນັ້ນໜັກໃນບົດຂຽນທີ່ລົງໃນເວັບໄຊຂອງກອງທຶນຄົ້ນຄວ້າສາກົນ Kalinga ວ່າ “ພາຍໃນກຸ່ມອາຊຽນ, ບັນດາການເຄື່ອນໄຫວ, ນັບແຕ່ດ້ານການເມືອງ, ການພົວພັນຕ່າງປະເທດ, ເສດຖະກິດ, ການປ້ອງກັນຊາດຈົນເຖິງຄວາມໝັ້ນຄົງບໍ່ແມ່ນການທະຫານ, ການພັດທະນາ, ລ້ວນແຕ່ໄດ້ຜັນຂະຫຍາຍຢ່າງຄ່ອງແຄ້ວ. ທ່ານ Lim Jock Hoi ເລຂາທິການໃຫຍ່ອາຊຽນ ໄດ້ຊົມເຊີຍການກະກຽມຢ່າງຮອບຄອບຖີ່ຖ້ວນ, ລະອຽດລະອໍຂອງຫວຽດນາມ ກໍ່ຄືໝາກຜົນຂອງ AMM-53 ດ້ວຍຈໍານວນເອກະສານໃຫຍ່ທີ່ສຸດໄດ້ຮັບຮອງເອົາ”.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ໃນເດືອນ ມີຖຸນາ 2020. ພາບ: ຈ້ອງຫາຍ.

ໃນຂະນະນັ້ນ, ສູນຄົ້ນຄວ້ານະໂຍບາຍສາທາລະນະ (CPPR) ຂອງອິນເດຍ ຕີລາຄາວ່າໃນຖານະຕຳແໜ່ງປະທານອາຊຽນ 2020, ຫວຽດນາມ ໄດ້ເຮັດໃຫ້ຫຼາຍບັນຫາສຳຄັນພົ້ນເດັ່ນຂຶ້ນ, ໃນນັ້ນຕ້ອງເວົ້າເຖິງເລື່ອງເສີມຂະຫຍາຍຄວາມເປັນເອກະພາບ ແລະສາມັກຄີຂອງອາຊຽນ, ຊຸກຍູ້ການເຊື່ອມຕໍ່ພາກພື້ນ, ເພີ່ມທະວີຄຳໝັ້ນສັນຍາແກ້ໄຂບັນດາບັນຫາທົ່ວໂລກ. ໃນບົດຂຽນທີ່ລົງຢູ່ໜ້າເວັບໄຊຂອງຕົນ, CPPR ຖືວ່າ ຄວາມເປັນເອກະພາບ ແລະສາມັກຄີຂອງອາຊຽນ ໄດ້ສະແດງໃຫ້ເຫັນຜ່ານຖະແຫຼງການຂອງປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ໃນທ້າຍເດືອນມີຖຸນາ ຜ່ານມາ. ພ້ອມກັນນັ້ນ, ໃນຂະນະທີ່ພະຍາດໂຄວິດ-19 ເຮັດໃຫ້ລະບົບສະໜອງຢູ່ພາກພື້ນຖືກເສຍຫາຍງ່າຍ, ແຜນການກະທຳຮ່າໂນ້ຍກ່ຽວກັບການເພີ່ມທະວີການຮ່ວມມືເສດຖະກິດອາຊຽນ ແລະເຊື່ອມຕໍ່ລະບົບສະໜອງໃນສະພາບພະຍາດໂຄວິດ-19 ແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງ “ຄວາມຕັດສິນໃຈຂອງອາຊຽນ ໃນການສົບທົບກັນຢ່າງແໜ້ນແຟ້ນເພື່ອກຳນົດ ແລະແກ້ໄຂບັນຫາຕັດຕອນດ້ານການຄ້າ”. ຕາມ CPPR ແລ້ວ, ນີ້ແມ່ນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມສົມທົບກັນຂອງອາຊຽນ ເພື່ອແນໃສ່ບໍ່ພຽງແຕ່ສະກັດກັ້ນ ແລະຫຼຸດຜ່ອນຜົນກະທົບເຖິງເສດຖະກິດຂອງພະຍາດໂຄວິດ-19 ຕໍ່ກັບພາກພື້ນເທົ່ານັ້ນ ຫາກຍັງເພີ່ມທະວີ ແລະເຮັດໃຫ້ບັນດາລະບົບສະໜອງມີໄຫວພິບກວ່າ...

ບົດຂຽນຢັ້ງຢືນວ່າ “ນັບແຕ່ເມື່ອຮັບດຳລົງສອງຕຳແໜ່ງສຳຄັນແມ່ນປະທານອາຊຽນ ແລະກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ຫວຽດນາມ ໄດ້ຍົກອອກຫຼາຍຂໍ້ລິເລີ່ມໃນສະພາບທີ່ເຕັມໄປດ້ວຍສິ່ງທ້າທາຍຍ້ອນໂລກພະຍາດໂຄວິດ-19 ໃນທົ່ວໂລກ ແລະປະຕິບັດຖືກຕ້ອງບັນດາໜ້າທີ່ສໍາຄັນທີ່ໄດ້ມອບໝາຍ. ຫວຽດນາມ ໄດ້ສຸມໃສ່ລົງທຶນແຫຼ່ງກຳລັງດ້ານການທູດຢ່າງໃຫຍ່ຫຼວງ ເພື່ອປະກອບສ່ວນໃຫ້ສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນກໍ່ຄືຢູ່ໃນໂລກ”.

ໂດຍ: ແສງເດືອນ