ຫວຽດນາມ ແລະຍີ່ປຸ່ນ ສ້າງຕັ້ງການພົວພັນທາງການທູດເມື່ອວັນທີ 21 ກັນຍາ 1973. ໃນຊຸມປີມໍ່ໆມານີ້, ການພົວພັນຫວຽດນາມ ແລະຍີ່ປຸ່ນ ພັດທະນາຢ່າງວ່ອງໄວ. ຍີ່ປຸ່ນ ແມ່ນປະເທດນອນໃນກຸ່ມ G7 ທໍາອິດທີ່ຕ້ອນຮັບເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ມາຢ້ຽມຢາມ (ປີ 1995); ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ (ປີ 2009); ຮັບຮອງກົດລະບຽບເສດຖະກິດຕະຫຼາດຂອງຫວຽດນາມ (ປີ 2011) ແລະກໍ່ແມ່ນປະເທດສັງກັດກຸ່ມ G7 ທໍາອິດເຊີນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ (ເດືອນພຶດສະພາ 2016). ໃນການຢ້ຽມຢາມຍີ່ປຸ່ນ ທາງລັດຖະກິດຂອງທ່ານ ເຈືອງເຕີ໊ນຊາງ ປະທານປະເທດຫວຽດນາມ ໃນເດືອນມີນາ 2014, ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງເພື່ອສັນຕິພາບ ແລະວັດທະນາຖາວອນຢູ່ອາຊີ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Suga Yoshihide ນາຍົກລັດຖະມົນຕີຍີ່ປຸ່ນ . ພາບ: zing.vn.

ການພົວພັນລະຫວ່າງສອງປະເທດພວມຢູ່ໃນໄລຍະດີທີ່ສຸດໃນປະຫວັດສາດນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ, ມີຄວາມໄວ້ເນື້ອເຊື່ອໃຈສູງ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດນັບມື້ນັບໄດ້ຮັບການປັບປຸງ, ບັນດາການຢ້ຽມຢາມ, ພົບປະຢູ່ຂັ້ນຕ່າງໆ, ໂດຍສະເພາະແມ່ນຂັ້ນສູງໄດ້ຮັກສາເປັນປະຈຳທາງຝ່າຍພັກ, ລັດ, ລັດຖະບານ, ສະພາແຫ່ງຊາດກໍ່ຄືທີ່ບັນດາເວທີປາໄສສາກົນ ແລະພາກພື້ນ. ສອງຝ່າຍມີບັນດາກົນໄກຮ່ວມມືສຳຄັນ, ຄະນະກຳມະການຮ່ວມມືຫວຽດນາມ-ຍີ່ປຸ່ນ ໂດຍລັດຖະມົນຕີການຕ່າງປະເທດສອງທ່ານເປັນປະທານຮ່ວມ; ການເຈລະຈາຄູ່ຮ່ວມມືຍຸດທະສາດຫວຽດນາມ-ຍີ່ປຸ່ນ ກ່ຽວກັບການພົວພັນຕ່າງປະເທດ-ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂັ້ນຮອງລັດຖະມົນຕີການຕ່າງປະເທດ. ການເຈລະຈານະໂຍບາຍດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີ; ຄະນະກຳມະການປະສົມດ້ານການຄ້າ, ພະລັງງານ ແລະອຸດສາຫະກຳ; ການເຈລະຈາດ້ານກະສິກຳຂັ້ນລັດຖະມົນຕີ; ການເຈລະຈານະໂຍບາຍທະເລຫວຽດນາມ - ຍີ່ປຸ່ນ ຂັ້ນລັດຖະມົນຕີ.

ໃນຂົງເຂດການຮ່ວມມືດ້ານເສດຖະກິດ, ຍີ່ປຸ່ນແມ່ນຄູ່ຮ່ວມມືເສດຖະກິດສຳຄັນແຖວໜ້າຂອງຫວຽດນາມ. ແມ່ນປະເທດອຸປະຖຳ ODA ໃຫຍ່ທີ່ສຸດ, ແມ່ນນັກລົງທຶນຢືນອັນດັບທີສອງ, ຄູ່ຮ່ວມມືດ້ານການທ່ອງທ່ຽວຢືນອັນດັບທີສາມ, ການຄ້າຢືນອັນດັບທີສີ່ຂອງຫວຽດນາມ.

ນອກຈາກນັ້ນ, ສອງປະເທດຍັງມີການຮ່ວມມືໃນຂົງເຂດຕ່າງໆ, ຄື: ກະສິກຳ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຮ່ວມມືດ້ານແຮງງານ, ການສຶກສາ, ການທ່ອງທ່ຽວ. ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະຍີ່ປຸ່ນ ກໍ່ໄດ້ຮັບການຊຸກຍູ້ຢ່າງແຮງ, ບັນດາທ້ອງຖິ່ນຂອງສອງຝ່າຍໄດ້ເຊັນເອກະສານຮ່ວມມື 70 ສະບັບ. ຄຽງຂ້າງນັ້ນ, ດ້ວຍກວ່າ 420.000 ຄົນ, ປະຊາຄົມຊາວຫວຽດນາມ ຢູ່ຍີ່ປຸ່ນ ສືບຕໍ່ແມ່ນຂົວຕໍ່ສຳຄັນລະຫວ່າງສອງປະເທດ.

ແຕ່ຕົ້ນປີ 2020, ພະຍາດໂຄວິດ-19 ໄດ້ກະທົບເຖິງການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງຫວຽດນາມ-ຍີ່ປຸ່ນ ໃນຫຼາຍຂົງເຂດ. ສອງປະເທດຕ້ອງຍົກເລີກ ແລະໂຈະບາງການເຄື່ອນໄຫວພົວພັນຕ່າງປະເທດ. ການຮ່ວມມືດ້ານແຮງງານ, ການທ່ອງທ່ຽວຖືກຜົນກະທົບ, ຈຳນວນແຂກທ່ອງທ່ຽວຂອງຍີ່ປຸ່ນ ມາຫວຽດນາມ ໃນໄລຍະ 5 ເດືອນຕົ້ນປີ 2020 ພຽງແຕ່ບັນລຸ 200.346 ຄົນ, ຢືນອັນດັບທີສີ່, ຫຼຸດລົງເກືອບ 50% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ໃນນັ້ນເດືອນເມສາ ແລະເດືອນພຶດສະພາ ບໍ່ມີການແລກປ່ຽນແຂກທ່ອງທ່ຽວຍ້ອນບັນດາມາດຕະການຈຳກັດການໄປມາຫາສູ່ກັນ.

ເຖິງຢ່າງໃດກໍ່ຕາມ, ສອງປະເທດກໍ່ຮັກສາການແລກປ່ຽນຂັ້ນສູງ ແລະຂັ້ນຕ່າງໆດ້ວຍຫຼາຍຮູບການ. ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບທ່ານ Suga Yoshihide ນາຍົກລັດຖະມົນຕີຍີ່ປຸ່ນ(12-10-2020) ແລະກ່ອນໜ້ານັ້ນໄດ້ສົນທະນາທາງໂທລະສັບກັບທ່ານ Abe Shinzo ນາຍົກລັດຖະມົນຕີຍີ່ປຸ່ນ ເປັນສອງເທື່ອ (ວັນທີ 4 ພຶດສະພາ ແລະວັນທີ 4 ສິງຫາ 2020). ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ສົນທະນາທາງໂທລະສັບກັບທ່ານ Motegi Toshimitsu ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ເປັນສອງເທື່ອ (ເດືອນມີນາ ແລະເດືອນມິຖຸນາ 2020); ສອງຝ່າຍໄດ້ສົມທົບກັນກ່ຽວກັບຫຼັກໝັ້ນທີ່ກອງປະຊຸມພິເສດ ອາຊຽນ+3 ກ່ຽວກັບການຮັບມືກັບພະຍາດໂຄວິດ-19 (ວັນທີ 14 ເມສາ 2020). ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ຝາກຈົດໝາຍ ແລະສົ່ງໂທລະເລກຢ້ືຢາມຖາມຂ່າວເຖິງທ່ານ Abe Shinzo ນາຍົກລັດຖະມົນຕີຍີ່ປຸ່ນ ສາມເທື່ອ.

ຫວນຄືນໄລຍະທາງປະຫວັດສາດການພົວພັນລະຫວ່າງສອງປະເທດ, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ວ່າການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງຫວຽດນາມ - ຍີ່ປຸ່ນ ພວມສືບຕໍ່ພັດທະນາອັນດີງາມ, ເຂັ້ມແຂງ ແລະແທດຈິງໃນຫຼາຍຂົງເຂດ. ພວກເຮົາເຊື່ອໝັ້ນວ່າ, ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Suga Yoshihide ນາຍົກລັດຖະມົນຕີຍີ່ປຸ່ນ ແລະພັນລະຍາ ຄັ້ງນີ້ຈະປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງຫວຽດນາມ-ຍີ່ປຸ່ນ ໃຫ້ນັບມື້ນັບພັດທະນາຮອບດ້ານ ແລະແທດຈິງກວ່າ. ຄຽງຂ້າງນັ້ນ, ການຢ້ຽມຢາມຄັ້ງນີ້ຍັງແມ່ນກາລະໂອກາດເພື່ອຢ້ັງຢືນກັບປະຊາຄົມສາກົນກ່ຽວກັບປະເທດຫວຽດນາມ ທີ່ປອດໄພ, ມີປະສິດທິຜົນໃນການຮັບມືກັບພະຍາດໂຄວິດ-19, ພ້ອມທັງຍົກສູງຜົນງານການປ່ຽນແປງໃໝ່, ພັດທະນາເສດຖະກິດ, ສັງຄົມ, ຍົກສູງຖານະບົດບາດສາກົນ, ຜັນຂະຫຍາຍແນວທາງການພົວພັນຕ່າງປະເທດ, ຕັດສິນໃຈເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ.

ໂດຍ: ແສງເດືອນ