ດ້ວຍຄວາມຮັບຜິດຊອບສູງຕໍ່ພັກ, ລັດ, ປະຊາຊົນ, ພະນັກງານ, ນັກຮົບທົ່ວກອງທັບ, ກອງປະຊຸມໃຫຍ່ໄດ້ເຊີດຊູປະຊາທິປະໄຕ, ສຸມສະຕິປັນຍາ, ໄຈ້ແຍກ, ຕີລາຄາ, ຄາດຄະເນສະພາບການ, ກໍານົດໄດ້ທິດທາງ, ເປົ້າໝາຍ, ໜ້າທີ່, ມາດຕະການຕົ້ນຕໍນໍາພາໜ້າທີ່ການທະຫານ, ການປ້ອງກັນຊາດ, ຍົກສູງກໍາລັງຄວາມສາມາດນໍາພາ, ກໍາລັງແຮງສູ້ຮົບ, ກໍ່ສ້າງອົງຄະນະພັກກອງທັບປອດໃສ, ໝັ້ນຄົງເຂັ້ມແຂງ, ເປັນແບບຢ່າງ, ດີເດັ່ນໃນອາຍຸການ 2020-2025. ກອງປະຊຸມໃຫຍ່ໄດ້ປະກອບຫຼາຍຄໍາຄິດເຫັນທີ່ມີຄຸນນະພາບໃສ່ຮ່າງເອກະສານສະບັບຕ່າງໆຂອງສູນກາງ ທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຜູ້ແທນສົມບູນ 43 ສະຫາຍ ແລະຜູ້ແທນສໍາຮອງ 3 ສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ.

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ ປະສົບຜົນສໍາເລັດຢ່າງຈົບງາມ ຍ້ອນໄດ້ມີການກະກຽມຢ່າງຮອບຄອບຖີ່ຖ້ວນ, ເຂັ້ມງວດ, ປະຊາທິປະໄຕ, ສາມັກຄີ, ມີຄວາມຮັບຜິດຊອບຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ບັນດາອົງການກ່ຽວຂ້ອງ, ການປະກອບກຳລັງເຫື່ອແຮງ, ສະຕິປັນຍາຂອງທົ່ວກອງທັບ, ພິເສດແມ່ນການຊີ້ນໍາ, ນໍາພາຂອງກົມການເມືອງ, ຄະນະເລຂາ ແລະການແນະນໍາ, ຊ່ວຍເຫຼືອຢ່່າງສຸດຈິດສຸດໃຈ, ມີຄວາມຮັບຜິດຊອບຂອງບັນດາອົງການສູນກາງ ໃນວິວັດການກະກຽມ, ດໍາເນີນກອງປະຊຸມໃຫຍ່.

ກອງທັບເຮົາແມ່ນກອງທັບປະຕິວັດ, ພາຍໃຕ້ການນໍາພາທຸກດ້ານຢ່າງເດັດຂາດ, ໂດຍກົງຂອງພັກ, ຜົນສໍາເລັດຂອງກອງປະຊຸມໃຫຍ່ແມ່ນຂີດໝາຍສໍາຄັນຂອງສະໄໝພັດທະນາໃໝ່ຂອງກອງທັບ, ແມ່ນກໍາລັງໜູນເພື່ອລະດົມທົ່ວກອງທັບມານະພະຍາຍາມສູ້ຊົນບືນຕົວຂຶ້ນ, ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ. ໃນໄລຍະຜ່ານມາ,  ໂດຍມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ, ບັນດາອົງການ, ກົມກອງໃນທົ່ວກອງທັບໄດ້ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ພະຍາຍາມສູ້ຊົນ, ມີການປ່ຽນແປງໃໝ່ປະດິດຄິດສ້າງຫຼາຍຢ່າງໃນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ ຄັ້ງທີ X, ຜັນຂະຫຍາຍຫຼາຍໂຄງການດໍາເນີນງານຢ່າງແທດຈິງ; ຈັດຕັ້ງຂະບວນການແຂ່ງຂັນ “ປະຊາທິປະໄຕ, ສາມັກຄີ, ສະຕິປັນຍາ, ເດັດຂາດມີໄຊ” ມຸ່ງໄປເຖິງກອງປະຊຸມໃຫຍ່, ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.

leftcenterrightdel
ຄະນະຜູ້ແທນອົງຄະນະພັກກອງທັບ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທ່ົວປະເທດ ຄັ້ງທີ XIII ຂອງພັກ. ພາບ: ຕວ໊ນຮຸຍ.

ອາຍຸການ 2020-2025, ໜ້າທີ່ກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດ, ປົກປັກຮັກສາປະເທດຊາດໄດ້ມີການເພີ່ມເຕີມ, ພັດທະນາ, ຫຍຸ້ງຍາກ, ສັບສົນກວ່າເກົ່າ.  ມີຄວາມເຊື່ອໝັ້ນ, ເອກອ້າງທະນົງໃຈກັບຜົນສໍາເລັດຂອງກອງປະຊຸມໃຫຍ່, ດ້ວຍເຈດຈໍານົງຄວາມຕັດສິນໃຈດ້ານການເມືອງສູງ, ຄະນະພັກ, ຜູ້ບັນຊາການທຸກຂັ້ນຕ້ອງຊາບຊຶມໝາກຜົນກອງປະຊຸມໃຫຍ່ຢ່າງເລິກເຊິ່ງ, ກໍານົດແຜນນະໂຍບາຍ, ເປົ້າໝາຍ, ໜ້າທີ່, ມາດຕະການປະຕິບັດມະຕິ ແລະໂຄງການດໍາເນີນງານຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ ຄັ້ງທີ XI. ເພື່ອຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່, ນໍາມະຕິກອງປະຊຸມໃຫຍ່ເຂົ້າສູ່ການດໍາລົງຊີວິດໂດຍໄວ, ມີກຳລັງແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງເຖິງທຸກໆການເຄື່ອນໄຫວຂອງທະຫານ, ຄະນະພັກທຸກຂັ້ນ, ຜູ້ບັນຊາການໂຄສະນາກ່ຽວກັບຈິດໃຈຂອງກອງປະຊຸມໃຫຍ່ໃຫ້ແກ່ນັກຮົບແຕ່ລະຄົນຢ່າງທັນການ; ເພີ່ມເຕີມ, ເຮັດໃຫ້ແຜນນະໂຍບາຍ, ມາດຕະການຊີ້ນໍານໍາພາ, ຈັດຕັ້ງການປະຕິບັດໜ້າທີ່ຂອງອົງການ, ກົມກອງຕົນກ່ຽວກັບວຽກງານການທະຫານ, ການປ້ອງກັນຊາດໃຫ້ເລິກເຊິ່ງກວ່າ, ກໍ່ສ້າງອົງຄະນະພັກໃຫ້ປອດໃສເຂັ້ມແຂງ, ເປັບແບບຢ່າງ, ດີເດັ່ນ; ກໍານົດຄວາມຮັບຜິດຊອບຢ່າງລະອຽດສໍາລັບສະມາຊິກພັກແຕ່ລະຂັ້ນ. ອົງຄະນະພັກກອງທັບ ແລະທົ່ວກອງທັບເສີມຂະຫຍາຍບົດບາດນໍາໜ້າເປັນແບບຢ່າງ ແລະມີຄວາມຮັບຜິດຊອບເປັນແບບຢ່າງຂອງພະນັກງານ, ສະມາຊິກພັກເປັນຢ່າງດີ, ເປັນຕົ້ນແມ່ນ ພະນັກງານຫຼັກແຫຼ່ງທຸກຂັ້ນໃນການປະຕິບັດເປົ້າໝາຍ, ໜ້າທີ່ເຊິ່ງກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XI ວາງອອກ, ປະຈັນບານ,  ນໍາໜ້າປະຕິບັດສໍາເລັດວຽກຫຍຸ້ງຍາກ, ວຽກໃໝ່; ເອົາໃຈໃສ່, ເບິ່ງແຍງດູແລເຖິງການດໍາລົງຊີວິດທາງດ້ານວັດຖຸ, ຈິດໃຈ ແລະຄວາມກ້າວໜ້າ, ເຕີບໃຫຍ່ຂອງພະນັກງານ, ນັກຮົບ.

ຜ່ານພຶດຕິກໍາຕົວຈິງເກືອບ 75 ປີແຫ່ງການກໍ່ສ້າງ, ສູ້ຮົບ, ເຕີບໃຫຍ່, ພັດທະນາຂອງກອງທັບ, ພະນັກງານ, ນັກຮົບທົ່ວກອງທັບຍາມໃດກໍ່ຊາບຊຶມຢ່າງເລິກເຊິ່ງ, ປະຕິບັດແຜນນະໂຍບາຍ, ມາດຕະການຊີ້ນໍາໆພາຂອງພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດໃນການກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງ, ສູ້ຊົນປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ.

ບົນຈິດໃຈເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງກອງທັບ, ພະນັກງານ, ນັກຮົບທົ່ວກອງທັບຄວນຮັກສາຄຸນນະທາດດ້ານການເມືອງ, ສືບຕໍ່ເຊີດຊູຄວາມຕັດສິນໃຈ, ເພິ່ງຕົນເອງ, ກຸ້ມຕົນເອງ, ເປັນເຈົ້າການ, ປະດິດຄິດສ້າງ, ແກ້ໄຂຄວາມຫຍຸ້ງຍາກ, ຮ່ວມເປົ້າໝາຍສູ້ຊົນກໍ່ສ້າງອົງຄະນະພັກກອງທັບໃຫ້ປອດໃສເຂັ້ມແຂງ, ດີເດັ່ນ, ກໍ່ສ້າງກອງທັບປະຊາຊົນປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ມີບາງເຫຼົ່າທັບ, ເຫຼົ່າຮົບ, ກໍາລັງກ້າວຂຶ້ນສູ່ທັນສະໄໝ; ສູ້ຊົນເຖິງປີ 2030 ກໍ່ສ້າງກອງທັບທັນສະໄໝ, ເປັນຫຼັກແຫຼ່ງແກ່ນສານໃນການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມໃຫ້ໝັ້ນຄົງເຂັ້ມແຂງ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ.

ໂດຍ: ທູຈາງ