ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບຄັ້ງທີ XI ແມ່ນເຫດການການເມືອງສຳຄັນຂອງທົ່ວກອງທັບ, ແມ່ນຂີດໝາຍສຳຄັນ, ສືບຕໍ່ຢັ້ງຢືນຄວາມສາມັກຄີ, ເຫັນດີເປັນເອກະພາບ, ຄຸນທາດດ້ານການເມືອງ, ມູນເຊື້ອອັນດີງາມຂອງກອງທັບປະຊາຊົນຫວຽດນາມ ຜ່ານໄລຍະ 75 ກວ່າປີແຫ່ງ ການກໍ່ສ້າງ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ການນຳພາຂອງພັກ; ສະແດງໃຫ້ເຫັນຄວາມຕັດສິນໃຈນຳພາ, ຊີ້ນໍາກໍ່ສ້າງກອງທັບໃນໄລຍະໃໝ່ຂອງອົງຄະນະພັກກອງທັບ: ໝັ້ນຄົງເຂັ້ມແຂງທາງດ້ານການເມືອງ, ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ, ລັດ ແລະປະຊາຊົນຢ່າງເດັດຂາດ, ມີຄຸນນະພາບສັງລວມ ແລະກຳລັງແຮງສູ້ຮົບສູງ, ກຽມພ້ອມຮັບ ແລະເຮັດສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍໄດ້ຢ່າງມີໄຊ.

ຜ່ານກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບຄັ້ງຄ່າງໆ, ພາຍໃຕ້ການນຳພາຂອງພັກ ແລະດ້ວຍຈິິດໃຈ, ຄວາມຮັບຜິິດຊອບ, ຄວາມຕັດສິນໃຈສູງ, ອົງຄະນະພັກກອງທັບ ຍາມໃດກໍ່ປະຕິບັດພາລະບົດບາດ, ໜ້າທີ່ໄດ້ເປັນຢ່າງດີ; ນຳພາ, ຊີ້ນໍາທົ່ວກອງທັບພ້ອມກັບທົ່ວປວງຊົນສ້າງວິລະກໍາໃຫ້ມີຊື່ສຽງດັງກ້ອງກັງວານ, ກໍ່ສ້າງກອງທັບໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn.

ໃນອາຍຸການ 2015-2020, ອົງຄະນະພັກກອງທັບ ແລະທົ່ວກອງທັບໄດ້ປະຕິບັດໜ້າທີ່ໃນເງື່ອນໄຂ, ສະພາບຄວາມໝັ້ນຄົງດ້ານການເມືອງໃນໂລກ, ພາກພື້ນມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້; ບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ມີການຜັນແປສັບສົນຫຼາຍຢ່າງ. ບັນດາອິດທິກຳລັງປໍລະປັກ, ສວຍໂອກາດດ້ານການເມືອງ, ພວກປະຕິການພາຍໃນ ແລະຕ່າງປະເທດ ສືບຕໍ່ຍູ້ແຮງຍຸດທະສາດ “ການຜັນປ່ຽນໂດຍສັນຕິ, ຊຸກຍູ້ “ການຜັນແປດ້ວຍຕົນເອງ”, “ຜັນປ່ຽນດ້ວຍຕົນເອງ”, ປະຕິບັດກົນອຸບາຍ “ແບ່ງແຍກກອງທັບອອກຈາກພັກ, ລັດ, ປະຊາຊົນ ດ້ວຍບັນດາເລ່ລ່ຽມໃໝ່ເລິກແລບໂຫດຫ້ຽມສ້ຽມແຫຼມ... ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດໄດ້ປະຕິບັດພາລະບົດບາດເປັນເສນາທິການດ້ານຍຸດທະສາດໃຫ້ແກ່ພັກ, ລັດ ກ່ຽວກັບການທະຫານ, ການປ້ອງກັນຊາດ; ເປັນເຈົ້າການກຳແໜ້ນ, ຕີລາຄາ, ຄາດຄະເນຖືກຕ້ອງກັບສະພາບການ, ແກ້ໄຂບັນດາສະພາບການໄດ້ຢ່າງທັນການ ແລະມີປະສິດທິຜົນ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ.  ນຳພາ, ຊີ້ນໍາທົ່ວກອງທັບຍົກສູງນໍ້າໃຈສາມັກຄີ, ຜ່ານຜ່າທຸກຄວາມຫຍຸ້ງຍາກ,  ສິ່ງທ້າທາຍນາໆປະການ, ປະຕິບັດຮອບດ້ານບັນດາເປົ້າໝາຍ, ໜ້າທີ່ ເຊິ່ງ ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ ຄັ້ງທີ X ວາງອອກໄດ້ຢ່າງມີໄຊ, ຫຼາຍໜ້າທີ່ໄດ້ປະະຕິບັດສຳເລັດເປັນຢ່າງດີ, ບາງໜ້າທີ່ສຳເລັດຢ່າງດີເດັ່ນ. ຄຸນທາດການປະຕິວັດ, ມູນເຊື້ອອັນສະຫງ່າລາສີຂອງກອງທັບໄດ້ຮັບການຮັກສາໄວ້ ແລະເສີມຂະຫຍາຍ, ຄຸນນະທາດທະຫານລຸງໂຮ່ ສືບຕໍ່ປະກາຍແສງສະຫວ່າງ. ພະນັກງານ, ນັກຮົບທົ່ວກອງທັບຍາມໃດກໍ່ຈົ່ງຮັກພັກດີຕໍ່ກັບປະເທດຊາດ, ຕໍ່ກັບພັກ, ລັດ ແລະປະຊາຊົນ, ສາມັກຄີ, ເຫັນດີເປັນເອກະພາບ, ກຽມພ້ອມຮັບ ແລະປະຕິບັດທຸກໜ້າທີ່ທີ່ໄດ້້ຮັບການມອບ ໝາຍໃຫ້ສຳເລັດເປັນຢ່າງດີ.

ກອງປະຊຸມໃຫຍ່ຜູ້້ແທນອົງຄະນະພັກກອງທັບຄັ້ງທີ XI ໄດ້ດໍາເນີນຕາມທິດນຳ “ສາມັກຄີ, ພູມປັນຍາ, ຄຸນນະທາດ, ປະຊາທິປະໄຕ, ເປັນລະບຽບ”. ກອງປະຊຸມໃຫຍ່ມີໜ້າທີ່ສຳຄັນອັນໃຫຍ່ຫຼວງ, ສືບຕໍ່ຊາບຊຶມແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບການທະຫານ, ການປ້ອງກັນຊາດຢ່າງເລິກເຊິ່ງ, ຮັກສາ ແລະເພີ່ມທະວີການນຳພາໃນທຸກດ້ານຂອງພັກຕໍ່ກັບກອງທັບຢ່າງເດັດຂາດ ແລະໂດຍກົງ. ສຸມໃສ່ກໍ່ສ້າງອົງຄະນະພັກໃຫ້ມີຄວາມປອດໃສຂາວສະອາດ, ໝັ້ນຄົງເຂັ້ມແຂງ; ກໍ່ສ້າງກອງທັບປະຊາຊົນປະຕິວັດ, ມີລະບຽບແບບແຜນ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ໃຫ້ບູລິມະສິດຫັນບາງເຫຼົ່າທັບ, ເຫຼົ່າຮົບ, ກຳລັງຕ່າງໆເປັນທັນສະໄໝ, ສ້າງປະຖົມປັດໄຈໝັ້ນຄົງເຂັ້ມແຂງເພື່ອສູ້ຊົນແຕ່ປີ 2030 ກໍ່ສ້າງກອງທັບໃຫ້ມີຄວາມທັນສະໄໝ; ປະຕິບັດບົດບາດຫຼັກແຫຼ່ງແກ່ນສານໃນການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ; ປົກປັກຮັກສາປະເທດຊາດໃຫ້ໝັ້ນຄົງເຂັ້ມແຂງ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ.

ຈາກໝາກຜົນການນຳພາປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ ຄັ້ງທີ X, ຊາບຊຶມຢ່າງເລິກເຊິ່ງ, ປະຕິບັດຄໍາເຫັນຊີ້ນໍາຂອງສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ທີ່ວາລະປະຊຸຸມ ເຊິ່ງໄດ້ດຳເນີນໃນວັນທີ 25 ພຶດສະພາ 2020 ຂອງຄະນະພັກການທະຫານສູນກາງ ກ່ຽວກັບການຈັດຕັ້ງກອງປະຊຸມປຶກສາຫາລື  ກ່ຽວກັບການກໍ່ສ້າງຮ່າງເອກະສານເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ ຄັ້ງທີ XI ຢ່າງເຂັ້ມງວດ: “ອົງຄະນະພັກກອງທັບຕ້ອງເປັນແບບຢ່າງ, ຈັດຕັ້ງກອງປະຊຸມໃຫຍ່ຂອງພັກຕ້ອງບັນລຸໝາກຜົນເປັນແບບຢ່າງທີ່ສຸດ, ໄປນຳໜ້າ, ແທດຈິງ, ມີປະສິດທິຜົນ, ສ້າງບັນຍາກາດໃໝ່, ຜົນສຳເລັດໃໝ່”. ດ້ວຍຈິດໃຈນັ້ນ, ກອງປະຊຸມໃຫຍ່ຈະສຸມໃສ່ໄຈ້ແຍກ, ຕີລາຄາສາຍເຫດຂອງຜົນສຳເລັດ, ບັນດາດ້ານຍັງຄົງຄ້າງ ໃນວຽກງານຊີ້ນຳ, ນຳພາ,  ຖອດຖອນບັນດາບົດຮຽນ ແລະສະເໜີບັນດາແຜນນະໂຍບາຍ, ມາດຕະການປະຕິບັດບັນດາເປົ້າໝາຍ, ໜ້າທີ່ໃນອາຍຸການ 2020-2025.

ເພາະສະນັ້ນ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກຕໍ່ກັບຜູ້ແທນແຕ່ລະຄົນແມ່ນຕ້ອງຍົກສູງຄວາມຮັບຜິດຊອບ, ປ່ຽນແປງໃໝ່ຈິນຕະນາການ, ຍົກລະດັບສະຕິປັນຍາເພື່ອໄຈ້ແຍກ, ຕີລາຄາ ແລະຄາດຄະເນສະພາບການໃຫ້ຖືກຕ້ອງ, ບົນຈິດໃຈກົງໄປກົງມາ, ຊີ້ອອກຢ່າງຈະແຈ້ງບັນດາດ້ານທີ່ເຮັດໄດ້ ແລະບັນດາວຽກທີ່ບໍ່ທັນເຮັດໄດ້; ກຳນົດສາຍເຫດຢ່າງລະອຽດ, ໂດຍສະເພາະແມ່ນສາຍເຫດທີ່ພາໃຫ້ມີຂໍ້ຈຳກັດ, ຈຸດອ່ອນໃນການນຳພາຂອງອົງຄະນະພັກກອງທັບ ໃນອາຍຸການຜ່ານມາ, ແຜນນະໂຍບາຍ, ເປົ້າໝາຍ, ໜ້າທີ່, ມາດຕະການນຳພາປະຕິບັດທີ່ມີປະສິດທິຜົນໃນອາຍຸການຈະມາເຖິງ. ພ້ອມກັນນັ້ນ, ເສີມຂະຫຍາຍປະຊາທິປະໄຕ, ສະແດງໃຫ້ເຫັນຈິດໃຈ ຮັບຜິດຊອບດ້ານການເມືອງຢ່າງສູງເພື່ອຄັດເລືອກ ແລະປ່ອນບັດເອົາບັນດາຜູ້ແທນດີເດັ່ນທີ່ສຸດ, ມີສະຕິປັນຍາ, ມີຈັນຍາບັນ ແລະຄຸນທາດ, ມີກຳລັງຄວາມສາມາດ, ຈິນຕະນາການປ່ຽນແປງໃໝ່, ປະດິດຄິດສ້າງ, ມີວິໄສທັດຍຸດທະສາດ, ມີເຈດຈຳນົງ, ມີຄວາມຮັບຜິດຊອບຂອງອົງຄະນະພັກກອງທັບ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ.

ພາຍໃຕ້ການນຳພາຂອງພັກ, ດ້ວຍມູນເຊື້ອອັນສະຫງ່າລາສີຂອງກອງທັບວິລະຊົນ, ດ້ວຍຄຸນທາດອັນສູງສົ່ງຂອງທະຫານລຸງໂຮ່ ໄດ້ຝຶກຝົນຫຼໍ່ຫຼອມຜ່ານການທົດສອບຕໍ່ສູ້ປະຕິວັດ, ຕ້ານພວກສັດຕູຜູ້ຮຸກຮານ, ປົດປ່ອຍຊາດ, ສ້າງສາ ແລະປົກປັກຮັກສາປະເທດຊາດ, ເຊື່ອໝັ້ນຢ່າງແນວແນ່ວ່າກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບຄັ້ງທີ XI ຈະປະສົບຜົນສຳເລັດຢ່າງຈົບງາມ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ; ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ.

ໂດຍ: ສົມເພັດ