ກອງປະຊຸມເຫຼົ່ານັ້ນໄດ້ດໍາເນີນໃນສະພາບການໂລກ ແລະພາກພື້ນມີການຜັນແປຢ່າງສັບສົນຫຼາຍຢ່າງ, ການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດນັບມື້ນັບຂ້ຽວຂາດ, ສິ່ງທ້າທາຍຄວາມໝັ້ນຄົງເພີ່ມຂຶ້ນ, ເປັນຕົ້ນແມ່ນບັນດາຜົນກະທົບຫຍໍ້ທໍ້ທີ່ບໍ່ເຄີຍມີມາກ່ອນຂອງພະຍາດໂຄວິດ-19 ສໍາລັບບັນດາປະເທດສະມາຊິກອາຊຽນ. ຍິ່ງກວ່າເວລາໃດໝົດ, ນີ້ແມ່ນຈຸດເວລາທີ່ອາຊຽນ ຕ້ອງໝັ້ນຄົງໃນບັນດາຄໍາໝັ້ນສັນຍາ, ສາມັກຄີໃນທຸກການກະທໍາເພື່ອທັງຍູ້ແຮງວິວັດການສ້າງປະຊາຄົມ, ຮັບມືກັບບັນດາສິ່ງທ້າທາຍທີ່ພວມພົ້ນເດັ່ນຂຶ້ນ, ຄວບຄຸມພະຍາດໂຄວິດ-19 ສໍາເລັດຜົນ ແລະຊຸກຍູ້ວິວັດການຟື້ນຟູພາຍຫຼັງພະຍາດໂຄວິດ-19. ພິເສດ, ແຕ່ລະປະເທດສະມາຊິກຕ້ອງເສີມຂະຫຍາຍຈິດໃຈ “ຈິນຕະນາການປະຊາຄົມ, ການກະທຳປະຊາຄົມ” ກວ່າອີກ, ປະກອບສ່ວນຫັນຫົວຂໍ້ລວມ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື” ໃນປີອາຊຽນ 2020 ໃຫ້ປະກົດຜົນເປັນຈິງຢ່າງມີຊີວິດຊີວາ.

leftcenterrightdel
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ກ່າວຄໍາເຫັນໄຂກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 53. ພາບ: ສໍານັກຂ່າວສານຫວຽດນາມ.

ໃນສະພາບການນັ້ນ, ບັນດາກອງປະຊຸມດໍາເນີນຢູ່ຮ່າໂນ້ຍ ແມ່ນໂອກາດເພື່ອໃຫ້ອາຊຽນຢັ້ງຢືນຄວາມຕັດສິນໃຈສາມັກຄີກວ່າອິກ, ຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກ, ຄຽງບ່າຄຽງໄຫຼ່ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກເພື່ອສະຖຽນລະພາບ ແລະການພັດທະນາລວມ. ແລະນີ້ຍັງແມ່ນກາລະໂອກາດເພື່ອຍູ້ແຮງການປະຕິບັດບັນດາຄໍາໝັ້ນສັນຍາ, ແຜນການ ແລະຂໍ້ລິເລີ່ມການກະທໍາລວມ, ເປັນຕົ້ນແມ່ນບັນດາບຸລິມະສິດໃນປີອາຊຽນ 2020, ເຮັດໃຫ້ການຮ່ວມມືໃນອາຊຽນ ນັບມື້ນັບມີເນື້ອແທ້ ແລະມີປະສິດທິຜົນ, ສົມເປັນຮູບແບບສໍາເລັດຜົນກ່ຽວກັບການຮ່ວມມືໃນພາກພື້ນ.

ອາດເຫັນໄດ້ວ່າ, ຕໍ່ໜ້າການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19, ຫວຽດນາມ ໄດ້ເສີມຂະຫຍາຍບົດບາດເປັນປະທານອາຊຽນ 2020 ເປັນຢ່າງດີ, ມີໄຫວພິບ ແລະເປັນເຈົ້າການ, ຊັກຈູງອາຊຽນ ຮັບມືກັບພະຍາດໂຄວິດ-19 ຢ່າງມີປະສິດທິຜົນ. ບັນດາກອງປະຊຸມທາງໄກໄດ້ຮັບການຈັດຕັ້ງສຳເລັດຜົນ, ຄື: ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36, ກອງປະຊຸມສຸດຍອດພິເສດອາຊຽນ ແລະອາຊຽນ+3 ກ່ຽວກັບການຮັບມືກັບພະຍາດໂຄວິດ-19, ບັນດາກອງປະຊຸມຂັ້ນລັດຖະມົນຕີອາຊຽນ ແລະລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື (ຈີນ, ອາເມລິກາ, ລັດເຊຍ, ອີຢູ...). ຄຽງຂ້າງນັ້ນ, ບັນດາຂໍ້ລິເລີ່ມຢ່າງລະອຽດ, ມີເນື້ອແທ້ກ່ຽວກັບການຮັບມືກັບພະຍາດໂຄວິດ-19, ສາງແຮອຸປະກອນການແພດພາກພື້ນ... ໂດຍຫວຽດນາມ ສະເໜີ, ໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກຫາງສຽງພາຍໃນປະເທດ, ພາກພື້ນ ແລະສາກົນ.

ໂດຍດຳລົງຕໍາແໜ່ງເປັນປະທານອາຊຽນ ໃນໄລຍະຫຍຸ້ງຍາກ, ຫວຽດນາມ ໄດ້ສະແດງໃຫ້ເຫັນການເປັນເຈົ້າການ, ຕັ້ງໜ້າ ແລະຄວາມຮັບຜິດຊອບສູງໃນການປະຕິບັດບັນດາໜ້າທີ່ກໍ່ຄືພາລະສຳຄັນໃນປີອາຊຽນ 2020. ຫວຽດນາມ ໄດ້ມານະພະຍາຍາມຊຸກຍູ້ຄວາມສາມັກຄີ, ຮັກສາທ່າຮ່ວມມື ແລະສ້າງປະຊາຄົມອາຊຽນ. ປະທານອາຊຽນ 2020 ໄດ້ຍົກອອກບັນດາຂໍ້ລິເລີ່ມ, ຄື: ຕີລາຄາໄລຍະກາງແຫ່ງການຜັນຂະຫຍາຍບັນດາແຜນການສັງລວມປະຊາຄົມອາຊຽນ 2025; ສະໜິດຕິດພັນການພັດທະນາເຂດອະນຸພາກພື້ນກັບການສ້າງປະຊາຄົມອາຊຽນ... ໄດ້ຮັບການສະໜັບສະໜູນຈາກບັນດາປະເທດສະມາຊິກ ແລະຄູ່ຮ່ວມມື, ສົມທົບກັນຜັນຂະຫຍາຍຖືກຕ້ອງຕາມແຜນການທີ່ໄດ້ວາງອອກ.

ດ້ວຍໂຄງການດໍາເນີນງານທີ່ດໍາເນີນໃນ 3 ວັນ, ກອງປະຊຸມ AMM-53 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງມີຄວາມໝາຍສໍາຄັນໃນສະພາບການບັນດາສິ່ງທ້າທາຍພວມພົ້ນເດັ່ນຂຶ້ນຮຽກຮ້ອງໃຫ້ມີບັນດາການປັບປຸງເພື່ອຮັບມື. ທີ່ບັນດາເວທີປາໄສຮ່ວມມືນີ້, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ຈະແລກປ່ຽນ, ສຳຫຼວດກວດຄືນ, ປະສານງານກ່ຽວກັບວິວັດການສ້າງປະຊາຄົມອາຊຽນຢູ່ທັງ 3 ເສົາຄໍ້າ (ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທໍາ-ສັງຄົມ) ແລະຜັນຂະຫຍາຍບັນດາບຸລິມະສິດໃນປີອາຊຽນ 2020. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ບັນດາລັດຖະມົນຕີປຶກສາຫາລືກ່ຽວກັບກໍານົດທິດຮ່ວມມືໃນອະນາຄົດ, ການພົວພັນຕ່າງປະເທດຂອງອາຊຽນ, ເຫັນດີເປັນເອກະພາບທັດສະນະລວມຂອງອາຊຽນ ສໍາລັບບັນດາບັນຫາສາກົນ ແລະພາກພື້ນ.

ເປັນໜ້າເອົາໃຈໃສ່, ດ້ວຍການເຂົ້າຮ່ວມຂອງບັນດາຄູ່ຮ່ວມມື (ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ, ລັດເຊຍ, ອີຢູ, ອິນເດຍ...), ກອງປະຊຸມ AMM-53 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງແມ່ນກາລະໂອກາດເພື່ອໃຫ້ອາຊຽນ ເພີ່ມທະວີການຮ່ວມມືແບບຍືນຍົງ, ມີປະສິດທິຜົນກັບບັນດາຄູ່ຮ່ວມມື. ການເຂົ້າຮ່ວມຂອງບັນດາຄູ່ຮ່ວມມືຢູ່ບັນດາກອງປະຊຸມຈະປະກອບສ່ວນຍົກສູງບົດບາດເປັນໃຈກາງຂອງອາຊຽນ ແລະນີ້ແມ່ນແບບວິທີເພື່ອຮັບປະກັນໃຫ້ອາຊຽນສືບຕໍ່ແມ່ນກໍາລັງແກ່ນສານໃນພາກພື້ນຊັກຈູງວິວັດການຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະຄວາມວັດທະນາຖາວອນ.

ດ້ວຍເລື່ອງຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນ 2020 ຢ່າງມີໄຫວພິບ, ມີຫົວຄິດປະດິດສ້າງ, ຕັ້ງໜ້າຊຸກຍູ້ບັນດາບຸລິມະສິດ ແລະສະເໜີຂໍ້ລິເລີ່ມໃນປີ 2020 ໄດ້ຮັບຄວາມເຫັນດີເຫັນພ້ອມ ແລະເຫັນດີເປັນເອກະພາບຂອງບັນດາປະເທດສະມາຊິກ, ພວກເຮົາສາມາດເຊື່ອໝັ້ນຕໍ່ຜົນສໍາເລັດຂອງກອງປະຊຸມ AMM-53 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ, ປະກອບສ່ວນນໍາອາຊຽນ ໄປຖືກທິດ, ສ້າງບາດກ້າວໝັ້ນຄົງເພື່ອໃຫ້ອາຊຽນ ສາມາດຜ່ານຜ່າທຸກສິ່ງທ້າທາຍ.

ໂດຍ: ເຈິ່ນຮວ່ຽນ