ເຊິ່ງໄດ້ດຳເນີນໃນໄລຍະທີ່ພາກພື້ນ ແລະໂລກຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນຍ້ອນພະຍາດໂຄວິດ-19, ກອງປະຊຸມສະມັດຊາໃຫຍ່ໄອປາ-41 ແມ່ນກາລະໂອກາດເພື່ອໃຫ້ໄອປາ ແລະອາຊຽນ ຢັ້ງຢືນນໍ້າໃຈສາມັກຄີ, ເຈດຈໍານົງໃນການຕັດສິນໃຈ, ຊຸກຍູ້ການຮ່ວມມືພ້ອມກັນຜ່ານຜ່າສິ່ງທ້າທາຍທີ່ໃຫຍ່ຫຼວງ, ເພື່ອປະຊາຄົມວັດທະນາຖາວອນກວ່າ, ຍືນຍົງກວ່າ, ສະໜິດຕິດພັນ ແລະເປັນເຈົ້າການຮັບມື.

leftcenterrightdel
ລາຍການສະແດງສິລະປະຂອງສິລະປິນບັນດາປະເທດທີ່ພິທີໄຂ. ພາບ: ສຳນັກຂ່າວສານຫວຽດນາມ.

ສາມາດຢັ້ງຢືນໄດ້ວ່າ ໄອປາ ພ້ອມກັບອາຊຽນນັບມື້ນັບສະແດງໃຫ້ເຫັນວ່າແມ່ນປັດໄຈສຳຄັນໃນການໜູນຊ່ວຍຢ່າງມີປະສິດທິຜົນ ແລະປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່່່ວິວັດທະນາການເຊື່ອມຕໍ່ພາກພື້ນ, ວິວັດການຮ່ວມມືພັດທະນາກໍ່ຄືຮັບມືກັບບັນດາສິ່ງທ້າທາຍລວມ. ໄອປາ ແລະບັນດາລັດຖະສະພາສະມາຊິກໄດ້ ແລະພວມເພີ່ມທະວີການຕິດຕາມກວດກາບັນດາຄຳໝັ້ນສັນຍາ, ບັນດາແຜນການສັງລວມໃນການກໍ່ສ້າງປະຊາຄົມ ແລະນະໂຍບາຍຮ່ວມມືຂອງອາຊຽນ, ຮ່ວມກັນປະກອບສ່ວນກໍ່ສ້າງ “ຊາຍຄາລວມ” ອາຊຽນ.

ໃນສະພາບການດັ່ງກ່າວ, ກອງປະຊຸມສະມັດຊາໃຫຍ່ໄອປາ 41 ໄດ້ຕັ້ງຄວາມຫວັງໄວ້ວ່າຈະກາຍເປັນເວທີປາໄສເພື່ອໃຫ້ບັນດາລັດຖະສະພາສະມາຊິກໄອປາ 41 ແບ່ງປັນສານ ແລະໃຫ້ຄຳໝັ້ນສັນຍາເພີ່ມທະວີການກະທຳ, ຮ່ວມເດີນທາງພ້ອມກັບລັດຖະບານຮັບມືກັບໂລກລະບາດ, ກໍ່ຄືຕັ້ງໜ້າໜູນຊ່ວຍບັນດາການເຄື່ອນໄຫວຮ່ວມມືພາຍໃນກຸ່ມ ແລະການພົວພັນຄູ່ຮ່ວມມືໃນການຮັບມືກັບບັນດາສິ່ງທ້າທາຍລວມທີ່ມີລັກສະນະທົ່ວໂລກ. ເຂົ້າຮ່ວມເຫດການນີ້, ນອກຈາກບັນດາລັດຖະສະພາສະມາຊິກທາງການຂອງໄອປາແລ້ວ, ຍັງມີບັນດາລັດຖະສະພາສັງເກດການ ແລະແຂກຖືກເຊີນຂອງປະເທດເຈົ້າພາບອີກດ້ວຍ.

ກອງປະຊຸມສະມັດຊາໃຫຍ່ໄອປາ 41 ແມ່ນກາລະໂອກາດເພື່ອໃຫ້ປະເທດເຈົ້າພາບຫວຽດນາມ ເສີມຂະຫຍາຍບົດບາດແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບໃນປະຊາຄົມອາຊຽນ ແລະປະຊາຄົມສາກົນ. ດຳລົງຕຳແໜ່ງເປັນປະທານໄອປາ 2020 ໃນໄລຍະທີ່ເຕັມໄປດ້ວຍສິ່ງທ້າທາຍນາໆປະການນັ້ນ, ສະພາແຫ່ງຊາດຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າສະເໜີຂໍ້ລິເລີ່ມ ແລະຈັດຕັ້ງບັນດາການເຄື່ອນໄຫວໃຫ້ເໝາະສົມໃນຂອບເຂດປີປະທານໄອປາ 2020 ບົນເນື້ອໃນຈິດໃຈ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື”. ເປັນຄັ້ງທຳອິດທີ່ກອງປະຊຸມ “ຄູ່ຮ່ວມມືລັດຖະສະພາກ່ຽວກັບການຮ່ວມມືດ້ານການສຶກສາ, ວັດທະນະທຳເພື່ອການພັດທະນາແບບຍືນຍົງ - ໄອປາ ECC” ໄດ້ຈັດຕັ້ງຕາມຂໍ້ລິເລີ່ມຂອງສະພາແຫ່ງຊາດຫວຽດນາມ ເຊິ່ງໄດ້ຮັບການສະໜັບສະໜູນຈາກບັນດາສະມາຊິກໄອປາ ແລະສະຫະປະຊາຊາດ. ຕາມນັ້ນແລ້ວ, ບັນດາເປົ້າໝາຍລະອຽດຂອງໂຄງການພັດທະນາແບບຍືນຍົງເຖິງປີ 2030 ຂອງສະຫະປະຊາຊາດ ໄດ້ນຳເຂົ້າໃນບັນດາການເຄື່ອນໄຫວຂອງຂອບເຂດກອງປະຊຸມສະມັດຊາໃຫຍ່ໄອປາ 41. ນອກຈາກນັ້ນ, ຕ້ອງໄດ້ເວົ້າເຖິງຂໍ້ລິເລີ່ມຈັດຕັ້ງກອງປະຊຸມບໍ່ເປັນທາງການສະມາຊິກລັດຖະສະພາໜຸ່ມໄອປາທີ່ກອງປະຊຸມສະມັດຊາໃຫຍ່ໄອປາ 41 ດ້ວຍຄວາມປາດຖະໜາວ່າບັນດາຄຳຄິດເຫັນຂອງບັນດາສະມາຊິກລັດຖະສະພາໜຸ່ມຈະປະກອບສ່ວນຢ່າງມີປະສິດທິຜົນໃຫ້ແກ່ຄວາມມານະພະຍາຍາມກໍ່ສ້າງ ແລະສະໜິດຕິດພັນປະຊາຄົມອາຊຽນ, ພ້ອມທັງຫວັງວ່າກອງປະຊຸມຄັ້ງນີ້ຈະເປັນກອງປະຊຸມທາງການໃນຂອບເຂດການເຄື່ອນໄຫວຂອງກອງປະຊຸມສະມັດຊາໃຫຍ່ໄອປາ 41. ພ້ອມກັບບັນດາການເຄື່ອນໄຫວຂອງລັດຖະບານ, ສະພາແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວທາງການທູດລັດຖະສະພາທາງໄກຫຼາຍຢ່າງດ້ວຍບັນດາສະມາຊິກລັດຖະສະພາໄອປາ ກໍ່ຄືສະຫະພັນລັດຖະສະພາສາກົນ (IPU), ເພື່ອຊຸກຍູ້ບົດບາດຂອງລັດຖະສະພາປະເທດຕ່າງໆໃນການຮັບມືກັບພະຍາດໂຄວິດ-19...

ດ້ວຍບັນດາການເຄື່ອນໄຫວ ແລະຂໍ້ລິເລີ່ມໂດຍປະເທດເຈົ້າພາບສະເໜີໃນຂອບເຂດກອງປະຊຸມສະມັດຊາໃຫຍ່ໄອປາ 41, ເຫດການທີ່ໄດ້ຄອງຄອຍຈະສືບຕໍ່ປັບປຸງ ແລະເສີມຂະຫຍາຍບົດບາດຂອງບັນດາລັດຖະສະພາສຳລັບບັນດາການເຄື່ອນໄຫວຮ່ວມມືຂອງອາຊຽນ, ເສີມຂະຫຍາຍບັນດາໝາກຜົນພັດທະນາຂອງປະຊາຄົມອາຊຽນ ຜ່ານຊ່ອງທາງການທູດລັດຖະສະພາ.

ພິເສດ, ດ້ວຍເລື່ອງຫວຽດນາມ ທັງດຳລົງຕຳແໜ່ງປະທານໄອປາ, ທັງເປັນປະທານອາຊຽນ ໃນປີ 2020, ເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021, ເຫດການນີ້ແມ່ນກາລະໂອກາດສໍາຄັນ ເພື່ອໃຫ້ຫວຽດນາມ ສະແດງໃຫ້ເຫັນບົດບາດເປັນເຈົ້າການ, ຕັ້ງໜ້າ ແລະມີບັນດາການປະກອບສ່ວນແທດຈິງໃຫ້ແກ່ຄວາມມານະພະຍາຍາມລວມຂອງພາກພື້ນ ແລະທົ່ວໂລກ, ປະກອບສ່ວນຢັ້ງຢືນອິດທິພົນຊື່ສຽງຂອງປະເທດຕໍ່ກັບພາກພື້ນ ແລະສາກົນ.

ນີ້ແມ່ນຄັ້ງທີ 3, ທີ່ສະພາແຫ່ງຊາດຫວຽດນາມ ດຳລົງຕຳແໜ່ງເປັນປະທານໄອປາ  ແລະເປັນຄັ້ງທີ 3 ທີ່ເປັນເຈົ້າພາບຈັດຕັ້ງກອງປະຊຸມສະມັດຊາໃຫຍ່ໄອປາ. ເມື່ອຫວນຄືນວິວັດທະນາການທີ່ຫວຽດນາມເຂົ້າເປັນສະມາຊິກໄອປານັບແຕ່ປີ 1995 ຈົນມາຮອດປະຈຸບັນ, ສາມາດເຫັນໄດ້ວ່າການປະກອບສ່ວນຂອງຫວຽດນາມ ເຂົ້າໃນກົນໄກຮ່ວມມືລັດຖະສະພາຫຼາຍຝ່າຍນີ້ນັບມື້ນັບເປັນເຈົ້າການ ແລະມີຄວາມຕັ້ງໜ້າ.

ພວກເຮົາເຊື່ອໝັ້ນວ່າ, ກອງປະຊຸມສະມັດຊາໃຫຍ່ໄອປາ 41, ໂດຍສະພາແຫ່ງຊາດຫວຽດນາມ ເປັນເຈົ້າພາບຈັດຕັ້ງດ້ວຍໂຄງການດຳເນີນງານຫຼາຍຮູບຫຼາຍແບບ ແລະບັນດາເປົ້າໝາຍແທດຈິງທີ່ໄດ້ວາງອອກນັ້ນ, ຈະສ້າງຂີດໝາຍບາດກ້າວພັດທະນາສຳຄັນໃນການພົວພັນຄູ່ຮ່ວມມືໄອປາ - ອາຊຽນ, ຍົກລະດັບການພົວພັນເຂົ້າສູ່ລວງເລິກເທື່ອລະກ້າວ, ເພື່ອສົມທົບກັນແກ້ໄຂບັນດາບັນຫາຂອງພາກພື້ນ ແລະສາກົນໃຫ້ດີກວ່າ, ເພື່ອສັນຕິພາບ, ສະຖຽນລະພາບ ແລະພັດທະນາ.

ໂດຍ: ສົມເພັດ