ຂີດໝາຍສໍາຄັນນີ້ດໍາເນີນກົງກັບໂອກາດທີ່ສອງປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ບົນພື້ນຖານຜົນປະໂຫຍດຮ່ວມ, ວິໄສທັດຮ່ວມ ແລະລະດັບຄວາມໄວ້ເນື້ອເຊື່ອໃຈນັບມື້ນັບເລິກເຊິ່ງ, ການພົວພັນຄູ່ຮ່ວມມືຍຸດທະສາດໄດ້ຮັບຄວາມຫວັງວ່າຈະສ້າງຂອບເຂດ ແລະພະ​ລັງ​ແຮງຮ່ວມມືໃໝ່ລະຫວ່າງສອງປະເທດ, ປະກອບສ່ວນນໍາການພົວພັນຫວຽດນາມ-ນິວຊີແລນ ເຂົ້າສູ່ໄລຍະໃໝ່.

ເດືອນມິຖຸນາ 1975, ຫວຽດນາມ ແລະນິວຊີແລນ ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ. ນັບແຕ່ຂີດໝາຍທໍາອິດນັ້ນ, ການພົວພັນສອງປະເທດບັນລຸໄດ້ຜົນງານຫຼາຍຢ່າງ. ໃນ 45 ປີຜ່ານມາ, ການພົວພັນຮ່ວມມືໃນຫຼາຍຂົງເຂດ, ຄື: ການເມືອງ, ການຄ້າ, ການລົງທຶນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ ແລະວັດທະນະທໍາ… ລ້ວນແຕ່ໄດ້ຮັບການພັດທະນາຢ່າງແຮງ, ເລິກເຊິ່ງກວ້າງຂວາງ ແລະແທ້ຈິງ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພົບປະເຈລະຈາທາງໄກກັບທ່ານນາງ Jacinda Ardern ນາຍົກລັດຖະມົນຕີນິວຊີແລນ. ພາບ: ສໍານັກຂ່າວສານຫວຽດນາມ.

ເດືອນກັນຍາ 2009, ຫວຽດນາມ ແລະນິວຊີແລນ ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ-ຂີດໝາຍອັນສໍາຄັນຊຸກຍູ້ການພົວພັນສອງປະເທດພັດທະນານັບມື້ນັບຮອບດ້ານ. ສອງຝ່າຍແລກປ່ຽນຄະນະຜູ້ແທນ ແລະພົບປະຂັ້ນສູງເປັນປະຈໍາ; ຮັກສາບັນດາກົນໄກຮ່ວມມືສອງຝ່າຍເປັນປະຈໍາ, ລວມມີ: ຄະນະກຳມະການປະສົມກ່ຽວກັບເສດຖະກິດ ແລະການຄ້າ, ການເຈລະຈາດ້ານປ້ອງກັນຊາດສອງຝ່າຍ ແລະປຶກສາຫາລືດ້ານການເມືອງ, ພ້ອມທັງສືບຕໍ່ຮ່ວມມືທີ່ບັນດາເວທີປາໄສຫຼາຍຝ່າຍ ແລະພາກພື້ນຢ່າງແໜ້ນແຟ້ນ.

ການຄ້າ ແລະການລົງທຶນໄດ້ຮັບຖືວ່າແມ່ນຈຸດພົ້ນເດັ່ນໃນສາຍພົວພັນຮ່ວມມືຫວຽດນາມ-ນິວຊີແລນ. ໃນຮອບເວລາພຽງ 1 ປີ ແຕ່ເດືອນມີນາ 2019 ຫາເດືອນມີນາ 2020, ວົງເງິນການຄ້າສິນຄ້າ ແລະການບໍລິການສອງສົ້ນໄດ້ເພີ່ມຂຶ້ນລະດັບສະຖິຕິ 1,3 ຕື້ໂດລາສະຫະລັດ. ໃນປະຈຸບັນ ຫວຽດນາມເປັນຄູ່ຮ່ວມມືທີ່ມີວົງເງິນສົ່ງອອກໃຫຍ່ອັນດັບທີ 16 ຂອງນິວຊີແລນ.

ກ່ຽວກັບການລົງທຶນ, ໄລ່ຮອດເດືອນກຸມພາ 2020, ນິວຊີແລນ ມີ 41 ໂຄງການລົງທຶນໂດຍກົງຍັງມີຜົນສັກສິດຢູ່ຫວຽດນາມ ດ້ວຍຍອດຈຳນວນທຶນຈົດທະບຽນແມ່ນ 209,44 ລ້ານໂດລາສະຫະລັດ, ຈັດອັນດັບທີ 47/132 ປະເທດ ແລະເຂດແຄວ້ນທີ່ມີການລົງທຶນໂດຍກົງຈາກຕ່າງປະເທດຢູ່ຫວຽດນາມ. ຫວຽດນາມ ມີ 10 ໂຄງການລົງທຶນເຂົ້ານິວຊີແລນ ດ້ວຍຍອດຈຳນວນທຶນຈົດທະບຽນ 32,7 ລ້ານໂດລາສະຫະລັດ, ສຸມໃສ່ເຂົ້າໃນບັນດາຂົງເຂດ: ອຸດສາຫະກໍາປຸງແຕ່ງ, ປະດິດ; ຂາຍຍົກ ແລະຂາຍຍ່ອຍ, ສ້ອມແປງລົດໂອໂຕ…

ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນຊຸມປີມີບາດກ້າວພັດທະນາພໍສົມຄວນ. ສອງຝ່າຍຮັກສາການແລກປ່ຽນຄະນະ, ຮ່ວມມືແລກປ່ຽນຂໍ້ມູນຂ່າວສານໃນຂອບເຂດບົດບັນທຶກຊ່ວຍຈໍາການຮ່ວມມືດ້ານປ້ອງກັນຊາດ (ປີ 2013), ຂໍ້ຕົກລົງລະຫວ່າງຕໍາຫຼວດນິວຊີແລນ ແລະກະຊວງຕໍາຫຼວດຫວຽດນາມ ວ່າດ້ວຍການຮ່ວມມືດ້ານການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ (ປີ 2010) ແລະຈັດຕັ້ງກອງປະຊຸມກຸ່ມປະຕິບັດງານປະສົມສອງຝ່າຍ 2 ປີເທື່ອໜຶ່ງເພື່ອແນໃສ່ຕີລາຄາໝາກຜົນຂອງການປະຕິບັດ. ນອກຈາກນັ້ນ, ນິວຊີແລນ ຍັງໜູນຊ່ວຍຫວຽດນາມ ຈັດຕັ້ງບັນດາຊຸດຝຶກອົບຮົມກ່ຽວກັບການຕ້ານກໍ່ການຮ້າຍ, ເຕັກນິກອາຍາ ແລະສືບສວນ, ປ້ອງກັນ, ຕ້ານອາດຊະຍາກໍາຟອກເງິນ, ອາດຊະຍາກໍາເຕັກໂນໂລຢີສູງ. ສອງຝ່າຍສືບຕໍ່ຜັນຂະຫຍາຍລາຍການໜູນຊ່ວຍກໍ່ສ້າງ, ເປັນຕົ້ນແມ່ນພາສາອັງກິດ ຂະແໜງວິຊາຮັກສາສັນຕິພາບ, ຮັກສາບັນດາການຢ້ຽມຢາມຂອງກໍາປັ່ນທະຫານເຮືອ.

ແຕ່ໃດໆມາການກໍ່ສ້າງ ແລະສຶກສາ ຍັງແມ່ນໜຶ່ງໃນບັນດາເສົາຄໍ້າຂອງການພົວພັນສອງຝ່າຍ ຫວຽດນາມ-ນິວຊີແລນ. ປະຈຸບັນມີນັກສຶກສາຫວຽດນາມ ປະມານ 2.500 ຄົນພວມຮໍ່າຮຽນຢູ່ນິວຊີແລນ, ຈັດອັນດັບທີ 9 ໃນບັນດາປະເທດທີ່ມີນັກສຶກສາທີ່ຮໍ່າຮຽນຢູ່ທີ່ນີ້. ສອງປະເທດໄດ້ເຊັນຂໍ້ຕົກລົງຮ່ວມມືດ້ານການສຶກສາລະຫວ່າງກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ແລະກະຊວງສຶກສານິວຊີແລນ ໄລຍະ 2015-2020, ແຜນການຮ່ວມມືຍຸດທະສາດ ຫວຽດນາມ-ນິວຊີແລນ ກ່ຽວກັບການສຶກສາ ໄລຍະ 2018-2020. ຄຽງຂ້າງນັ້ນ, ສອງຝ່າຍກໍ່ຕັ້ງໜ້າຮ່ວມມືຢ່າງແໜ້ນແຟ້ນ ແລະເຊັນຫຼາຍຂໍ້ຕົກລົງ, ສັນຍາໃນບັນດາຂົງເຂດແຮງງານ, ຄົມມະນາຄົມຂົນສົ່ງ, ກະສິກໍາ…

ດ້ວຍບັນດາຜົນງານເຊິ່ງສອງປະເທດຍາດມາໄດ້ພາຍຫຼັງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ພວກເຮົາອາດສາມາດເຊື່ອໝັ້ນໄດ້ວ່າການພົວພັນຄູ່ຮ່ວມມືຍຸດທະສາດຫາກໍ່ໄດ້ຮັບການສ້າງຕັ້ງນັ້ນຈະປະກອບສ່ວນເພີ່ມທະວີຂອບເຂດການພົບປະແລກປ່ຽນ ແລະການຮ່ວມມືໃນທຸກຂົງເຂດລະຫວ່າງຫວຽດນາມ ແລະນິວຊີແລນ ກວ່າອີກ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນຂອງແຕ່ລະປະເທດ ກໍ່ຄືຂອງພາກພື້ນ ແລະໂລກ.

ໂດຍ: ຈາງຫງວຽນ