ແມ່ນກອງປະຊຸມສຸດຍອດທາງການທຳອິດໃນປີປະທານອາຊຽນ 2020, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ໄດ້ດຳເນີນໃນສະພາບການພະຍາດໂຄວິດ-19 ໄດ້ ແລະພວມວາງອອກບັນດາສິ່ງທ້າທາຍຢ່າງຮ້າຍແຮງຕໍ່ກັບພາກພື້ນກໍ່ຄືໂລກ. ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ຕາມແຜນການທຳອິດແມ່ນຈະໄດ້ດຳເນີນໃນເດືອນເມສາຜ່ານມາ, ແຕ່ຕ້ອງໄດ້ເລື່ອນ ແລະໄດ້ດຳເນີນທາງໄກຍ້ອນໂລກລະບາດຍັງມີການຜັນແປຢ່າງສັບສົນ.

ນັບແຕ່ຕົ້ນປີນີ້, ດ້ວຍຖານະເປັນປະທານອາຊຽນ, ຫວຽດນາມ ໄດ້ພ້ອມກັບບັນດາປະເທດສະມາຊິກກຳນົດຫົວຂໍ້ລວມໃຫ້ປີອາຊຽນ 2020 ແມ່ນ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື” ເພື່ອຍູ້ແຮງກິດຈະການກໍ່ສ້າງປະຊາຄົມ ແລະເສີມຂະຫຍາຍບົດບາດຂອງອາຊຽນໃນໂລກທີ່ເຕັມໄປດ້ວຍການຜັນແປ. ການເກີດຂຶ້ນຂອງພະຍາດໂຄວິດ-19 ຍິ່ງເຮັດໃຫ້ຫົວຂໍ້ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື” ຖືກກັບເວລາ ແລະຖືກຕ້ອງຊັດເຈນກວ່າເວລາໃດໝົດ.

leftcenterrightdel
ພາບປະກອບຄັດຈາກ: tuyengiao.vn.

ຖ້າວ່າຖືເຊື້ອພະຍາດໂຄວິດ-19 ແມ່ນສິ່ງທ້າທາຍຢ່າງຮ້າຍແຮງທີ່ສຸດຕໍ່ກັບມວນມະນຸດ, ແມ່ນວິກິດການທົ່ວໂລກທີ່ຍັງບໍ່ເຄີຍມີມາກ່ອນນັບແຕ່ຫຼັງສົງຄາມໂລກຄັ້ງທີ 2 ນັ້ນ ແລະນີ້ກໍ່ແມ່ນສິ່ງທ້າທາຍໃຫຍ່ທີ່ສຸດຕໍ່ກັບອາຊຽນໃນກວ່າເຄິ່ງສະຕະວັດໃນການກຳເນີດ ແລະພັດທະນາ. ດຳລົງຕຳແໜ່ງປະທານອາຊຽນໃນຊ່ວງເວລາປະສົບກັບຄວາມຫຍຸ້ງຍາກພິເສດນີ້, ຫວຽດນາມ ມີຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບຄວາມຮັບຜິດຊອບຂອງຕົນ ແລະຕັດສິນໃຈຄຽງບ່າຄຽງໄຫຼ່ກັບບັນດາປະເທດສະມາຊິກເພື່ອນຳພາອາຊຽນຜ່ານຜ່າຄວາມຫຍຸ້ງຍາກ.

ນັບແຕ່ເມື່ອໂລກລະບາດເກີດຂຶ້ນຈົນມາຮອດປະຈຸບັນ, ເສີມຂະຫຍາຍບົດບາດປະທານອາຊຽນ 2020, ຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າຊຸກຍູ້ຄວາມສາມັກຄີ, ເປັນເອກະພາບ ແລະປະສານງານຄວາມານະພະຍາຍາມລວມຂອງປະຊາຄົມອາຊຽນໃນການຮັບມືກັບພະຍາດໂຄວິດ-19. ພາຍຫຼັງປຶກສາຫາລືຄໍາເຫັນກັບບັນດາການນຳອາຊຽນ, ວັນທີ 14 ກຸມພາ 2020, ທ່ານ ຫງວຽນຊວນຟຸກ ໄດ້ອອກຖະແຫຼງການປະທານອາຊຽນ, ຢັ້ງຢືນຄວາມຕັດສິນໃຈ ແລະຄຳໝັ້ນສັນຍາດ້ານການເມືອງຢູ່ໃນລະດັບສູງສຸດຂອງອາຊຽນເພື່ອຄວບຄຸມ ແລະສະກັດກັ້ນໂລກລະບາດ. ເສີມຂະຫຍາຍປະສິດທິຜົນຂອງເນື້ອໃນຈິດໃຈ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື”, ໃນຖານະຕໍາແໜ່ງປະທານອາຊຽນ 2020, ຫວຽດນາມ ໄດ້ນຳພາອາຊຽນກໍ່ສ້າງກົນໄກປະສານງານ, ຮ່ວມມື, ຈັດຕັ້ງກອງປະຊຸມທາງໄກຂອງອາຊຽນຢູ່ທຸກຂັ້ນ, ທຸກຂະແໜງການຫຼາຍຄັ້ງ, ໂດຍສະເພາະແມ່ນກອງປະຊຸມສຸດຍອດພິເສດອາຊຽນກ່ຽວກັບການຮັບມືກັບພະຍາດໂຄວິດ-19 ໃນເດືອນເມສາຜ່ານມາ, ສະເໜີຫຼາຍມາດຕະການລະອຽດ, ຄື: ສ້າງຕັ້ງກອງທຶນຮ່ວມມືຮັບມືກັບພະຍາດໂຄວິດ-19, ສ້າງສາງແຮວັດຖຸ, ອຸປະກອນການແພດ, ກໍ່ສ້າງຂັ້ນຕອນ ຮັບມືຮີບດ່ວນລວມຂອງອາຊຽນເມື່ອມີໂລກລະບາດເກີດຂຶ້ນ, ກໍ່ສ້າງແຜນການຟື້ນຟູຂອງອາຊຽນ. ຫວຽດນາມ ກໍ່ຊຸກຍູ້, ສົມທົບກັນຈັດຕ້ອງກອງປະຊຸມທາງໄກລະຫວ່າງອາຊຽນກັບບັນດາຄູ່ຮ່ວມມືຫຼາຍຄັ້ງ, ຄື: ຈີນ, ອາເມລິກາ, ສະຫະພາບເອີລົບ, ລັດເຊຍ... ເພື່ອຍູ້ແຮງການຮ່ວມມືສາກົນຮັບມືກັບພະຍາດໂຄວິດ-19, ໜູນຊ່ວຍແກ້ໄຂຜົນກະທົບຂອງໂລກລະບາດ.

ໃນສະພາບການຄືດັ່ງກ່າວ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ແລະບັນດາປະເທດສະມາຊິກອາຊຽນສືບຕໍ່ແລກປ່ຽນ, ປຶກສາຫາລືບັນດາມາດຕະການກໍ່ສ້າງປະຊາຄົມທັງ 3 ເສົາຄ້ຳ: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະວັດທະນະທຳ-ສັງຄົມ; ສຸມໃສ່ຜັນຂະຫຍາຍບັນດາບຸລິມະສິດ, ຂໍ້ລິເລີ່ມໃນປີ 2020 ໃຫ້ມີປະສິດທິຜົນ; ປັບປຸງຄວາມສາມັກຄີ, ເປັນເອກະພາບ, ເພີ່ມທະວີການໜູນຊ່ວຍເຊິ່ງກັນ ແລະກັນ, ຍົກສູງປະສິດທິຜົນການຮ່ວມມື, ເສີມຂະຫຍາຍລັກສະນະເປັນເຈົ້າການຂອງອາຊຽນຕໍ່ສິ່ງທ້າທາຍໃນພາກພື້ນ ແລະສາກົນຄືປະຈຸບັນ, ໃນນັ້ນມີພະຍາດໂຄວິດ-19.

ໃນປະຫວັດສາດກວ່າ 5 ສະຕະວັດແຫ່ງການກຳເນີດ ແລະພັດທະນາ, ພາຍຫຼັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະວິກິດການ, ອາຊຽນພັດມີຄວາມແຂງແຮງກວ່າແຕ່ກ່ອນ. ປະຈຸບັນແມ່ນຈຸດເວລາເພື່ອໃຫ້ອາຊຽນສືບຕໍ່ເສີມຂະຫຍາຍມູນເຊື້ອອັນລ້ຳຄ່ານັ້ນ ແລະສະແດງໃຫ້ເຫັນພາລະກຳຂອງຕົນແມ່ນບ່ອນອີງຂອງບັນດາປະເທດສະມາຊິກໃນໄລຍະປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ພວກເຮົາເຊື່ອໝັ້ນວ່າພະຍາດໂຄວິດ-19 ບໍ່ອ່ອນຕົວລົງໄດ້ກົງກັນຂ້າມນັ້ນຈະສ້າງກຳລັງໜູນເພື່ອໃຫ້ອາຊຽນ ບືນຕົວຂຶ້ນຢ່າງແຮງກວ່າ, ເພື່ອກາຍເປັນປະຊາຄົມ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື” ຢ່າງແທ້ຈິງຕໍ່ບໍ່ວ່າຄວາມຫຍຸ້ງຍາກ, ສະພາບການໃດທັງໝົດ.

ໂດຍ: ສົມເພັດ