ຫວນຄືນປະຫວັດແຫ່ງການກໍ່ສ້າງ ແລະພັດທະນາໃນໄລຍະ 95 ປີຜ່ານມາ, ຜູ້ປະກອບອາຊີບເປັນນັກຂ່າວຮຸ່ນຕ່າງໆຂອງຫວຽດນາມ ຮູ້ສຶກເອກອ້າງທະນົງໃຈທີ່ໄດ້ປະກອບສ່ວນ, ອຸທິດເຫື່ອແຮງ, ສະຕິປັນຍາ ແລະເລືອດເນື້ອຂອງຕົນໃຫ້ແກ່ພາລະກິດປົດປ່ອຍຊາດ, ສ້າງສາ ແລະປົກປັກຮັກສາປະເທດຊາດ. ເຖິງວ່າໃນສະພາບການໃດກໍ່ຕາມ, ໃນສະໄໝສົງຄາມ ຫຼື ໃນສັນຕິພາບ, ຖັນແຖວຜູ້ປະກອບອາຊີບເປັນນັກຂ່າວຍາມໃດກໍຢຶດໝັ້ນຫຼັກໝັ້ນປະຕິວັດ, ຄຸນນະທາດການເມືອງ, ຝຶກຝົນຫຼໍ່ຫຼອມຈັນຍາບັນ, ມານະພະຍາຍາມນໍາໜ້າໃນການປະຕິບັດບົດບາດປະຈັນບານໃນແນວຮົບສື່ສານໂຄສະນາເຜີຍແຜ່ຂອງພັກ. ມີຫຼາຍຜະລິດຕະພັນສື່ມວນຊົນໄດ້ຮັບການກໍາເນີດໃນແປວໄຟສົງຄາມ ເຊິ່ງບໍ່ພຽງແຕ່ກາຍເປັນໜຶ່ງໃນບັນດາແຫຼ່ງເອກະສານປະຫວັດສາດອັນລໍ້າຄ່າຂອງຊາດເທົ່ານັ້ນ, ຫາກຍັງປະກອບສ່ວນລະດົມກໍາລັງໃຈ, ຍ້ອງຍໍຊົມເຊີຍ, ເຊີດຊູກອງທັບ ແລະປະຊາຊົນເຮົາ ຈົ່ງຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວ, ທະວີຄູນກໍາລັງແຮງເພື່ອຕີເອົາຊະນະສັດຕູຜູ້ຮຸກຮານທຸກໆໂຕ. 

ນັບແຕ່ເມື່ອ ພັັກເຮົາ ລິເລີ່ມ ແລະນໍາພາກິດຈະການປ່ຽນແປງໃໝ່ຮອບດ້ານປະເທດໃນປີ 1986, ສື່ມວນຊົນຫວຽດນາມ ຍິ່ງເສີມຂະຫຍາຍບົດບາດເປັນຂົວຕໍ່ລະຫວ່າງພັກ, ລັດ ກັບປະຊາຊົນ ໄດ້ເປັນຢ່າງດີ; ເປັນຊ່ອງຂໍ້ມູນທີ່ມີປະໂຫຍດປະກອບສ່ວນຊ່ວຍໃຫ້ພັກ, ລັດເຮົາເພີ່ມເຕີມ, ປັບປຸງແຜນນະໂຍບາຍ, ກົນໄກ, ກົດໝາຍໃຫ້ສົມບູນແບບ ແລະຈັດຕັ້ງການປະຕິບັດແນວທາງ, ນະໂຍບາຍໃຫ້ນັບມື້ນັບມີປະສິດທິຜົນ...

leftcenterrightdel
ບັນດານັກຂ່າວລົງເກັບກໍາຂໍ້ມູນທີ່ເຫດການ. ພາບ: ສໍານັກຂ່າວສານຫວຽດນາມ.

ພ້້ອມກັບການພັດທະນາປະເທດຊາດ, ສື່ມວນຊົນຫວຽດນາມ ນັບມື້ນັບເຕີບໃຫຍ່ເຂັ້ມແຂງທັງດ້ານກໍາລັງ, ຂອບຂະໜາດ, ປະເພດສື່ມວນຊົນ ແລະພາຫະນະ, ເຕັກໂນໂລຢີເຮັດຂ່າວ. ຖານະທີ່ຕັ້ງ, ບົດບາດຂອງສື່ມວນຊົນ ແລະນັກຂ່າວນັບມື້ນັບມີຜົນສະທ້ອນຢ່າງເລິກເຊິ່ງກວ້າງຂວາງໃນຊີວິດສັງຄົມ. ບັນລຸໄດ້ໝາດຜົນດັ່ງກ່າວແມ່ນຍ້ອນມີຄວາມອົາໃຈໃສ່ຊັກຈູງ, ການເບິ່ງແຍງດູແລຂອງພັກ ແລະລັດ, ການໜູນຊ່ວຍ, ຮ່ວມເດີນທາງຂອງທຸກຂັ້ນ, ທຸກຂະແໜງການ, ປະຊາຊົນທຸກຊັ້ນວັນນະ ແລະພິເສດແມ່ນນໍ້າໃຈສາມັກຄີ, ອຸທິດສະຕິປັນຍາ ແລະເຫື່ອແຮງ, ມີຫົວຄິດປະດິດສ້າງ, ມານະພະຍາຍາມບໍ່ຮູ້ອິດຮູ້ເມື່ອຍຂອງຜູ້ປະກອບອາຊີບເປັນນັກຂ່າວຫວຽດນາມ ຮຸ່ນຕ່າງໆ.

ປະເທດເຮົາບໍ່ເຄີຍມີຖານະບົດບາດ, ພື້ນຖານ, ກໍາລັງບົ່ມຊ້ອນ, ກໍາລັງແຮງຄືໃນປັດຈຸບັນ. ນັ້ນແມ່ນຄວາມເຊື່ອໝັ້ນ, ກໍາລັງໜູນທາງດ້ານຈິດໃຈອັນໃຫຍ່ຫຼວງເພື່ອໃຫ້ຖັນແຖວຜູ້ປະກອບອາຊີບເປັນນັກຂ່າວ ສືບຕໍ່ຝຶກຝົນຫຼໍ່ຫຼອມ, ສູ້ຊົນເພື່ອກາຍເປັນ “ເລຂາທີ່ຈົ່ງຮັກພັກດີຂອງຍຸກສະໄໝ” ເພື່ອສະແດງໃຫ້ເຫັນຄວາມສັດຊື່, ມີຊີວິດຊີວາຕໍ່ບັນດາບາດກ້າວຫັນປ່ຽນອັນໃຫຍ່ຫຼວງຂອງປະເທດຊາດ, ສັງຄົມ. ຢາກປະຕິບັດສໍາເລັດພາລະກໍາອັນສູງສົ່ງນັ້ນ, ວົງການນັກຂ່າວທົ່ວປະເທດ ຕ້ອງຮັບຮູ້ຢ່າງເລິກເຊິ່ງວ່າ, ຢູ່ປະເທດເຮົາ, ສື່ມວນຊົນແມ່ນພາຫະນະສື່ສານ, ເປັນເຄື່ອງມືເພື່ອໂຄສະນາເຜີຍແຜ່, ເປັັນອາວຸດທາງດ້ານແນວຄິດອັນສໍາຄັນຂອງພັກ ແລະລັດ, ເວທີຂອງປະຊາຊົນ, ພາຍໃຕ້ການນໍາພາໂດຍກົງ, ຮອບດ້ານຂອງພັກ, ການຄຸ້ມຄອງຂອງລັດ, ການເຄື່ອນໄຫວໃນຂອບເຂດລັດຖະທໍາມະນູນ ແລະກົດໝາຍ. ຄຽງຂ້າງນັ້ນຕ້ອງຊາບຊຶມທິດນໍາທີ່ວ່າ “ພັດທະນາສື່ມວນຊົນໄປຄຽງຄູ່ກັບການຄຸ້ມຄອງທີ່ດີ”, ກໍ່ສ້າງພື້ນຖານສື່ມວນຊົນຫວຽດນາມຕາມທິດເປັນມືອາຊີບ, ທັນສະໄໝ, ມີຄຸນນະພາບ, ມີປະສິດທິຜົນ, ຕອບສະໜອງຄວາມຕ້ອງການດ້ານຂໍ້ມູນຂ່າວສານຂອງປະຊາຊົນ, ປະກອບສ່ວນສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ, ກໍານົດທິດແນວຄິດ ແລະຫຼັກຄວາມງາມ, ຍົກສູງລະດັບຄວາມຮູ້ຂອງປະຊາຊົນ, ພັດທະນາວັດທະນະທໍາ ແລະຄົນຫວຽດນາມ.

ຕໍ່ໜ້າຜົນກະທົບຂອງການປະຕິວັດອຸດສາຫະກໍາ 4.0, ສື່ມວນຊົນຫວຽດນາມ ທັງມີກາລະໂອກາດຄວາມສະດວກເພື່ອພັດທະນາໃນທຸກດ້ານ, ທັງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ຕ້ອງມານະພະຍາຍາມແກ້ໄຂ, ຜ່ານຜ່າ. ເພື່ອທະວີຄູນກາລະໂອກາດ, ຫຼຸດຜ່ອນສິ່ງທ້າທາຍ, ບັນດາອົງການສື່ມວນຊົນ ແລະຖັນແຖວຜູ້ປະກອບອາຊີບເປັນນັກຂ່າວ ຕ້ອງສືບຕໍ່ຊາບຊຶມ, ປະຕິບັດກົດໝາຍວ່າດ້ວຍສື່ມວນຊົນ ປີ 2016; ມະຕິຕົກລົງເລກທີ 362/QĐ-TTg  ລົງວັນທີີ 3 ເມສາ 2019 ຂອງທ່ານນາຍົກລັດຖະມົນຕີວ່າດ້ວຍການອະນຸມັດຜ່ານແຜນພັດທະນາ ແລະຄຸ້ມຄອງສື່ມວນຊົນທົ່ວປະເທດ ຮອດປີ 2025”; ມະຕິຄໍາສັ່ງເລກທີ 43-CT/TW ລົງວັນທີ 8 ເມສາ 2020 ຂອງຄະນະເລຂາທິການ “ວ່າດ້ວຍການເພີ່ມທະວີການນໍາພາຂອງພັກຕໍ່ການເຄື່ອນໄຫວຂອງສະມາຄົມນັກຂ່າວຫວຽດນາມ ໃນສະພາບການໃໝ່”; ຂໍ້ກໍານົດກ່ຽວກັບຈັນຍາບັນຂອງຜູ້ປະກອບອາຊີບເປັນນັກຂ່າວຫວຽດນາມຢ່າງເຂັ້ມງວດ. ຄຽງຂ້າງນັ້ນ, ເປັນເຈົ້າການແກ້ໄຂສິ່ງທີ່ຍັງຄົງຄ້າງໃນພາກສ່ວນຜູ້ປະກອບອາຊີບເປັນນັກຂ່າວ, ບາງພາກສ່ວນອົງການສື່ມວນຊົນເຄື່ອນໄຫວທີ່ຫ່າງເຫີນຄະຕິທໍາ, ຈຸດປະສົງ, ລົງຂ່າວບໍ່ມີມູນຄວາມຈິງ, ສົ່ງຜົນສະທ້ອນທີ່ຫຍໍ້ທໍ້ເຖິງຄວາມເຊື່ອໝັ້ນຂອງໝູ່ປະຊາຊົນ ແລະສັງຄົມ. ປະຕິບັດວຽກງານນີ້ໄດ້ດີຈະຊ່ວຍໃຫ້ບັນດາຜູ້ປະກອບອາຊີບເປັນນັກຂ່າວໃນຍຸກສະໄໝນີ້ຍາມໃດກໍເປັນຜູ້ທີ່ມີ “ຕາແຈ້ງໃສ, ຈິດໃຈສັດຊື່ບໍລິສຸດ, ປາກກາແຫຼມຄົມ”, ສົມເປັນ “ນັກຮົບປະຕິວັດ” ໃນພາລະກິດ “ປົກປັກຮັກສາຄວາມເປັນທຳ ຕ້ານຄວາມບໍ່ເປັນທຳ” ຄືດັ່ງປະທານ ໂຮ່ຈີ໊ມິງ ເຄີຍໄດ້ສັ່ງສອນ”.

ໜຶ່ງໃນບັນດາໄພອັນຕະລາຍຂອງສື່ມວນຊົນໃນປັດຈຸບັນແມ່ນອາດສາມາດຖືກສື່ສັງຄົມອອນລາຍ ບັງບຽດ, ຢຶດເອົາອັດຕາສ່ວນໝູ່ປະຊາຊົນ. ເພື່ອຜ່ານຜ່າໄພອັນຕະລາຍນີ້, ດ້ານໜຶ່ງແມ່ນຕ້ອງຮຽກຮ້ອງໃຫ້ສື່ມວນຊົນຫວຽດນາມ ຕ້ອງສະແດງໃຫ້ເຫັນແຈ້ງບົດບາດ, ທ່າແຮງຂອງຕົນ ແມ່ນລົງຂ່າວຢ່າງວ່ອງໄວທັນການ, ຖືກຕ້ອງຊັດເຈນ, ພາວະວິໄສ, ມະນຸດຊາດ, ເພື່ອຜົນປະໂຫຍດອັນແທ້ຈິງຂອງປະເທດຊາດ, ປະຊາຄົມ, ເພື່ອກຽດຕິຄຸນອັນສູງສົ່ງຂອງມະນຸດ ແລະບັນດາຄຸນຄ່າທາງດ້ານວັດທະນະທໍາ, ຄວາມສີວິໄລໃຫ້ແກ່ມ່ວນມະນຸດ; ດ້ານອື່ນ, ຕ້ອງປ່ຽນແປງທາງດ້ານຮູບການ, ເນື້ອໃນໂຄສະນາ, ວິທີສໍາຜັດກັບໝູ່ປະຊາຊົນຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ໝູ່ປະຊາຊົນເຊື່ອໝັ້ນຕໍ່ສື່ມວນຊົນຢ່າງແທ້ຈິງ, ຖືສື່ມວນຊົນແມ່ນຜະລິດຕະພັນດ້ານຂໍ້ມູນຂ່າວສານ, ວັດທະນະທໍາທີ່ຂາດບໍ່ໄດ້ເພື່ອປະກອບສ່ວນຍົກສູງຄວາມຮັບຮູ້, ເຮັດໃຫ້ຊີວິດທາງຈິດໃຈຂອງມະນຸດມີຄວາມອຸດົມສົມບູນ ແລະຫັນສື່ສັງຄົມໃຫ້ມີຄວາມປອດໄສ. ນັ້ນກໍແມ່ນວຽກງານທີ່ແທ້ຈິງເພື່ອປະກອບສ່ວນຮັກສາ, ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ ແລະຄຸນນະທາດອັນດີງາມຂອງສື່ມວນຊົນປະຕິວັດຫວຽດນາມ ໃນຍຸກສະໄໝເຊື່ອມໂຍງເຂົ້າກັບສາກົນ.

ໂດຍ: ໄຊຊະນະ