ຍາກທີ່ຈະກຳນົດໄດ້ຜົນງານພົ້ນເດ່ັນທີ່ສຸດໃນການພົວພັນຮ່ວມມືລະຫວ່າງສອງປະເທດ, ເພາະວ່າມີຫຼາຍຈຸດທີ່ພົ້ນເດັ່ນໃນການຮ່ວມມືສອງຝ່າຍຫວຽດນາມ-ນິວຊີແລນ ນັບແຕ່ເມື່ອສອງຝ່າຍສ້າງຕັ້ງການພົວພັນທາງການທູດປີ 1975. ເຖິງຢ່າງໃດກໍ່ຕາມ, ຖ້າເວົ້າເຖິງປັດໄຈສຳຄັນປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈ, ສ້າງພື້ນຖານອັນໝັ້ນຄົງເຂັ້ມແຂງໃຫ້ການພົວພັນສອງປະເທດນັ້ນແມ່ນຕ້ອງເຕື້ອງເຖິງເສົາຄ້ຳການເມືອງ-ການພົວພັນຕ່າງປະເທດ.

leftcenterrightdel
ທ່ານ ຈິ້ງດິ່ງຢູງ ຮອງນາຍົກລັດຖະມົນຕີຫວຽດນາມ ພົບປະກັບປະທານສະພາແຫ່ງຊາດນິວຊີແລນ ໃນການຢ້ຽມຢາມປີ 2019. ພາບ: baochinhphu.vn.

ໃນໄລຍະປະມານ 5 ປີມໍ່ໆມານ້ີ, ການຢ້ຽມຢາມເຊິ່ງກັນ ແລະກັນຂອງຄະນະຜູ້ແທນຂັ້ນສູງລະຫວ່າງສອງປະເທດເປັນໜ້າຮັບຮູ້, ຄື: ການຢ້ຽມຢາມນິວຊີແລນ ຢ່າງເປັນທາງການຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ (ເດືອນມີນາ 2018); ການຢ້ຽມຢາມຂອງທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ (ເດືອນພະຈິກ 2016); ທ່ານ ຈິ້ງດິ່ງຢູງ ຮອງນາຍົກລັດຖະມົນຕີຫວຽດນາມ (ເດືອນພະຈິກ 2019) ແລະທ່ານ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ (ເດືອນພະຈິກ 2018);... ກົງກັນຂ້າມແມ່ນທ່ານ Jacinda Ardern ນາຍົກລັດຖະມົນຕີນິວຊີແລນ, ພາຍຫຼັງຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີນິວຊີແລນ ໃນທ້າຍເດືອນຕຸລາ 2017 ໄດ້ຮັບຄຳເຊື້ອເຊີນ ແລະເຂົ້າຮ່ວມສັບປະດາຂັ້ນສູງ APEC ຢູ່ນະຄອນດ່ານັ້ງ. ກ່ອນໜ້ານັ້ນ, ການນຳສອງຝ່າຍກໍ່ໄດ້ດຳເນີນບັນດາການຢ້ຽມຢາມຢ່າງເປັນທາງການເຊິ່ງກັນ ແລະກັນເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ.

ໃນການຢ້ຽມຢາມນິວຊີແລນ ປີ 2018, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເຄີຍເວົ້າວ່າການຮ່ວມມືລະຫວ່າງຫວຽດນາມ ແລະນິວຊີແລນ ແມ່ນຄວາມຮຽກຮ້ອງຕ້ອງການຂອງສອງປະເທດ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮ່ວມກັນພັດທະນາ. 45 ປີຜ່ານມານັ້ນແມ່ນໄລຍະທາງທີ່ພິສູດໃຫ້ເຫັນການພັດທະນາຢ່າງຕັ້ງໜ້າຂອງການພົວພັນສອງປະເທດ, ທັງໃນຂອບເຂດສອງຝ່າຍກໍ່ຄືຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ. ສອງຝ່າຍຮັກສາບັນດາກົນໄກຮ່ວມມືສອງຝ່າຍເປັນປະຈຳ, ລວມມີ: ຄະນະກຳມະການປະສົມດ້ານເສດຖະກິດ ແລະການຄ້າ, ການເຈລະຈາການປ້ອງກັນຊາດສອງຝ່າຍ ແລະທາບທາມຄຳເຫັນດ້ານການເມືອງ, ພ້ອມທັງສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະພາກພື້ນ.

ຖ້າວ່າໃນການພົວພັນຕ່າງປະເທດ, ນິວຊີແລນ ຖືຫວຽດນາມ ແມ່ນປັດໄຈສຳຄັນໃນນະໂຍບາຍສຳລັບພາກພື້ນອາຊີ-ປາຊີຟິກ, ດ້ານເສດຖະກິດ, ນິວຊີແລນ ຕີລາຄາຫວຽດນາມ ແມ່ນຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ. ວົງເງິນການຄ້າສອງສົ້ນໄດ້ເພີ່ມຂຶ້ນທົບ 3 ເທົ່າໃນ 10 ປີຜ່ານມາ, ຈາກ 320 ລ້ານໂດລາສະຫະລັດໃນປີ 2019 ຂຶ້ນເຖິງກວ່າ 1 ຕື້ໂດລາສະຫະລັດໃນປີ 2018. ປະຈຸບັນຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ໃນທອັບ 20 ຂອງນິວຊີແລນ ແລະແມ່ນປະເທດໃນກຸ່ມອາຊຽນທີ່ບັນລຸລະດັບພັດທະນາໄວທີ່ສຸດໃນການພົວພັນດ້ານການຄ້າກັບນິວຊີແລນ.

ສຳລັບການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບກໍ່ມີບັນດາບາດກ້າວພັດທະນາພໍສົມຄວນ. ສອງຝ່າຍໄດ້ລົງນາມໂຄງການດຳເນີນງານຫວຽດນາມ-ນິວຊີແລນ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ 2018-2021,  ຂໍ້ຕົກລົງຜັນຂະຫຍາຍການບຳລຸງສ້າງ ແລະຮ່ວມມືຮັກສາສັນຕິພາບ, ກໍ່ຄືແລກປ່ຽນຄະນະປ້ອງກັນຊາດຂັ້ນສູງເປັນປະຈຳ. ຝ່າຍນິວຊີແລນ ຕີລາຄາສູງທີ່ສຸດຕໍ່ການປະກອບສ່ວນຂອງຫວຽດນາມ ໃນວິວັດການສ້າງກົນໄກ ADMM+; ຍາມໃດກໍ່ຕັ້ງໜ້າໜູນຊ່ວຍຫວຽດນາມ ໃນຂົງເຂດບຳລຸງສ້າງພາສາອັງກິດໃຫ້ນາຍທະຫານກອງທັບ.

ກ່ຽວກັບຂົງເຂດການສຶກສາ ແລະກໍ່ສ້າງລະຫວ່າງຫວຽດນາມ ແລະນິວຊີແລນ ກໍ່ພວມພັດທະນາຢ່າງແຮງ ແລະແມ່ນໜຶ່ງໃນບັນດາເສົາຄ້ຳຂອງການພົວພັນສອງຝ່າຍໃນປະຈຸບັນ. ສອງຝ່າຍໄດ້ລົງນາມແຜນການຮ່ວມມືຍຸດທະສາດສະບັບໃໝ່ກ່ຽວກັບການສຶກສາໄລຍະ 2018-2020 ແລະວາງເປົ້າໝາຍເພີ່ມຈຳນວນນັກສຶກສາຫວຽດນາມ ຢູ່ ນິວຊີແລນ ຂຶ້ນເປັນ 30% ໃນປີ 2020.

ຄຽງຂ້າງກັນນັ້ນ, ສອງຝ່າຍກໍ່ຕັ້ງໜ້າຮ່ວມມືຢ່າງແໜ້ນແຟ້ນ ແລະລົງນາມຂໍ້ຕົກລົງ, ສັນຍາຫຼາຍສະບັບໃນບັນດາຂົງເຂດແຮງງານ, ການຄົມມະນາຄົມຂົນສົ່ງ, ກະສິກຳ...

ຮັບຮູ້ທ່າພັດທະນາຢ່າງຕັ້ງໜ້າຂອງການພົວພັນສອງປະເທດນັບແຕ່ເມື່ອສ້າງຕັ້ງຄູ່ຮ່ວມມືຮອບດ້ານເມື່ອປີ 2009, ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ແລະມອບໃຫ້ບັນດາກະຊວງ, ຂະແໜງການກ່ຽວຂ້ອງຂອງສອງປະເທດຜັນຂະຫຍາຍໂຄງການດຳເນີນງານ 2017-2020 ຢ່າງຕັ້ງໜ້າ ແລະມີປະສິດທິຜົນ, ສໍາເລັດການແລກປ່ຽນ ແລະທາບທາມໂດຍໄວເພື່ອຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ດ້ວຍຄວາມຕັດສິນໃຈພ້ອມກັນມານະພະຍາຍາມອັນໃຫຍ່ຫຼວງຂອງການນຳ ແລະປະຊາຊົນສອງປະເທດ, ເຊື່ອໝັ້ນວ່າປີ 2020 ຈະແມ່ນປີບາດລ້ຽວ, ເປັນຂີດໝາຍສຳຄັນປະກອບສ່ວນນຳການພົວພັນຮ່ວມມືຫວຽດນາມ-ນິວຊີແລນ ຂຶ້ນສູ່ລະດັບສູງໃໝ່.

ໂດຍ: ສົມເພັດ