ສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ, ພວກເຮົາເຊີດຊູຊີວິດ, ພາລະກິດ, ແນວຄິດ, ແບບແຜນການດໍາລົງຊີວິດ, ຄຸນສົມບັດອັນຍິ່ງໃຫຍ່, ສະແດງຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນອັນລົ້ນເຫຼືອຂອງລຸງໂຮ່. ເພິ່ນເປັນແບບຢ່າງທີ່ໃສແຈ້ງກ່ຽວກັບລັດທິຮັກຊາດ, ເພິ່ນ ໄດ້ອຸທິດຕະຫຼອດຊີວິດໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະຄວາມເສລີພາບ, ຄວາມຜາສຸກຂອງປະຊາຊົນ.

ປະທານໂຮ່ຈີມິນ ໄດ້ເຮັດໃຫ້ຊາດເຮົາ, ບ້ານເມືອງເຮົາຮຸ່ງເຮືອງເຫຼືອງເຫຼື້ອມ. ເພິ່ນ ໄດ້ກໍ່ຕັ້ງ, ນໍາພາ ແລະຝຶກຝົນຫຼໍ່ຫຼອມພັກກອມມູນິດຫວຽດນາມ - ພັກປະຕິວັດທີ່ແທ້ຈິງ, ໄດ້ນໍາພາປະຊາຊົນເຮົາຜ່ານຜ່າທຸກຄວາມຫຍຸ້ງຍາກລໍາບາກ, ສິ່ງທົດສອບນາໆປະການ, ຍາດໄດ້ໄຊຊະນະນີ້ໄປສູ່ໄຊຊະນະອື່ນ. ຊື່ສຽງຮຽງນາມ ແລະພາລະກິດປະຕິວັດ; ແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ ຍືນຍົງຄົງຕົວຕະຫຼອດໄປ, ເປັນມໍລະດົກທາງດ້ານຈິດໃຈອັນລໍ້າຄ່າຂອງພັກ ແລະຊາດເຮົາ, ເປັນເຂັມທິດ, ເປັນແປວໄຟ, ແສງສະຫວ່າງຊີ້ທິດເຍືອງທາງ, ນໍາພາພາລະກິດປະຕິວັດຫວຽດນາມ.

leftcenterrightdel
ລຸງໂຮ່ ກັບພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ. ພາບ: ເອກະສານ.

ສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ແມ່ນກົງກັບໂອກາດດໍາເນີນກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ເພາະສະນັ້ນ, ການຮໍ່າຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ ແມ່ນນັບມື້ນັບມີຄວາມໝາຍອັນໃຫຍ່ຫຼວງ, ແທດຈິງ, ໂດຍສະເພາະແມ່ນເຊື່ອມຊຶມແນວຄິດຂອງເພິ່ນ ກ່ຽວກັບພັກກໍາອໍານາດ, ກ່ຽວກັບການກໍ່ສ້າງພັກ, ກໍ່ສ້າງຖັນແຖວພະນັກງານ, ກ່ຽວກັບການພົວພັນເລືອດເນື້ອລະຫວ່າງພັກກັບປະຊາຊົນ... ນັ້ນກໍ່ແມ່ນບັນດາເນື້ອໃນສໍາຄັນຍິ່ງ, ປະກອບສ່ວນເພີ່ມພູນຄູນສ້າງມູນເຊື້ອ ແລະບັນດາຄຸນຄ່າຂອງພັກກໍາອໍານາດທີ່ແທ້ຈິງ; ປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ພັກ, ລັດ ແລະຖັນແຖວພະນັກງານ, ສະມາຊິກພັກ.

ປະທານໂຮ່ຈີມິນ ເປັນຜູ້ນໍາທີ່ຍິ່ງໃຫຍ່, ມີຄວາມປີຊາສາມາດແຕ່ ເພິ່ນເປັນຄົນທີ່ລຽບງ່າຍ, ສະຫງຽມຄ່ຽມຄົມ, ໃກ້ຊິດສະໜິດຕິດພັນກັບປະຊາຊົນທີ່ສຸດ; ເປັນແບບຢ່າງກ່ຽວກັບຄວາມດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ, ຊື່ຕົງ, ບໍ່ເຫັນແກ່ສ່ວນຕົວ, ເຫັນແກ່ສ່ວນລວມ. ເພິ່ນ ກໍປາດຖະໜາ ແລະຮຽກຮ້ອງໃຫ້ພັກຕ້ອງ “ຮັກສາການພົວພັນກັບມະຫາຊົນໃຫ້ແໜ້ນແຟ້ນ ແລະຍາມໃດກໍຮັບຟັງຄໍາເຫັນຈາກມະຫາຊົນ. ນັ້ນແມ່ນພື້ນຖານກໍາລັງຂອງພັກ ແລະຍ້ອນເຫດນັ້ນພັກຈຶ່ງໄດ້ຮັບໄຊຊະນະ”... ໜຶ່ງໃນບັນດາແນວຄິດຍິ່ງໃຫຍ່ທີ່ສຸດຂອງລຸງໂຮ່ ແມ່ນຄວາມຮັກແພງມະນຸດ, ເພື່ອມະນຸດ, ເພື່ອຊີວິດທີ່ອີ່ມໜໍາສໍາລານ ແລະຄວາມຜາສຸກຂອງປະຊາຊົນ. ໃນຕະຫຼອດຊີວິດ, ເພິ່ນ ບໍ່ສະແຫວງຫາກຽດຕິຍົດຊື່ສຽງ, ຖານະຕໍາແໜ່ງ ແລະຜົນປະໂຫຍດສ່ວນຕົວ, ແຕ່ເພິ່ນ “ມີຄວາມຕ້ອງການ, ຕ້ອງການຈົນສຸດຂີດ, ນັ້ນແມ່ນເຮັດແນວໃດເພື່ອໃຫ້ປະເທດເຮົາມີເອກະລາດຢ່າງສົມບູນ, ປະຊາຊົນເຮົາມີເສລີພາບຢ່າງສົມບູນ, ພໍ່ແມ່ປະຊາຊົນ, ພີ່ນ້ອງຮ່ວມຊາດໃຜໆກໍມີເຂົ້າກິນ, ມີເຄື່ອງນຸ່ງຫົ່ມ, ໃຜໆກໍໄດ້ຮຽນໜັງສື”. ກ່ອນທີ່ເພິ່ນຈະຈາກໄປ, ເພິ່ນຍັງມີ “ຄວາມເສຍດາຍວ່າບໍ່ໄດ້ຮັບໃຊ້ດົນກວ່ານີ້, ຫຼາຍກວ່ານີ້ຕື່ມອີກ”.

ຮໍ່າຮຽນ ແລະປະຕິບັດຕາມຄຸນສົມບັດຂອງປະທານໂຮ່ຈີມິນ, ໃນວິວັດການນໍາພາປະຕິວັດ, ພັກເຮົາ ແລະຖັນແຖວພະນັກງານ, ສະມາຊິກພັກຍາມໃດກໍເຊື່ອມຊຶມແນວຄິດເຄົາລົບນັບຖືປະຊາຊົນ, ໃກ້ຊິດຕິດແທດກັບປະຊາຊົນ, ເພື່ອປະຊາຊົນຂອງລຸງໂຮ່, ສະໜິດຕິດພັນເລືອດເນື້ອກັບປະຊາຊົນ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນຢ່າງໝົດຈິດໝົດໃຈ. ນອກຈາກຜົນປະໂຫຍດຂອງປະເທດຊາດ, ຂອງປະຊາຊົນແລ້ວ, ພັກເຮົາບໍ່ມີຜົນປະໂຫຍດອື່ນ.

ພວກເຮົາສະໝັກໃຈເດີນຕາມເສັ້ນທາງ ເຊິ່ງປະທານໂຮ່ຈີມິນ ແລະພັກເຮົາໄດ້ເລືອກເອົາ, ສືບທອດ ແລະນັບມື້ນັບພັດທະນາພາລະກິດປະຕິວັດອັນສະຫງ່າລາສີ. ພັກເຮົາຍາມໃດກໍຢຶດໝັ້ນບັນດາທັດສະນະທີ່ມີລັກສະນະເປັນຫຼັກການ, ໝູນໃຊ້ລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ ເຂົ້າໃນພຶດຕິກໍາຕົວຈິງຂອງການປະຕິວັດຫວຽດນາມຢ່າງມີຫົວຄິດປະດິດສ້າງ; ເອົາໃຈໃສ່ສຶກສາອົບຮົມກ່ຽວກັບຄຸນສົມບັດປະຕິວັດໃຫ້ແກ່ພະນັກງານ, ສະມາຊິກພັກ ແລະກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງຕາມຄໍາພິໄນກໍາຂອງເພິ່ນ ນັ້ນແມ່ນ: “ຕ້ອງຮັກສາພັກເຮົາໃຫ້ມີຄວາມປອດໃສຢ່າງແທ້ຈິງ, ຕ້ອງສົມເປັນຜູ້ນໍາພາ, ເປັນຜູ້ຮັບໃຊ້ທີ່ຈົ່ງຮັກພັກດີຂອງປະຊາຊົນ”.

ໂດຍເຊື່ອມຊຶມແນວຄິດ ແລະປະຕິບັດຕາມຄໍາສັ່ງສອນຂອງເພິ່ນ, ໃນຕະຫຼອດຊຸມປີແຫ່ງການຕໍ່ຕ້ານອັນຍືດເຍື້ອຍາວນານ, ທຸກຍາກລຳບາກກໍຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ, ພັກເຮົາຍາມໃດກໍຖືເປັນສໍາຄັນການກໍ່ສ້າງພັກ ແລະລະບົບການເມືອງໃຫ້ມີຄວາມປອດໃສ, ເຂັ້ມແຂງ; ກໍານົດການກໍ່ສ້າງພັກແມ່ນໜ້າທີ່ຫຼັກແຫຼ່ງ, ກໍ່ສ້າງຖັນແຖວພະນັກງານແມ່ນ “ຫຼັກແຫຼ່ງຂອງຫຼັກແຫຼ່ງ”, ແມ່ນ “ວຽກຕົ້ນຕໍ” ຂອງພັກ. ສິ່ງນີ້ຍິ່ງໄດ້ຮັບການເອົາໃຈໃສ່ປະຕິບັດຢ່າງມີແບບແຜນ, ເຂັ້ມງວດຈາກພັກເຮົາໃນອາຍຸການກອງປະຊຸມໃຫຍ່ຄັ້ງທີ XII, ໂດຍສະເພາະແມ່ນໃນການກໍ່ສ້າງຖັນແຖວພະນັກງານຂັ້ນຍຸດທະສາດ ແລະກະກຽມບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ດ້ວຍຈິດໃຈຕ້ອງຖືຜົນປະໂຫຍດຂອງປະເທດ, ຂອງປະຊາຊົນຢູ່ເໜືອກວ່າສິ່ງໃດໝົດ. 

ກອງທັບປະຊາຊົນຫວຽດນາມ ໂດຍພັກກອມມູນິດຫວຽດນາມ ແລະປະທານໂຮ່ຈີມິນ ສ້າງຕັ້ງຂຶ້ນ, ສຶກສາອົບຮົມ ແລະຝຶກຝົນຫຼໍ່ຫຼອມ, ມີຄວາມເປັນກຽດທີ່ລຸງໂຮ່ໄດ້ຕັ້ງຊື່ໃຫ້. ຄາວຍັງມີຊີວິດຢູ່, ເພິ່ນໄດ້ເອົາໃຈໃສ່ເປັນພິເສດເຖິງການເບິ່ງແຍງດູແລ, ກໍ່ສ້າງ ແລະພັດທະນາກອງທັບໃນທຸກຂົງເຂດ; ເພິ່ນໄດ້ສະຫງວນຄວາມຮັກແພງຢ່າງລົ້ນເຫຼືອໃຫ້ແກ່ອ້າຍນ້ອງທະຫານ. ການກໍ່ສ້າງ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວໄດ້ຜ່ານພົ້ນໄປເປັນເວລາ 75 ກວ່າປີ, ພາຍໃຕ້ການນໍາພາຂອງພັກ ແລະລຸງໂຮ່ ຜູ້ນໍາທີ່ແສນເຄົາລົບຮັກ, ກອງທັບປະຊາຊົນຫວຽດນາມ ຍາມໃດກໍຈົ່ງຮັກພັກດີຕໍ່ພັກ, ກະຕັນຍູຕໍ່ປະຊາຊົນ, ໜ້າທີ່ໃດກໍເຮັດສໍາເລັດ, ຄວາມຫຍຸ້ງຍາກໃດກໍຜ່ານຜ່າ, ສັດຕູຕົວໃດກໍຕີເອົາຊະນະ. ພິເສດແມ່ນ, ຍິ່ງຢູ່ໃນສະພາບທີ່ຫຍຸ້ງຍາກລໍາບາກ, ຢູ່ເຂດທີ່ອັນຕະລາຍ, ຢູ່ບ່ອນ “ຫົວຄື້ນຍອດລົມ” ນັ້ນ, ນໍ້າໃຈລະຫວ່າງທະຫານ ແລະປະຊາຊົນຍິ່ງນັບມື້ນັບສະໜິດຕິດພັນຢ່າງໝັ້ນແກ່ນໜຽວແໜ້ນ, ຮູບພາບທະຫານລຸງໂຮ່ຍິ່ງປະກາຍແສງສະຫວ່າງຕື່ມອີກ.

ຄິດເຖິງລຸງໂຮ່ທີ່ແສນເຄົາລົບຮັກ, ທົ່ວກອງທັບສືບຕໍ່ຍູ້ແຮງການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ, ຕິດພັນກັບການປະຕິບັດບັ້ນຂົນຂວາຍ “ເສີມຂະຫຍາຍມູນເຊື້ອ, ອຸທິດເຫື່ອແຮງ, ສະຕິປັນຍາ, ສົມເປັນທະຫານລຸງໂຮ່” ໃນສະພາບການໃໝ່, ກໍ່ສ້າງກອງທັບປະຊາຊົນປະຕິວັດ, ມີລະບຽບແບບແຜນ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ໃຫ້ໝັ້ນຄົງເຂັ້ມແຂງ, ປົກປ້ອງພັກ, ລັດ, ລະບອບສັງຄົມນິຍົມ ແລະປະຊາຊົນ, ສົມເປັນກອງທະຫານປະຕິວັດທີ່ມາຈາກປະຊາຊົນ, ເພື່ອຮັບໃຊ້ປະຊາຊົນ ແລະເປັນກຽດທີ່ປະຊາຊົນເອີ້ນວ່າ “ທະຫານລຸງໂຮ່”.

ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບມີຄວາມເຊື່ອໝັ້ນຢ່າງແນ່ນອນຕໍ່ເສັ້ນທາງປະຕິວັດ ເຊິ່ງປະທານໂຮ່ຈີມິນ ໄດ້ເລືອກເອົາ ແລະຊີ້ທິດເຍືອງທາງ.

ໂດຍ: ໄຊຊະນະ