ເພື່ອໄປເຖິງໄຊຊະນະນັ້ນ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບໄດ້ສາມັກຄີກັນເປັນຈິດໜຶ່ງໃຈດຽວ, ຜ່ານຜ່າການເສຍສະຫຼະ, ຄວາມທຸກຍາກລຳບາກ, ຕີເອົາຊະນະຍຸດທະສາດສົງຄາມຂອງຈັກກະພັດອາເມລິກາ ແລະລູກແຫຼ້ງຕີນມື, ກ້າວເຖິງໂຄ່ນລົ້ມແອກປົກຄອງຂອງຈັກກະພັດ, ລ່າເມືອງຂຶ້ນທີ່ກົດຂີ່ຂູດຮີດປະຊາຊົນເຮົາໃນຕະຫຼອດກວ່າ 100 ປີ. ໄຊຊະນະອັນສະຫງ່າລາສີຂອງຊາດເຮົາ ໂດຍມີພັກ, ລຸງໂຮ່ ຊີ້ນຳ, ນຳພາໃນບໍ່ວ່າສະພາບການໃດກໍ່ເດັດດ່ຽວດ້ວຍເປົ້າໝາຍຍາດເອົາເອກະລາດ, ເສລີພາບມາໃຫ້ປະເທດຊາດ, ຄວາມຜາສຸກໃຫ້ປະຊາຊົນ. ໄຊຊະນະກໍ່ເລີ່ມມາຈາກຄວາມສາມັກຄີ, ຄວາມເຫັນດີເປັນເອກະພາບສູງຂອງທົ່ວທັງຊາດໄດ້ສ້າງເປັນກໍາລັງແຮງສັງລວມ ເຊິ່ງບໍ່ມີສັດຕູໂຕໃດສາມາດສະກັດກັ້ນໄດ້. ພວກເຮົາມີກອງທັບ ວິລະຊົນ ແລະກົມເສນາທິການດີເລີດ, ຍາມໃດກໍ່ຮູ້ສ້າງໂອກາດ, ກໍາແໜ້ນໂອກາດ, ຈັດຕັ້ງການບຸກໂຈມຕີທີ່ມີລັກສະນະຕັດສິນເຮັດໃຫ້ຫັນປ່ຽນສະຖານະການ, ທ່າຮົບ, ເພື່ອຍາດເອົາໄຊຊະນະ. ໃນໄຊຊະນະນັ້ນມີຄວາມສາມັກຄີ, ການຊ່ວຍເຫຼືອຂອງ ບັນດາປະເທດເພື່ອນມິດ ແລະປະຊາຊົນກ້າວໜ້າ, ຮັກຫອມສັນຕິພາບຢູ່ໃນໂລກ.

leftcenterrightdel
ລົດຕັງຂອງທະຫານປົດປ່ອຍ ບຸກເຂົ້າທຳນຽບເອກະລາດ, ໃນວັນທີ 30 ເມສາ 1975. ພາບ: ສໍານັກຂ່າວສານຫວຽດນາມ.

ໃນໄລຍະສົງຄາມກວ່າ 30 ປີຈົນເຖິງໄຊຊະນະອັນສະຫງ່າລາສີ, ໄດ້ມີປະຊາຊົນຫວຽດນາມ ນັບລ້ານຄົນເສຍສະຫຼະຊີວິດ, ຫຼືຖືກບາດເຈັບຢູ່ສະໜາມຮົບ. ຍ້ອນແນວນັ້ນຄຸນຄ່າຂອງໄຊຊະນະ, ຄຸນຄ່າຂອງເອກະລາດ, ເສລີພາບແມ່ນໃຫຍ່ຫຼວງທີ່ສຸດ, ຕ້ອງໄດ້ຈົດຈໍາ, ຝັງເລິກໃນຫົວໃຈຂອງປະຊາຊົນຫວຽດນາມ ຮຸ່ນຕ່າງໆ, ຈາກນັ້ນສ້າງເປັນທ່ວງທ່າຂອງປະຊາຊົນຫວຽດນາມ.

ປະຈຸບັນ, ພວກເຮົາພວມປະຕິບັດໜ້າທີ່ສ້າງສາ ແລະປົກປັກຮັກສາປະເທດຊາດດ້ວຍບັນດາໂອກາດ, ສິ່ງທ້າທາຍສະຫຼັບກັນ. ຄຸນຄ່າ, ຈິດໃຈສະຫງ່າຜ່າເຜີຍຂອງໄຊຊະນະວັນທີ 30 ເມສາ ອີກເທື່ອໜຶ່ງຄວນໄດ້ເສີມຂະຫຍາຍໃນພາລະກິດສ້າງສາ ປະເທດຊາດໃນໄລຍະໃໝ່.

ໃນໄລຍະການປະຕິວັດອຸດສາຫະກໍາຄັ້ງທີ 4, ພວກເຮົາຄວນຕັ້ງໜ້າເດີນທາງລັດ, ລັດໜ້າກ່ຽວກັບເຕັກໂນໂລຢີ, ນໍາເຕັກໂນໂລຢີທັນສະໄໝເຂົ້າໃນການຜະລິດ ແລະຄຸ້ມຄອງ, ບໍລິຫານສັງຄົມໂດຍໄວ. ພ້ອມທັງຕ້ອງລົງທຶນເຂົ້າວຽກງານສຶກສາ-ກໍ່ສ້າງ, ແນໃສ່ສ້າງເປັນກໍາລັງແຮງງານທີ່ມີຄວາມຮູ້ສູງ, ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ພື້ນຖານເສດຖະກິດພູມປັນຍາ.

ພັດທະນາເສດຖະກິດ, ປ່ຽນແປງໃໝ່ວິທະຍາສາດ-ເຕັກໂນໂລຢີຕ້ອງຕິດພັນກັບໜ້າທີ່ປັບປຸງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ພື້ນຖານທົ່ວປວງຊົນປ້ອງກັນຊາດ, ທ່າຮົບທົ່ວປວງຊົນປ້ອງກັນຊາດຕິດພັນກັບທ່າຮົບທົ່ວປວງຊົນປ້ອງກັນຄວາມສະຫງົບມີຄວາມໝັ້ນແກ່ນຈຶ່ງມີພື້ນຖານເພື່ອຮັກສາສັນຕິພາບ, ສະຖຽນລະພາບ, ສ້າງເງື່ອນໄຂເພື່ອໃຫ້ເສດຖະກິດ-ສັງຄົມ ພັດທະນາ.  ພ້ອມທັງຄວນສຸມໃສ່ແຫຼ່ງກໍາລັງ, ສືບຕໍ່ກໍ່ສ້າງກອງທັບປະຊາຊົນປະຕິວັດ, ຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ບຸລິມະສິດໃຫ້ບາງເຫຼົ່າຮົບ, ກຳລັງກ້າວຂຶ້ນສູ່ຄວາມເປັນທັນສະໄໝຖືກຕາມເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ. ເພື່ອປະຕິບັດສຳເລັດໜ້າທີ່ເຊິ່ງພັກ ແລະປະຊາຊົນມອບໝາຍໃຫ້, ພະນັກງານ, ນັກຮົບແຕ່ລະຄົນໃນກອງທັບຕ້ອງອອກແຮງຮ່ຳຮຽນ, ປະຕິບັດງານ, ຝຶກແອບ, ຕັດສິນໃຈກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ, ເກັ່ງກ່ຽວກັບເສນາທິການສູ້ຮົບ, ເປັນກອງທະຫານສູ້ຮົບ, ປະຕິບັດວຽກງານ, ກອງທະຫານອອກແຮງງານຜະລິດຢ່າງແທ້ຈິງ, ມີກຳລັງຄວາມສາມາດຢ່າງພຽງພໍເພື່ອຕີເອົາຊະນະນັບແຕ່ບັ້ນຮົບທຳອິດ, ໃນວັນທຳອິດ ແລະຮັບມືກັບບັນດາບັນຫາຄວາມໝັ້ນຄົງບໍ່ແມ່ນການທະຫານຢ່າງມີໄຊ.

ໄຊຊະນະໃນການບຸກໂຈມຕີຄັ້ງໃຫຍ່ ແລະລຸກຮື້ຂຶ້ນລະດູບານໃໝ່ປີ 1975 ຂອງພວກເຮົາ ມີການປະກອບສ່ວນສໍາຄັນຂອງກໍາລັງແຮງສາມັກຄີສາກົນ. ສະນັ້ນໃນຍຸກສະໄໝປະຈຸບັນ, ພາລະກິດພັດທະນາປະເທດຊາດ, ປົກປັກຮັກສາປະເທດຊາດຍິ່ງຈຳເປັນຕ້ອງໄດ້ຮັບການເປີດກວ້າງການພົວພັນກັບສາກົນ ບົນພື້ນຖານປະຕິບັດແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງຢ່າງສະເໝີຕົ້ນສະເໝີປາຍ... ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ, ສ້າງຮູບພາບຫວຽດນາມ ອົງອາດກ້າແກ່ນ, ພິລະອາດຫານຕໍ່ສັດຕູແຕ່ພັດມີຄວາມສະໜິດສະໜົມ, ຮັກແພງແຂກກັບເພື່ອນມິດໃນໂລກ.

45 ປີໄດ້ຜ່ານໄປແລ້ວ, ພາລະກິດປະຕິວັດຂອງຊາດຫວຽດນາມ ບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ, ແຕ່ໄຊຊະນະວັນທີ 30 ເມສາ ຍັງແມ່ນຂີດໝາຍອັນຮຸ່ງເຮືອງເຫຼືອງເຫຼື້ອມ, ແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນຫວຽດນາມ ແຕ່ລະຄົນ. ໄຊຊະນະນັ້ນຈະແມ່ນກໍາລັງໜູນຊຸກຍູ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາ ຜ່ານຜ່າທຸກຄວາມຫຍຸ້ງຍາກ, ກ້າວເດີນຢ່າງໝັ້ນຄົງບົນເສັ້ນທາງປ່ຽນແປງໃໝ່, ສືບຕໍ່ນໍາປະເທດຫວຽດນາມ ໄປເຖິງໄຊຊະນະອັນສະຫງ່າລາສີ.

ໂດຍ: ເຈິ່ນຮວ່ຽນ