ພາຍຫຼັງໄຊຊະນະຄັ້ງປະຫວັດສາດຢູ່ພາກໃຕ້ຫວຽດນາມ, ວັນທີ 1 ພຶດສະພາ 1975, ໜັງສືພິມ Asahi Shimbun ຂອງຍີ່ປຸ່ນ ໄດ້ລົງບົດນໍາ, ໃນນັ້ນມີຕອນທີ່ວ່າ: “ສົງຄາມຢູ່ຫວຽດນາມ ໄດ້ສິ້ນສຸດລົງ ແລະໄຊຊະນະແມ່ນຂອງກໍາລັງປົດປ່ອຍ. ສິ່ງດັ່ງກ່າວມີຄວາມໝາຍວ່າສະໄໝບັນດາປະເທດມະຫາອໍານາດ ນຳໃຊ້ກຳລັງອາວຸດເພື່ອຂ້າຕາຍຈິດໃຈຊົນຊາດໄດ້ຢຸດຕິລົງ”. ທ່ານ ຫງວຽນຮຸຍຖັ໊ງ (ຊາວຫວຽດນາມ ອາໄສຢູ່ເຢຍລະມັນ) ໄດ້ອະທິບາຍຕື່ມອີກຂໍ້ສັງເກດໃນໜັງສືພິມ Asahi Shimbun ເມື່ອເວົ້າເຖິງຈິດໃຈຮັກຊາດຂອງຊາວຫວຽດນາມ. ຕາມທ່ານ ຫງວຽນຮຸຍຖັ໊ງ ແລ້ວ ຊາວຫວຽດນາມ ມີເຈດຈຳນົງກ້າແກ່ນເພື່ອຕໍ່ສູ້ຈົນເຖິງຕາບໃດປະເທດໄດ້ຮັບການທ້ອນໂຮມເປັນເອກະພາບ. ທ່ານ ຍັງຢັ້ງຢືນວ່າ “ຄົນອາເມລິກາ ບໍ່ເຂົ້າໃຈໄດ້ຈິດໃຈຫຼັກແຫຼ່ງດັ່ງກ່າວ, ສະນັ້ນຈຶ່ງຍອມເສຍໄຊຕໍ່ຫວຽດນາມ ໃນການຕໍ່ສູ້ຄັ້ງສຸດທ້າຍເມື່ອປີ 1975”.

leftcenterrightdel
ພາຍຫຼັງ 45 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ, ນະຄອນໂຮ່ຈີ ມິນໃນປະຈຸບັນໄດ້ພັດທະນາຢ່າງແຮງ. . ພາບ: lesechos.fr.

ຄວາມຈິງສະແດງໃຫ້ເຫັນວ່າເມື່ອ "ເຈດຈໍານົງພັກ" ເໝາະສົມກັບ "ຈິດໃຈປະຊາຊົນ" ສ້າງເປັນກໍາລັງແຮງ,  “ທ່າຮົບໃນຈິດໃຈປະຊາຊົນ” ນັບມື້ນັບໄດ້ຮັບການເສີມຂະຫຍາຍໃນລະດັບສູງ. ລຸງໂຮ່ ເຄີຍເວົ້າວ່າ "ເຖິງວ່າວຽກງານຈະງ່າຍປານໃດແຕ່ບໍ່ມີການສະໜັບສະໜູນຈາກປະຊາຊົນກໍ່ບໍ່ສາມາດເຮັດໄດ້ ແລະວຽກງານຈະຫຍຸ້ງຍາກຊ່ຳໃດແຕ່ມີການຮ່ວມແຮງຮ່ວມໃຈຂອງປະຊາຊົນຈະຮັບຜົນສຳເລັດ"...

ໃນຂະນະນັ້ນ, ທ່ານ ປອ ຫງວຽນຈ້ອງບິ່ງ (ຊາວຫວຽດນາມ ອາໄສຢູ່ອາເມລິກາ) ໄດ້ເນັ້ນໜັກວ່າ ກອງທັບປະຊາຊົນຫວຽດນາມ ໄດ້ຮູ້ອີງໃສ່ປະຊາຊົນເພື່ອຕໍ່ສູ້ ແລະພ້ອມກັບທ່ົວພັກ, ທົ່ວປວງຊົນ ສ້າງເປັນໄຊຊະນະຄັ້ງປະຫວັດສາດໃນວັນທີ 30 ເມສາ 1975. ກອງທັບແມ່ນມາຈາກປະຊາຊົນ, ຕໍ່ສູ້ເພື່ອປະຊາຊົນ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ລໍາບາກກາກກໍາເພື່ອປະຕິບັດພາລະກໍາຍາດເອົາເອກະລາດ, ສັນຕິພາບ ແລະທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານ ຍັງຢັ້ງຢືນວ່າ “ກອງທັບປະຊາຊົນຫວຽດນາມ ຍາດໄດ້ໄຊຊະນະນັ້ນ ເພື່ອເປົ້າໝາຍເອກະລາດແຫ່ງຊາດ, ເພື່ອອິດສະຫຼະພາບ, ຄວາມຜາສຸກຂອງປະຊາຊົນ ແລະຖືກກັບຄຳເວົ້າຂອງລຸງໂຮ່ທີ່ວ່າ: ກົກໄມ້ແໜ້ນ, ຕົ້ນຈຶ່ງໝັ້ນ/ສ້າງໄຊຊະນະອີງໃສ່ປະຊາຊົນ.  ຄໍາສັ່ງສອນດັ່ງກ່າວຂອງລຸງໂຮ່ ພາຍຫຼັງວັນປະຊາຊົນເຮົາລຸກຮື້ຂຶ້ນດຳເນີນການປະຕິວັດ ເດືອນສິງຫາ 1945 ຈົນຮອດປະຈຸບັນຍັງຄົງຮັກສາຄຸນຄ່າເດີມໄວ້.

ຄຽງຂ້າງນັ້ນ, ທ່ານ ບິ່ງ ຍັງຖືວ່າ ໃນຊຸມປີເດືອນສົງຄາມ, ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ຄຽງບ່າຄຽງໄຫຼ່ກັບປະຊາຊົນພາຍໃນປະເທດ, ສາມັກຄີ, ຕໍ່ສູ້ເພື່ອອິດສະຫຼະພາບ, ເອກະລາດຂອງຫວຽດນາມ. ທ່ານ ຢັ້ງຢືນວ່າ “ຈິດໃຈຮັກຊາດຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດນັ້ນແມ່ນແຫຼ່ງກໍາລັງແຮງພາຍໃນຂອງຊົນຊາດ”.

ພາຍຫຼັງຍາດໄດ້ສັນຕິພາບ, ທ້ອນໂຮມປະເທດຊາດເປັນເອກະພາບ, ປະເທດຫວຽດນາມ ໄດ້ປະຕິບັດການຫັນເປັນອຸດສາຫະກໍາ, ທັນສະໄໝ ແລະພວມບືນຕົວຂຶ້ນ... ຄືດັ່ງທ່ານ ສຈ Vladimir Kolotov, ຫົວໜ້າສະຖາບັນໂຮ່ຈີມິນ, ມະຫາວິທະຍາໄລສັງລວມແຫ່ງຊາດ Saint Petersburg (ສະຫະພັນລັດເຊຍ) ເຄີຍໃຫ້ຂໍ້ສັງເກດວ່າ ຫວຽດນາມ ກ້າວເຂົ້າສູ່ສະຕະວັດທີ 21 ໃນສະພາບການທີ່ຕ່າງກັບສະຕະວັດທີ 20. ຫວຽດນາມ ໄດ້ແກ້ໄຂບັນດາບັນຫາສຳຄັນເທື່ອລະກ້າວ, ຄື: ອະທິປະໄຕ, ສ້າງລະລອບການເມືອງໝັ້ນຄົງເຂັ້ມແຂງ, ຫັນພື້ນຖານໂຄງລ່າງເປັນທັນສະໄໝ, ຮັບປະກັນລະດັບເຕີບໂຕເສດຖະກິດໃຫ້ໝັ້ນທ່ຽງ. ນັ້ນແມ່ນຄວາມສາມາດບົ່ມຊ້ອນທີ່ໝັ້ນຄົງເພື່ອສືບຕໍ່ພາລະກິດປ່ຽນແປງໃໝ່ ແລະພັດທະນາປະເທດຊາດ.

ປະຈຸບັນ, ຫວຽດນາມ ຍັງສືບຕໍ່ຍູ້ແຮງກິດຈະການປ່ຽນແປງໃໝ່ຢ່າງຮອບດ້ານ, ຫັນເປັນປະເທດອຸດສາຫະກໍາ, ທັນສະໄໝ. ກິດຈະການປ່ຽນແປງໃໝ່ ແລະການເຊື່ອມໂຍງເຂົ້າກັບສາກົນໄດ້ເປີດຂອບຟ້າໃໝ່ໃຫ້ແກ່ຫວຽດນາມ, ຊ່ວຍປະເທດສ້າງການພົວພັນດ້ານການຄ້າກັບກວ່າ 200 ປະເທດ ແລະເຂດແຄ້ວນ, ເຂົ້າຮ່ວມບັນດາອົງການຈັດຕັ້ງ, ອົງການການເງິນສາກົນ ແລະບັນລຸໄດ້ຫຼາຍຜົນງານດ້ານເສດຖະກິດ-ສັງຄົມທີ່ໄດ້ຮັບຄວາມນິຍົມນັບຖືຈາກສາກົນ. ທ່ານ ປອ ຫງວຽນຈ້ອງບິ່ງ ເນັ້ນໜັກວ່າ “ຂ້າພະເຈົ້າກໍ່ຄືພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ລ້ວນແຕ່ມີຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະພັດທະນາຢ່າງໝັ້ນຄົງເຂັ້ມແຂງ ຍ້ອນພວກເຮົາມີແຫຼ່ງກໍາລັງແຮງ. ນັ້ນແມ່ນ “ທ່າຮົບໃນຈິດໃຈປະຊາຊົນ”, ແມ່ນກໍາລັງແຮງຂອງທົ່ວປວງຊົນທັງຊາດ.

ໂດຍ: ເກື່ອງດັ້ງ