ທ່ານ ຫງວຽນຊວນຟຸກ ໄດ້ແນະນໍາກ່ຽວກັບວຽກງານປ້ອງກັນ, ຕ້ານພະຍາດ ໂຄວິດ-19 ຂອງຫວຽດນາມ ຄືດັ່ງບາດກ້າວບຸກທະລຸຢ່າງປະທັບໃຈຕໍ່ກັບສະພາບຮ້າຍແຮງຂອງໂລກລະບາດ. ຄວາມຈິງແລ້ວ, ໃນຂະນະທີ່ຫຼາຍປະເທດກໍາລັງປະສົບກັບຄວາມຫຍຸ້ງຍາກເພື່ອຮັບມືກັບພະຍາດ-19, ເລື່ອງຫວຽດນາມ ກໍາລັງຄວບຄຸມໄດ້ສະພາບການ, ຍັງບໍ່ທັນມີກໍລະນີໃດເສຍຊີວິດ ແລະປ່ິນປົວຫາຍດີໄດ້ເກືອບ 50% ກໍລະນີຕິດເຊື້ອໄວຣັດ SARS-CoV-2 ແມ່ນຫຼັກຖານພິສຸດໃຫ້ເຫັນຢ່າງຈະແຈ້ງທີ່ສຸດກ່ຽວກັບປະສິດທິຜົນຂອງຮູບແບບ ປ້ອງກັນ, ຕ້ານພະຍາດໃນເງື່ອນໄຂປະເທດໜຶ່ງກັບແຫຼ່ງກໍາລັງທີ່ຈຳກັດແຕ່ມີຄວາມຕັດສິິນໃຈດ້ານການເມືອງ ແລະຄວາມມານະພະຍາຍາມສູງ. ສິ່ງເຫຼ່ົານີ້ໄດ້ຮັບການຮັບຮອງຈາກລັດຖະບານຫຼາຍປະເທດກໍ່ຄືສື່ມວນຊົນສາກົນ ແລະສາມາດກາຍເປັນບົດຮຽນທີ່ມີຜົນປະໂຫຍດ ເພື່ອນໍາໃຊ້ເຂົ້າບັນດາວິກິດການທີ່ຄ້າຍຄືກັນໃນອະນາຄົດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ. ພາບ: baochinhphu.vn.

ຈາກບົດຮຽນ ແລະໝາກຜົນທີ່ເປັນໄປໄດ້ນັ້ນ, ຊາວຫວຽດນາມ ກໍ່ມຸ່ງໄປເຖິງສ່ວນທີ່ຍັງເຫຼືອຂອງໂລກດ້ວຍການຮ່ວມມື, ການແບ່ງປັນທັງດ້ານວັດຖຸ ແລະຈິດໃຈ. ກົງກັບເວລາດໍາເນີນກອງປະຊຸມທາງອອນລາຍບັນດາລັດຖະມົນຕີສາທາລະນະສຸກພາກພື້ນປາຊີຟິກຕາເວັນຕົກ, ອຸປະກອນຖ້ຽວທໍາອິດໃນສອງຖ້ຽວດ້ວຍໂສ້ງເສື້ອກັນພະຍາດ DuPont 450.000 ຊຸດທີ່ຜະລິດຢູ່ຫວຽດນາມ ໄດ້ມາຮອດນະຄອນ Dallas, ລັດ Texas ຂອງອາເມລິກາ ແລ້ວ, ແລະ ທ່ານ Donald Trump ປະທານທິບໍດີອາເມລິກາ  ຂຽນໄວ້ຢູ່ສື່ສັງຄົມອອນລາຍ Twitter ວ່າ: “ສິ່ງເຫຼົ່ານີ້ມີໄດ້ແມ່ນຍ້ອນອີ່ງບັນດາຄູ່ຮ່ວມມືແມ່ນສອງບໍລິສັດ DuPont ແລະ FedEx ແລະບັນດາເພື່ອນມິດຢູ່ຫວຽດນາມ. ຂໍຂອບໃຈເພື່ອນມິດທຸກຄົນ!”

ກ່ອນໜ້ານັ້ນ, ຫວຽດນາມ ໄດ້ແບ່ງປັນບົດຮຽນ, ໜູນຊ່ວຍວັດຖຸ, ອຸປະກອນການແພດໃຫ້ແກ່ຫຼາຍປະເທດ, ໃນນັ້ນມີບັນດາປະເທດ, ຄື: ລາວ, ກໍາປູເຈຍ, ຈີນ ແລະບາງປະເທດເອີລົບ ທີ່ກໍາລັງຖືກຜົນສະທ້ອນຈາກໂລກລະບາດຢ່າງໜັກໜ່ວງ, ຄື: ຝະລັ່ງ, ເຢຍລະມັນ, ອີຕາລີ, ແອັດສະປາຍ ແລະອັງກິດ...

ທຸກສິ່ງທີ່ພວມດໍາເນີນຢູ່ບັນດາປະເທດໄດ້ຖືວ່າແມ່ນ “ຈຸດຮ້ອນ” ຂອງໂລກລະບາດທີ່ໄດ້ພິສູດໃຫ້ເຫັນວ່າ ເຊື້ອໄວຣັດ SARS-CoV-2 ອັັນຕະລາຍທີ່ສຸດ, ສາມາດທໍາລາຍຢ່າງຮ້າຍແຮງໃນພາບດຽວ. ສ່ວນຕາມຂໍ້ສັງເກດຂອງຊ່ຽວຊານການແພດຫຼາຍທ່ານແລ້ວ ບໍ່ມີປະເທດໃດໜຶ່ງສາມາດຮັບມືເອງກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ຢ່າງມີປະສິດທິຜົນໄດ້. ເວົ້າແນວອື່ນ,  ນີ້ແມ່ນຈຸດເວລາທີ່ໂລກຕ້ອງມີການກະທໍາ ແລະຮ່ວມແຮງຮ່ວມໃຈຮັບມືກັບຄວາມສ່ຽງໄພຈາກໂລກລະບາດນີ້. ຍ້ອນເຫດນັ້ນ, ສານຂອງການນໍາລັດຖະບານຫວຽດນາມ ກໍ່ມຸ່ງໄປເຖິງຄວາມສາມັກຄີ, ການຮ່ວມມືໃນຂອບເຂດທ່ົວໂລກ-ການເລືອກເຟັ້ນດີທີ່ສຸດໃນສະພາບການຫຍຸ້ງຍາກໃນປະຈຸບັນນີ້.

ຄວາມຈິງສະແດງໃຫ້ເຫັນວ່າ, ບົນຖານະຕໍາແໜ່ງເປັນປະທານອາຊຽນ 2020, ຫວຽດນາມ ໄດ້ເສີມຂະຫຍາຍຈິດໃຈ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື” ແລະພ້ອມກັບບັນດາປະເທດສະມາຊິກມີການກະທໍາຢ່າງແຮງ ເພື່ອຍູ້ຖອຍໂລກລະບາດໂຄວິດ-19, ພົ້ນເດັ່ນແມ່ນເລື່ອງອອກຖະແຫຼງການປະທານອາຊຽນ ໃນວັນທີ 14 ກຸມພາ 2020, ນັ້ນແມ່ນຄໍາຢັ້ງຢືນຄວາມຕັດສິນໃຈ ແລະຄໍາໝັ້ນສັນຍາດ້ານການເມືອງໃນລະດັບສູງສຸດຂອງອາຊຽນ ເພື່ອຄວບຄຸມ ແລະສະກັດກັ້ນໂລກລະບາດ. ມາຮອດປະຈຸບັນ, ການຮ່ວມມືເພື່ອຮັບມືກັບພະຍາດ ໂຄວິດ-19 ແມ່ນບຸລິມະສິດແຖວໜ້າຂອງອາຊຽນ ໄດ້ສະແດງອອກຜ່ານບັນດາຄວາມມານະພະຍາຍາມຮ່ວມມືພາຍໃນກຸ່ມກໍ່ຄືລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື, ຄື: ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ອິນເດຍ, ນິວຊີແລນ...

ອາດເວົ້າໄດ້ວ່າ, ໂລກລະບາດ ໂຄວິດ-19 ກໍາລັງພາໃຫ້ໂລກລ້ຽວໄປຕາມກະແສໃໝ່, ຂະນະທີ່ຄົນເຮົາກໍາລັງສົງໄສກ່ຽວກັບການຕົກຕ່ຳຂອງລັດທິຫຼາຍຝ່າຍນັ້ນ, ຄວາມຕ້ອງການຮ່ວມມືໃນທົ່ວໂລກພັດລຸກຂຶ້ນຢ່າງແຮງ. ອະທິບາຍໃຫ້ແກ່ການຫັນປ່ຽນໂດຍບັງເອີນນີ້ຈະບໍ່ແມ່ນເລື່ອງຍາກ. ນັ້ນຍ້ອນວ່າ, ສະກັດກັ້ນ ແລະປ້ອງກັນພະຍາດກໍາລັງກາຍເປັນເປົ້າໝາຍ, ຜົນປະໂຫຍດລວມຂອງທົ່ວໂລກ ແລະເພື່ອເຮັດໄດ້ສິ່ງເຫຼົ່ານັ້ນ, ແມ່ນຕ້ອງມີການສົມທົບກັນຢ່າງຄົບຊຸດໃນທົ່ວໂລກ. ຄຽງຂ້າງກັບການຕໍ່ສູ້ຕ້ານພະຍາດຢູ່ແຕ່ລະປະເທດ, ກະແສຮ່ວມມືສາກົນໃໝ່ກໍາລັງປະກົດຂຶ້ນ, ເຊິ່ງໃນນັ້ນ, ທຸກປະເທດ ແລະອົງການຈັດຕັ້ງໃຫຍ່, ນ້ອຍ, ຮັ່ງມີ, ທຸກຍາກຕ້ອງຮ່ວມສຳພັນຢ່າງແໜ້ນແຟ້ນ ແລະສົ່ງຜົນສະທ້ອນຕໍ່ກັນຢ່າງແນ່ນອນ.

ກໍ່ຄວນໃສ່ໃຈວ່າ, ປະຫວັດແຫ່ງການພັດທະນາຂອງໂລກໃຫ້ເຫັນວ່າ ບັນດາວິກິດການຍາມໃດກໍ່ໄປຄຽງຄູ່ກັບຄວາມກ້າວໜ້າ ແລະການບຸກທະລຸ. ໂລກລະບາດ ໂຄວິດ-19 ອາດຈະເປັນເງື່ອນໄຂໃຫ້ແກ່ການປ່ຽນແປງໃໝ່, ຊ້ຳບໍ່ໜຳແມ່ນການກະໂດດຂັ້ນໃນຂົງເຂດສາທາລະນະສຸກ. ພາຍຫຼັງແກ້ລະຫັດແຫຼ່ງກໍາເນີດ ແລະລັກສະນະສະເພາະຂອງເຊື້ອໄວຣັດ SARS-CoV-2, ບາງປະເທດ, ໃນນັ້ນມີ ຫວຽດນາມ, ໄດ້ຜະລິດສໍາເລັດບັນດາຊຸດວິເຄາະໂດຍໄວ ແລະພວມສຸມກໍາລັງໃຫ້ແກ່ການຄົ້ນຄວ້າວັກແຊງ, ຢາປົວພະຍາດໂຄວິດ-19. ສ່ວນໂລກກໍາລັງມຸ່ງໄປເຖິງການຮ່ວມມືໄລຍະຍາວ ແລະ “ຮ່ວມມືບວກ” ໃນຂົງເຂດສາທາລະນະສຸກ, ໂດຍສະເພາະແມ່ນບັນດາປັດໄຈຄື ພົນລະເມືອງເພີ່ມຂຶ້ນຢ່າງໄວ, ໂລກນັບມືນັບຮ້ອນຂຶ້ນພ້ອມກັບສະພາບການຫັນເປັນຕົວເມືອງຢ່າງຮຸນແຮງພວມເປັນຄວາມສ່ຽງປະກົດມີພະຍາດໃໝ່ທີ່ອັນຕະລາຍຄ້າຍຄືກັນ ຫຼື ແຮງກວ່າທົບຫຼາຍເທົ່າກັບພະຍາດໂຄວິດ-19.

ສະຫຼຸບໄດ້ວ່າ, ເພື່ອຜ່ານຜ່າຄວາມສ່ຽງໃນປະຈຸບັນ ແລະກຽມພ້ອມປະເຊີນໜ້າກັບວິກິດການໃຫຍ່ກວ່າໃນອະນາຄົດນັ້ນ, ຄວາມສາມັກຄີ ແລະການຮ່ວມມືແມ່ນການເລືອກເຟັ້ນຂອງພວກເຮົາຢ່າງແນ່ນອນ.

ໂດຍ: ເກື່ອງດັ້ງ