ຄວາມດຸເດືອດ, ຄາດເດົາໄດ້ຍາກຂອງເສດຖະກິດ-ການເມືອງໂລກໃນປີຜ່ານມາ ພຽງແຕ່ຊຸກຍູ້ຄຸນນະທາດພິເສດຂອງຄົນຫວຽດນາມ: ກໍາລັງແຮງຫົວຄິດປະດິດສ້າງ, ຈິດໃຈປະເອີບໃຈ ແລະຄຸນນະທາດຜ່ານຜ່າຄວາມຫຍຸ້ງຍາກ. ໝາກຜົນທີ່ບັນລຸໄດ້ແມ່ນເປັນໜ້າຊື່ນຊົມ: ພື້ນຖານເສດຖະກິດມີສະຖຽນລະພາບ ແລະມີການເຕີບໂຕເປັນໜ້າປະທັບໃຈ, ພັດທະນາໄວແຕ່ມີຄວາມຍືນຍົງ, ໃນຂະນະນັ້ນເສດຖະກິດໂລກມີຄວາມເສົ້າໝອງ. ກໍາລັງໜູນເຕີບໂຕຂອງເສດຖະກິດຫວຽດນາມ ອີງໃສ່ບັນດາຂະແໜງອຸດສາຫະກໍາປຸງແຕ່ງ, ປະດິດສ້າງດ້ວຍລະດັບວິທະຍາສາດເຕັກໂນໂລຢີນັບມື້ນັບສູງຂຶ້ນ, ສໍາຜັດກັບບັນດາເຕັກໂນໂລຢີທັນສະໄໝທີ່ສຸດໃນໂລກ. ຜົນສໍາເລັດຂອງຫວຽດນາມບໍ່ພຽງແຕ່ໃນການພັດທະນາເສດຖະກິດເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນທັງນໍ້າໃຈຮັບຜິດຊອບສູງ, ໜ້າໄວ້ເນື້ອເຊື່ອໃຈ, ປະກອບສ່ວນຕັ້ງໜ້າເຂົ້າໃນວຽກງານລວມຂອງໂລກ. ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຄົມສາກົນ ເມື່ອໄດ້ຮັບການເລືອກຕັ້ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ດ້ວຍບັດສະໜັບສະໜູນເກືອບ 100%; ຈັດສົ່ງໂຮງໝໍກາງສະໜາມໄປເຂົ້າຮ່ວມກໍາລັງຮັກສາສັນຕິພາບຂອງສະຫະປະຊາຊາດ. ພ້ອມກັນນັ້ນ, ຫວຽດນາມ ໄດ້ຮັບການຄັດເລືອກເປັນບ່ອນຈັດຕັ້ງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ - ໜຶ່ງໃນບັນດາກອງປະຊຸມທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ, ສັນຕິພາບຢູ່ພາກພື້ນກໍຄືໃນໂລກ...

leftcenterrightdel
ພາບປະກອບຄັດຈາກ: vov.vn. 

ຜ່ານການປ່ຽນແປງໃໝ່ເປັນເວລາ 30 ກວ່າປີ, ຫວຽດນາມ ໄດ້ມີພາລະກິດທີ່ນັບມື້ນັບໃຫຍ່ຫຼວງ ແລະຄວາມສາມາດບົ່ມຊ້ອມພັດທະນາທີ່ອຸດົມສົມບູນ. ສິ່ງນັ້ນເຮັດໃຫ້ພວກເຮົາມີພື້ນຖານ, ມີຄວາມໄວ້ເນື້ອເຊື່ອໃຈ, ຄວາມໃຝ່ຝັນກ່ຽວກັບປະເທດທີ່ເຂັ້ມແຂງແຮງກ້າ ເຊິ່ງອາດຈະປະກົດຜົນເປັນຈິງໄດ້ໃນປີ 2045 - ເປັນຂີດໝາຍສະເຫຼີມສະຫຼອງວັນສະຖາປະນາ ປະເທດ ສສ ຫວຽດນາມ ຄົບຮອບ 100 ປີ.

ບົດຮຽນລວມໃນໂລກທີ່ສະແດງໃຫ້ເຫັນວ່າ, ປະເທດໜຶ່ງຢາກບືນຕົວຂຶ້ນຕ້ອງມີຄວາມຕ້ອງການພື້ນຖານຢ່າງໜ້ອຍ 3 ຢ່າງຄື: ມີຄວາມບຸກທະລຸທາງດ້ານລະບອບລະບຽບການ, ຍົກສູງຄຸນນະພາບຊັບພະຍາກອນມະນຸດ ແລະພັດທະນາພື້ນຖານໂຄງລ່າງ. ໃນຊຸມປີມໍ່ໆມານີ້, ຍ້ອນຕັດສິນໃຈກະທໍາ, ປະເທດເຮົາຈຶ່ງມີການປົວແປງໄວພໍສົມຄວນຂອງທັງ 3 ປັດໄຈດັ່ງກ່າວ. ແຕ່ຄືດັ່ງນັ້ນແມ່ນຍັງບໍ່ທັນພຽງພໍເທື່ອ. ພວກເຮົາຍັງກໍາລັງຢູ່ໃນໄລຍະຍາວ, ຕ້ອງມີການກະທໍາເປັນປະຈໍາ, ຕໍ່ເນື່ອງ ແລະບໍ່ຢຸດ.

ເພື່ອໃຫ້ການກະທໍາປະສົບຜົນສໍາເລັດແມ່ນບໍ່ອາດຂາດໄດ້ຄວາມສາມັກຄີ, ການຮ່ວມແຮງຮ່ວມໃຈ. ໃນຊຸມປີຜ່ານມາ, ໜຶ່ງໃນບັນດາສາເຫດຕົ້ນຕໍທີ່ເຮັດໃຫ້ພວກເຮົາບັນລຸໄດ້ຜົນງານອັນໃຫຍ່ຫຼວງ ນັ້ນແມ່ນຍ້ອນມີຄວາມສາມັກຄີເປັນເອກະພາບ, ມີຄວາມມານະພະຍາຍາມສູ້ຊົນ, ຮ່ວມແຮງຮ່ວມໃຈຂອງທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບ. ຄວາມໃຝ່ຝັນຂອງປະເທດ, ຂອງຊາດຕ້ອງໄດ້ຫັນເປັນຄວາມໃຝ່ຝັນ ແລະການກະທໍາຂອງພົນລະເມືອງ, ຂອງຄົນຫວຽດນາມ ທີ່ຖືເຊື້ອສາຍຫວຽດນາມແຕ່ລະຄົນ. ເມື່ອພົນລະເມືອງແຕ່ລະຄົນມີທີ່ຕັ້ງຂອງຕົນແລ້ວລ້ວນແຕ່ມານະພະຍາຍາມປະກອບສ່ວນໃຫ້ແກ່ປະເທດຊາດ, ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບຄວາມຮັບຜິດຊອບ ແລະກຽດສັກສີ, ຍອມເສຍສະຫຼະຜົນປະໂຫຍດສ່ວນຕົວເພື່ອຜົນປະໂຫຍດສ່ວນລວມ ກໍຈະເປັນບຸນໜັກສັກໃຫຍ່ຂອງປະເທດ, ຂອງຊາດ.

ປີນີ້, ພັກເຮົາມີອາຍຸຄົບຮອບ 90 ລະດູບານໃໝ່. ນັບຕັ້ງແຕ່ກໍາເນີດຂຶ້ນມາຮອດປັດຈຸບັນ, ພັກກອມມູນິດຫວຽດນາມ ໄດ້ນໍາພາການປະຕິວັດຫວຽດນາມ ຍາດໄດ້ບັນດາຜົນງານອັນໃຫຍ່ຫຼວງ, ນໍາເອົາລະດູບານໃໝ່ທີ່ສວຍງາມມາໃຫ້ປະເທດຊາດ. ບັນດາຜົນງານບັນລຸໄດ້ໃນໄລຍະຜ່ານມາໄດ້ສະແດງໃຫ້ເຫັນການກໍານົດທິດຍຸດທະສາດເຊິ່ງກອງປະຊຸມໃຫຍ່ ຄັ້ງທີ XII  ຂອງພັກ ວາງອອກແມ່ນຖືກຕ້ອງ, ບັນດານະໂຍບາຍ, ກົດໝາຍຂອງລັດ ກໍໄດ້ສອດຄ່ອງກັບສະພາບຕົວຈິງ, ຄ່ອງໆແກ້ໄຂບັນດາຂໍ້ຕິດຂັດໄປເທື່ອລະໜ້ອຍ, ສ້າງແຫຼ່ງບັນດານໃຈ, ປົດປ່ອຍ, ປຸກລຸກຄວາມສາມາດບົ່ມຊ້ອນຂອງທົ່ວ ປວງຊົນທັງຊາດ, ທົ່ວສັງຄົມເພື່ອພັດທະນາປະເທດຊາດ. ປີນີ້ຈະດໍາເນີນກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນເພື່ອມຸ່ງໄປເຖິງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ. ນີ້ແມ່ນກາລະໂອກາດເພື່ອໃຫ້ພະນັກງານ, ສະມາຊິກພັກ ແລະປະຊາຊົນຍົກສູງນໍ້າໃຈຮັບຜິດຊອບ, ຕັ້ງໜ້າປະກອບສ່ວນອຸທິດສະຕິປັນຍາເຂົ້າໃນການສ້າງ, ເຮັດໃຫ້ບັນດາເອກະສານສົມບູນແບບ, ໃນນັ້ນມີຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ເພື່ອໃຫ້ພວກເຮົາສືບຕໍ່ມີການກໍານົດທິດຍຸດທະສາທີ່ຖືກຕ້ອງ, ເລິກເຊິ່ງ, ສ້າງບາດກ້າວບຸກທະລຸໃຫ້ແກ່ໄລຍະໃໝ່.

ປະກອບສ່ວນຢ່າງດີເດັ່ນເຂົ້າໃນໝາກຜົນລວມຂອງປະເທດ, ໃນໄລຍະ 75 ກວ່າປີຜ່ານມາ, ກອງທັບປະຊາຊົນຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະປະຊາຊົນຢ່າງເດັດຂາດ, ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ, ຮັບປະກັນຜົນປະໂຫຍດຂອງປະເທດ, ຂອງຊາດຢ່າງເຂັ້ມງວດ. ໃນສະພາບແວດລ້ອມສາກົນທີ່ນັບມື້ນັບສັບສົນ, ຜົນປະໂຫຍດແຊກຊ້ອນກັນ, ພວກເຮົາທັງປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງ, ແຕ່ຍັງຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາເສດຖະກິດ, ຍົກສູງຖານະບົດບາດ, ທີ່ຕັ້ງຂອງປະເທດຊາດ. ນັ້ນແມ່ນຄວາມຕ້ອງການຄຽງຄູ່ກັນໄປທີ່ບໍ່ແມ່ນເລື່ອງງ່າຍດາຍ ເຊິ່ງພວກເຮົາໄດ້ປະຕິບັດໃນໄລຍະຜ່ານມາ ແລະຕ້ອງມານະພະຍາຍາມປະຕິບັດໃນໄລຍະຈະມາເຖິງໃຫ້ເປັນຢ່າງດີ.

ແສງແດດຂອງລະດູບານໃໝ່ໄດ້ແຜ່ກະຈາຍໄປທົ່ວທຸກແຫ່ງຫົນຂອງປະເທດ. ຕັ້ງແຕ່ຊຸມວັນເຮັດວຽກທໍາອິດຂອງປີຊວດ 2020, ພວກເຮົາແຕ່ລະຄົນຕ້ອງເຮັດວຽກທັນທີ, ສ້າງແປວໄຟແຫ່ງຄວາມໃຝ່ຝັນ, ສ້າງກໍາລັງໜູນເພື່ອອຸທິດສ່ວນ, ດ້ວຍບັນຍາກາດ ແລະຄວາມຕັດສິນໃຈສູງ, ປະກອບເຫື່ອແຮງເພື່ອໃຫ້ອົງການກົມກອງ, ອົງການຈັດຕັ້ງ, ວິສາຫະກິດ ແລະທົ່ວປະເທດປະຕິບັດສໍາເລັດ ແລະລື່ນກາຍບັນດາຄາດໝາຍໃຫຍ່, ເພື່ອຄວາມອຸດົມຮັ່ງມີ ແລະເຂັ້ມແຂງຂອງປະເທດ, ຄວາມວັດທະນາຖາວອນຂອງສັງຄົມ ແລະຄວາມຜາສຸກຂອງແຕ່ລະຄອບຄົວ.

ໂດຍ: ໄຊຊະນະ