ບັນດາບົດຮຽນ, ປະສົບການອັນໃຫຍ່ຫຼວງແມ່ນເສີມຂະຫຍາຍກໍາລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ຕີສັດຕູດ້ວຍທ່າຮົບທົ່ວປວງຊົນປ້ອງກັນຊາດ, ທ່າຮົບສົງຄາມປະຊາຊົນ; ກໍ່ສ້າງກໍາລັງປະກອບອາວຸດວິລະຊົນ, ສົມທົບກໍາລັງແຮງຂອງຊາດກັບກໍາລັງແຮງຂອງຍຸກສະໄໝ... ໃນບັນດາບົດຮຽນນັ້ນ, ບົດຮຽນກ່ຽວກັບທົ່ວປວງຊົນປ້ອງກັນຊາດ, ສົງຄາມປະຊາຊົນ ໄດ້ຮັບການກໍາເນີດ ແລະໝູນໃຊ້, ພັດທະນານັບແຕ່ຫຼາຍພັນປີມາແລ້ວ, ມາຮອດປັດຈຸບັນ ແລະໃນພາຍພາກໜ້າ, ບົດຮຽນນີ້ຍັງຄົງຮັກສາຄຸນຄ່າເດີມໄວ້ໄດ້ຢ່າງແນ່ນອນ. ເພາະວ່າທົ່ວປວງຊົນປ້ອງກັນຊາດ ແລະ ສົງຄາມປະຊາຊົນແມ່ນພື້ນຖານເພື່ອໃຫ້ຊົນຊາດຫວຽດນາມ ຕີເອົາຊະນະສັດຕູຮຸກຮານທຸກໂຕ.

ປັດຈຸບັນ, ການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ ເຊິ່ງພັກກອມມູນິດຫວຽດນາມ ໄດ້ກໍານົດແມ່ນແຜນນະໂຍບາຍຍຸດທະສາດໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ. ບົດລາຍງານການເມືອງທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ໃນພາກໜ້າທີ່ສັງລວມ ຊີ້ແຈ້ງວ່າ: “ປັບປຸງ, ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ພື້ນຖານທົ່ງປວງຊົນປ້ອງກັນຄວາມສະຫງົບຢ່າງໜັກແໜ້ນ; ກໍ່ສ້າງກໍາລັງປະກອບອາວຸດປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ...”. ຄວາມຈິງ, ໃນຫຼາຍສິບປີຜ່ານມາ, ທົ່ວພັກ, ທົ່ງປວງຊົນ ແລະທົ່ວກອງທັບ ໄດ້ຕັ້ງໜ້າສຸມໃສ່ໃຫ້ໜ້າທີ່ກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ທ່າຮົບທົ່ວປວງຊົນປ້ອງກັນຊາດຕິດພັນກັບທ່າຮົບທົ່ວປວງຊົນປ້ອງກັນຄວາມສະຫງົບອັນໜັກແໜ້ນ. ກໍາລັງບົ່ມຊ້ອນດ້ານການເມືອງ, ຈິດໃຈ, ເສດຖະກິດ, ວິທະຍາສາດ, ເຕັກໂນໂລຢີ, ການທະຫານ, ປ້ອງກັນຄວາມສະຫງົບຢູ່ແຕ່ລະແຂວງ, ນະຄອນ ໄດ້ຮັບການປັບປຸງ, ເພີ່ມທະວີ...

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບຫຼຽນໄຊວິລະກໍາ ຊັ້ນ I ໃຫ້ແກ່ກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn

30 ກວ່າປີແຫ່ງການປ່ຽນແປງໃໝ່ປະເທດຊາດກໍແມ່ນ 30 ກວ່າປີທີ່ພວກເຮົາປ່ຽນແປງໃໝ່ດ້ານຈິນຕະນາການການທະຫານ, ການປ້ອງກັນຊາດ. ທ່າແຮງຂອງຫວຽດນາມນັບມື້ນັບໝັ້ນຄົງ; ການເມືອງມີສະຖຽນລະພາບ; ເສດຖະກິດຮັກສາໄດ້ທ່າເຕີບໂຕ; ພື້ນຖານທົ່ວປວງຊົນປ້ອງກັນຊາດ, ທ່າຮົບທົ່ວປວງຊົນປ້ອງກັນຄວາມສະຫງົບ ໄດ້ຮັບການປັບປຸງ, ເພີ່ມທະວີ; ກໍາລັງປະກອບອາວຸດໄດ້ຮັບການກໍ່ສ້າງເປັນກຳລັງຫຼວງ, ທັນສະໄໝເທື່ອລະກ້າວ. ນັບຕັ້ງແຕ່ຄະນະເລຂາທິການສູນກາງພັກ ຕົກລົງຖືວັນທີ 22 ທັນວາ ແຕ່ລະປີແມ່ນວັນບຸນທົ່ວປວງຊົນປ້ອງກັນຊາດ ມາຮອດປັດຈຸບັນແມ່ນຄົບຮອບ 30 ປີເຕັມ (22-12-1989 / 22-12-2019). ໃນຕະຫຼອດໄລຍະນັ້ນ, ວັນບຸນທົ່ວປວງຊົນປ້ອງກັນຊາດ ຍາມໃດກໍເປັນສັນຍະລັກໃຫ້ແກ່ທັດສະນະ, ແນວທາງ, ນະໂຍບາຍຂອງພັກ, ລັດ ກ່ຽວກັບການປ້ອງກັນຊາດ, ພ້ອມທັງເປັນບ່ອນເຕົ້າໂຮມກໍາລັງແຮງດ້ານຈິດໃຈ ແລະວັດຖຸຂອງທົ່ວປວງຊົນທັງຊາດເພື່ອມຸ່ງໄປສູ່ໜ້າທີ່ຮັກສາພື້ນຖານເອກະລາດ, ເສລີພາບຂອງປະເທດຊາດ. ວັນບຸນກໍແມ່ນບ່ອນທີ່ສະແດງໃຫ້ເຫັນເຈດຈໍານົງກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊົນຊາດວິລະຊົນ ໃນໜ້າທີ່ຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ. ສະນັ້ນ, ທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບຕ້ອງສືບຕໍ່ຊາບຊຶມຢ່າງເລິກເຊິ່ງທັດສະນະ, ແນວທາງຂອງພັກກ່ຽວກັບການປະຕິບັດສອງໜ້າທີ່ຍຸດທະສາດແມ່ນສ້າງສາ ແລະປົກປັກຮັກສາປະເທດຊາດ.

ເດັດດ່ຽວ, ຢຶດໝັ້ນການຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງ ; ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດ. ຕ້ອງເພີ່ມທະວີການໂຄສະນາເຜີຍແຜ່, ສຶກສາອົບຮົມເພື່ອໃຫ້ທົ່ວປວງຊົນທັງຊາດ ເຂົ້າໃຈວ່າ: ການປົກປັກຮັກສາແມ່ນໜ້າທີ່ຂອງທົ່ວປວງຊົນທັງຊາດ ພາຍໃຕ້ການນໍາພາຂອງພັກ, ການຄຸ້ມຄອງຂອງລັດ, ໃນນັ້ນ, ກໍາລັງປະກອບອາວຸດເປັນກໍາລັງແກ່ນສານ. ສະນັ້ນ, ທຸກຂັ້ນ, ທຸກຂະແໜງການ ແລະທົ່ວປວງຊົນທັງຊາດ ຕ້ອງມີຄວາມຮັບຜິດຊອບໃນການກໍ່ສ້າງພື້ນຖານທົ່ວປວງຊົງປ້ອງກັນຊາດ, ກໍ່ສ້າງກໍາລັງປະກອບອາວຸດປະຊາຊົນປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ. ຕັ້ງໜ້າກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ຍູ້ແຮງການພັດທະນາການຜະລິດ, ສ້າງກໍາລັງບົ່ມຊ້ອນດ້ານເສດຖະກິດໃຫ້ແກ່ເຂດປ້ອງກັນຕົວ; ລະດົມກໍາ ລັງບົ່ມຊ້ອນດ້ານວິທະຍາສາດເຕັກໂນໂລຢີເພື່ອພັດທະນາອຸດສາຫະກໍາປ້ອງກັນຊາດ; ຕັ້ງໜ້າເຂົ້າຮ່ວມໜ້າທີ່ການທະຫານ, ການປ້ອງກັນຊາດ, ຂະບວນການທົ່ວປວງຊົນປ້ອງກັນຄວາມສະຫງົບຢູ່ຂັ້ນຮາກຖານ....

ກອງທັບປະຊາຊົນຫວຽດນາມ ແມ່ນກອງທັບປະຕິວັດ, ມາຈາກປະຊາຊົນ, ສູ້ຮົບ, ຍອມເສຍສະຫຼະຊີວິດເພື່ອປະຊາຊົນ, ຈົ່ງຮັກພັັກດີຕໍ່ປະເທດຊາດ, ຕໍ່ພັກ, ຕໍ່ປະຊາຊົນ. ໃນຕະຫຼອດໄລຍະ 75 ປີຜ່ານມາ, ກອງທັບປະຊາຊົນຫວຽດນາມ ໄດ້ຮັບການຝຶກຝົນຫຼໍ່ຫຼອມໃນແປວໄຟສົງຄາມ, ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ເປັນກຳລັງຫຼວງ, ທັນສະໄໝ, ຍາມໃດກໍສະແດງໃຫ້ເຫັນຄຸນທາດຈົ່ງຮັກພັກດີ, ພິລະອາດຫານ, ພ້ອມກັບທົ່ວພັກ, ທົ່ວປວງຊົນທັງຊາດສູ້ຮົບ ແລະຕີເອົາຊະນະສັດຕູຮຸກຮານທຸກໂຕ. ປັດຈຸບັນ, ຕໍ່ໜ້າບັັນດາໂອກາດ ແລະສິ່ງທ້າທາຍໃໝ່; ຕໍ່ໜ້າການມ້າງທໍາລາຍຢ່າງດຸເດືອດຂອງບັນດາອິດທິກໍາລັງທີ່ເປັນປໍລະປັກ, ສວຍໂອກາດ, ຍິ່ງຕ້ອງມີການເພີ່ມທະວີການນໍາພາຢ່າງເດັດຂາດ, ໂດຍກົງໃນທຸກດ້ານຂອງພັກຕໍ່ກອງທັບ. ມີແຕ່ກ້າວເດີນພາຍໃຕ້ຄັນທຸງຂອງພັກ, ກອງທັບປະຊາຊົນຫວຽດນາມ ຈຶ່ງມີສັດຈະທໍາ, ເປົ້າໝາຍສູ້ຮົບ, ການອຸ້ມຊູຊ່ວຍເຫຼືອຂອງປະຊາຊົນ, ມີກໍາລັງແຮງໜູຫຼັງຂອງທົ່ວປວງຊົນທັງຊາດ ແລະປະຕິບັດສໍາເລັດທຸກໜ້າທີ່ຢ່າງມີໄຊ.

ວັນທີ 22 ທັນວາ ແຕ່ລະປີແມ່ນວັນບຸນທົ່ວປວງຊົນທັງຊາດ, ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ - ເປັນຂີດໝາຍສໍາຄັນໃນປະຫວັດສາດແຫ່ງການຕໍ່ສູ້ປະຕິວັດຂອງຊາດຫວຽດນາມ. ໂດຍແມ່ນພົນລະເມືອງຂອງປະເທດເອກະລາດ, ພວກເຮົາຍິ່ງຕ້ອງມີຄວາມຮັບຜິດຊອບເຮັດໃຫ້ຂີດໝາຍນັ້ນຍາມໃດກໍຮຸ່ງເຮືອງເຫຼືອງເຫຼື້ອມ, ສະແດງໃຫ້ເຫັນນໍ້າໃຈພິລະອາດຫານ, ບໍ່ຍອມຈໍານົນ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊົນຊາດຫວຽດນາມວິລະຊົນ.

ໂດຍ: ໄຊຊະນະ