ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ ທ່ານຈົ່ງໃຫ້ຮູ້ຄວາມໝາຍ ແລະບັນດາໝາກຜົນພົ້ນເດັ່ນທີ່ບັນລຸໄດ້ໃນການຢ້ຽມຢາມມຽນມາ ຄັ້ງນີ້ຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ?

ທ່ານ ດັ້ງມິງຄາຍ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ການຢ້ຽມຢາມມຽນມາ ຢ່າງເປັນທາງການຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ປະສົບຜົນສຳເລັດຢ່າງຈົບງາມໃນຫຼາຍຂົງເຂດ, ໝາກຜົນການຢ້ຽມຢາມໄດ້ສ້າງປະຖົມປັດໄຈສຳຄັນເພື່ອໃຫ້ສອງປະເທດສືບຕໍ່ຍູ້ແຮງການພົວພັນຄູ່ຮ່ວມມື, ການຮ່ວມມືຮອບດ້ານໃຫ້ມີການພັດທະນາຂຶ້ນສູ່ລະດັບສູງໃໝ່. ບາງໝາກຜົນພົ້ນເດັ່ນຂອງການຢ້ຽມຢາມມີດັ່ງນີ້:

ທີໜຶ່ງ, ສຳລັບດ້ານການເມຶືອງຕໍ່ກັບການພົວພັນຕ່າງປະເທດ, ບັນດາການນຳປະເທດເພື່ອນມິດລ້ວນແຕ່ມີຄວາມເອກອ້າງທະນົງໃຈ ແລະໄດ້ເຕື້ອງເຖິງຫຼາຍເທື່ອກ່ຽວກັບມູນເຊື້ອປະຫວັດສາດຂອງການພົວພັນສອງປະເທດນັບແຕ່ໄລຍະປົດປ່ອຍຊາດພາຍໃຕ້ການນຳພາຂອງປະທານ ໂຮ່ຈີມິນ ແລະນາຍພົນ Aung San, ເນັ້ນໜັກວ່າສອງປະເທດເລີ່ມມີການພົວພັນມາກ່ອນການສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການຜ່ານການແລກປ່ຽນບັນດາການຢ້ຽມຢາມຂັ້ນສູງ (ທ່ານ U Nu ນາຍົກລັດຖະມົນຕີມຽນມາ ມາຢ້ຽມຢາມຫວຽດນາມ ໃນປີ 1954, ປະທານ ໂຮ່ຈີມິນ ໄປຢ້ຽມຢາມ ມຽນມາ ໃນປີ 1958); ຢັ້ງຢືນວ່າ ມຽນມາ ຍາມໃດກໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ ແລະໄວ້ເນື້ອເຊື່ອໃຈ; ປາດຖະໜາຢາກໃຫ້ສອງປະເທດເພີ່ມທະວີການພົວພັນກວ່າອີກບົນພື້ນຖານການພົວພັນຄູ່ຮ່ວມມື, ການຮ່ວມມືຮອບດ້ານອັນດີິງາມຄືໃນປະຈຸບັນ. ສົມທົບກັນຢ່າງແໜ້ນແຟ້ນເພື່ອພ້ອມກັນຜ່ານຜ່າບັນດາສິ່ງທ້າທາຍລວມ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ແລກປ່ຽນບັນດາການຢ້ຽມຢາມຂັ້ນສູງ, ການພົບປະຂັ້ນສູງ, ຍູ້ແຮງການພົບປະແລກປ່ຽນປະຊາຊົນ ແລະການຮ່ວມມືລະຫວ່າງບັນດາທ້ອງຖິ່ນຕ່າງໆ. ເນື່ອງໃນໂອກາດການຢ້ຽມຢາມ, ສອງຝ່າຍໄດ້ລົງນາມ ແລະມອບ-ຮັບເອກະສານ 4 ສະບັບ, ໃນນັ້ນມີໂຄງການດຳເນີນງານໄລຍະ 2019-2024, ເປັນເອກະສານສໍາຄັນເພື່ອຫັນການພົວພັນຄູ່ຮ່ວມມື, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ມຽນມາ ໃນ 5 ປີຈະມາເຖິງໃຫ້ປະກົດຜົນເປັນຈິງ. ນີ້ແມ່ນໝາກຜົນຂອງຄວາມມານະພະຍາຍາມຂອງທັງສອງຝ່າຍໃນໄລຍະຜ່ານມາ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ U Win Myint ປະທານາທິບໍດີ ສາທາລະນະລັດ ສະຫະພາບມຽນມາ. ພາບ: ສຳນັກຂ່າວສານຫວຽດນາມ.

ທີສອງ, ສຳລັບດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະການເງິນ. ນີ້ແມ່ນຂົງເຂດເຊິ່ງຫວຽດນາມ ເອົາໃຈໃສ່ຊຸກຍູ້ທີ່ສຸດໃນການຢ້ຽມຢາມຄັ້ງນີ້. ຕ້ອງຍອມຮັບວ່າພາຍຫຼັງ ມຽນມາ ດຳເນີນການເປີດປະຕູ ແລະປະຕິຮູບ, ວົງເງິນການຄ້າລະຫວ່າງສອງປະເທດໄດ້ມີການເຕີບໂຕແຮງ, ແຕ່  152 ລ້ານໂດລາສະຫະລັດ ໃນປີ 2010 ຂຶ້ນເກືອບ 860 ລ້ານໂດລາສະຫະລັດ ໃນປີ 2018 ແລະຄາດຄະເນວ່າຈະບັນລຸໄດ້ 1,05 ລ້ານໂດລາສະຫະລັດ ໃນປີ 2019, ລື່ນກາຍເປົ້າໝາຍ 1 ຕ້ືໂດລາສະຫະລັດ ໃນປີ 2020 ໂດຍໄວ. ປະຈຸບັນ ຫວຽດນາມ ແມ່ນນັກລົງທຶນໃຫຍ່ຢືນອັນດັບທີ 7 ຢູ່ມຽນມາ ມີ 25 ໂຄງການໃຫຍ່ດ້ວຍເງິນລົງທຶນທັງໝົດເກືອບ 2,2 ຕື້ໂດລາສະຫະລັດ.

ໃນການຢ້ຽມຢາມ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຫັນບັນດາລະບຽບການໃຫ້ສິນຄ້າສົ່ງອອກຂອງຫວຽດນາມ ເປັນງ່າຍດາຍ; ສ້າງເງື່ອນໄຂໃຫ້ວິສາຫະກິດຫວຽດນາມ ໄດ້ສຳຜັດກັບໂອກາດການລົງທຶນ, ດຳເນີນທຸລະກິິດຢູ່ມຽນມາ ໃຫ້ຫຼາຍກວ່າອີກ. ກໍ່ໃນໂອກາດນີ້, ສອງຝ່າຍໄດ້ແລກປ່ຽນກ່ຽວກັບຄວາມສາມາດສ້າງຕັ້ງເຂດອຸດສາຫະກຳຫວຽດນາມ ຢູ່ ມຽນມາ ເພື່ອແນໃສ່ດຶງດູດການລົງທຶນຂອງຫວຽດນາມ ເຂົ້າມຽນມາ ຕື່ມອີກ.

ທີສາມ, ສຳລັບດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສອງຝ່າຍເຫັນດີເປັນເອກະພາບຄົ້ນຄວ້າເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ໃນນັ້ນມີທະຫານເຮືອ, ເສນາຮັກ, ອຸດສາຫະກຳດ້ານປ້ອງກັນຊາດ, ພະລາທິການ, ການຄຸ້ມຄອງຊາຍແດນ; ເພີ່ມທະວີການຮ່ວມມືສະກັດກັ້ນ ແລະຕ້ານອາດຊະຍາກຳຂ້າມຊາດປະເພດຕ່າງໆ, ໃນນ້ັນມີການຄ້າຂາຍຢາເສບຕິດ; ເຈລະຈາ ແລະລົງນາມໃນບັນດາຂໍ້ຕົກລົງວ່າດ້ວຍການສົ່ງຜູ້ຕ້ອງໂທດຂ້າມແດນ...

ທີສີ່, ກ່ຽວກັບບັນຫາພາກພື້ນ ແລະສາກົນ, ມຽນມາ ຊົມເຊີຍຫວຽດນາມ ທີ່ໄດ້ເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝ້ັນຄົງສະຫະປະຊາຊາດ ອາຍຸການ 2020-2021; ຢັ້ງຢືນວ່າ ຈະຮ່ວມມືກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສສາກົນ, ໂດຍສະເພາະເມື່ອຫວຽດນາມ ດຳລົງຕຳແໜ່ງເປັນປະທານ ອາຊຽນ 2020, ເພື່ອຮັກສາຄວາມສາມັກຄີ, ເປັນເອກະພາບ ແລະບົດບາດໃຈກາງຂອງອາຊຽນ. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍຢັ້ງຢືນວ່າຈະສະໜັບສະໜູນຫຼັກໝັ້ນລວມຂອງອາຊຽນ, ເນັ້ນໜັກເຖິງການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS); ຮັກສາຄວາມເສລີ, ຮັບປະກັນຄວາມໝັ້ນຄົງ ແລະຄວາມປອດໄພໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ.

ທີຫ້າ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ໄປຢ້ຽມຢາມ ແລະລະດົມກຳລັງໃຈບັນດາວິສາຫະກິດຫວຽດນາມ ທີ່ພວມລົງທຶນຢູ່ມຽນມາ, ຄື: ບໍລິສັດໂທລະຄົມ Mytel, ກຸ່ມບໍລິສັດ   Thaco, ທະນາຄານ BIDV ແລະເຂົ້າຮ່ວມພິທີເປີດສະຫຼອງຫ້ອງການທະນາຄານ HDBank ຢູ່ Yangon. ສິ່ງເຫຼົ່ານີ້, ຊ່ວຍລະດົມສົ່ງເສີມບັນດາວິສາຫະກິດຫວຽດນາມ ສືບຕໍ່ພັດທະນາ, ສ້າງວຽກເຮັດງານທຳ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ ທ່ານຈົ່ງໃຫ້ຮູ້ທິດທາງພັດທະນາການພົວພັນໃນໄລຍະຈະມາເຖິງເມື່ອສອງປະເທດກະກຽມສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 45 ປີ?

ທ່ານ ດັ້ງມິງຄາຍ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ໃນປີ 2020, ສອງຝ່າຍຈະສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (28-5-1975 / 28-5-2020). ເຖິງຢ່າງໃດກໍ່ຕາມ, ການພົວພັນລະຫວ່າງສອງປະເທດໄດ້ມີມາແຕ່ເຫິງນານມາແລ້ວ. ກ່ອນທີ່ຫວຽດນາມ ຈະຍາດໄດ້ເອກະລາດ ແລະສອງຝ່າຍໄດ້ສ້າງຕັ້ງການພົວພັນທາງການທູດນັ້ນ,  ສອງປະເທດໄດ້ມີຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ, ສະໜັບສະໜູນກັນຢ່າງແຮງຕໍ່ກັບພາລະກິດຕໍ່ສູ້ປົດປ່ອຍຊາດຂອງກັນ ແລະໃນຕະຫຼອດວິວັດທະນາການຜ່ານມາ, ໃນບັນດາເວທີປາໄສສາກົນ ແລະພາກພື້ນ, ສອງປະເທດຍາມໃດກໍ່ສະແດງການແບ່ງປັນ,  ສະໜັບສະໜູນ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນ. ການຢ້ຽມຢາມຄັ້ງນີ້ອີກເທື່ອໜຶ່ງໄດ້ເປັນການປັບປຸງຄວາມໄວ້ເນື້ອເຊື່ອໃຈສູງລະຫວ່າງສອງຝ່າຍ, ພິເສດແມ່ນນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ. ການຢ້ຽມຢາມຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່ອນທີ່ ຫວຽດນາມ ຈະດຳລົງຕຳແໜ່ງເປັນປະທານອາຊຽນ 2020 ຍິ່ງເປັນການເພີ່ມຄວາມໝາຍຂຶ້ນຕື່ມອີກຍ້ອນວ່າມັນບໍ່ພຽງແຕ່ຊຸກຍູ້ການພົວພັນສອງຝ່າຍລະຫວ່າງສອງປະເທດເທົ່ານັ້ນ ແຕ່ມັນຍັງເພີ່ມທະວີການແບ່ງປັນ, ເຫັນອົກເຫັນໃຈ, ສະໜັບສະໜູນກັນໃນວິວັດການຮ່ວມມືໃນພາກພື້ນ ເຊິ່ງພິເສດແມ່ນການປັບປຸງການຮ່ວມມືໃນອາຊຽນ ໃຫ້ນັບມື້ນັບມີຄວາມເຂັ້ມແຂງຂຶ້ນຕື່ມ.

ເພື່ອຜັນຂະຫຍາຍໝາກຜົນທີ່ບັນລຸໄດ້ຂອງການຢ້ຽມຢາມ, ການແລກປ່ຽນຄະນະ ແລະການພົບປະຂັ້ນສູງ ແລະຂັ້ນຕ່າງໆຄວນຕັ້ງໜ້າຊຸກຍູ້ ເພື່ອແນໃສ່ຮັດແໜ້ນນ້ຳໃຈມິດຕະພາບອັນດີງາມ ແລະຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງກວ່າອີກ. ບັນດາກົນໄກສອງຝ່າຍຕ້ອງໄດ້ຮັກສາ ແລະເສີມຂະຫຍາຍປະສິດທິຜົນ, ໂດຍສະເພາະແມ່ນຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍ ແລະອະນຸກຳມະການປະສົມການຄ້າ. ເຫດການສະເຫຼີມສະຫຼອງ 45 ປີແມ່ນກາລະໂອກາດທີ່ດີ ເພື່ອໃຫ້ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນຂອງສອງປະເທດກວດກາຄືນ, ທົບທວນຄືນການພົວພັນຮ່ວມມື ແລະສະເໜີບັນດາມາດຕະການ ເພື່ອນຳການພົວພັນສອງປະເທດພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະແທດຈິງກວ່າ, ມຸ່ງໄປເຖິງລະດັບສູງໃໝ່; ບັນດາອົງການຈັດຕັ້ງ, ອົງການຈັດຕັ້ງມະຫາຊົນສອງປະເທດຄວນສະເໜີຫຼາຍກິດຈະກຳເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ໂຄສະນາກ່ຽວກັບນ້ຳໃຈມິດຕະພາບລະຫວ່າງສອງຊາດກວ່າອີກ. ດ້ວຍຄວາມສາມາດບົ່ມຊ້ອນຂອງທັງສອງຝ່າຍ, ຄວາມໄວ້ເນື້ອເຊື່ອໃຈສູງ, ນ້ຳໃຈສາມັກຄີມິດຕະພາບ ແລະຄວາມຕັດສິນໃຈຂອງທັງສອງຝ່າຍ, ຂ້າພະເຈົ້າເຊື່ອໝ້ັນວ່າສອງປະເທດຈະມີກາລະໂອກາດຮ່ວມມືໃຫຍ່ ແລະບັນລຸໄດ້ໝາກຜົນຢ່າງຕັ້ງໜ້າໃນໄລຍະຈະມາເຖິງ.

ຂໍຂອບໃຈ!