ຫວຽດນາມ ແລະມຽນມາ ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 28 ພຶດສະພາ 1975, ແຕ່ວ່າໃນຕົວຈິງສອງປະເທດໄດ້ມີສາຍພົວພັນນຳກັນມາແຕ່ຊຸມປີ 40 ຂອງສັດຕະວັດກ່ອນ. ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມແຕ່ວ່າອຳນາດການປົກຄອງ ແລະບັນດາອົງການຈັດຕັ້ງມະຫາຊົນຢູ່ມຽນມາ ຍາມໃດກໍ່ຕັ້ງໜ້າສະໜັບສະໜູນປະຊາຊົນຫວຽດນາມ ໃນການຕໍ່ສູ້ປົດປ່ອຍຊາດກໍ່ຄືໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ. ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືສະໜິດຕິດພັນລະຫວ່າງຫວຽດນາມ ແລະມຽນມາ ເຊິ່ງປະທານໂຮ່ຈີມິນ ແລະທ່ານພົນເອກ  Aung San ສ້າງພື້ນຖານໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງຈາກການນໍາ ແລະປະຊາຊົນຮຸ່ນຕ່າງໆຂອງສອງປະເທດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ການຢ້ຽມຢາມມຽນມາ ຢ່າງເປັນທາງການຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເປັນການຢັ້ງຢືນເຖິງການຖືເປັນສຳຄັນການພົວພັນຄູ່ຮ່ວມມື ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ພິເສດແມ່ນໃນສະພາບການທີ່ການພົວພັນລະຫວ່າງຫວຽດນາມ-ມຽນມາ ໃນໄລຍະຜ່ານມາມີຫຼາຍບາດກ້າວພັດທະນາຢ່າງຕັ້ງໜ້າ. ກ່ຽວກັບດ້ານການເມືອງ-ການພົວພັນຕ່າງປະເທດ, ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ລວມມີທັງຝ່າຍພັກ, ລັດຖະບານ, ສະພາແຫ່ງຊາດ ແລະການພົບປະແລກປ່ຽນປະຊາຊົນຢ່າງເປັນປະຈຳ. ການຮ່ວມມືຢ່າງແໜ້ນແຟ້ນທາງຝ່າຍພັກໄດ້ກຳນົດແມ່ນເສົາຄ້ຳສຳຄັນໃນການພົວພັນສອງຝ່າຍ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດສືບຕໍ່ໄດ້ຮັບການເພີ່ມທະວີຜ່ານບັນດາການຢ້ຽມຢາມ ແລະການພົບປະຂອງການນຳຂັ້ນສູງສອງປະເທດ. ໃນໄລຍະມໍ່ໆມານີ້, ໃນການຢ້ຽມຢາມທາງລັດຖະກິດມຽນມາ ຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນເດືອນ ສິງຫາ ປີ 2017, ສອງຝ່າຍໄດ້ອອກຖະແຫຼງການຮ່ວມສ້າງຕັ້ງຂອບເຂດການພົວພັນຄູ່ຮ່ວມມື ແລະການຮ່ວມມືຮອບດ້ານ, ເປັນຂີດໝາຍໃໝ່ໃນການພົວພັນສອງປະເທດ.

ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນມີການຈະເລີນເຕີບໂຕ, ກາຍເປັນຈຸດພົ້ນເດັ່ນໃນການພົວພັນລະຫວ່າງຫວຽດນາມ-ມຽນມາ. ຕາມນັ້ນແລ້ວ, ວົງເງິນການຄ້າສອງສົ້ນບັນລຸເກືອບ 860 ລ້ານໂດລາສະຫະລັດໃນປີ 2018 (ເພີ່ມຂຶ້ນ 3,8% ເມື່ອທຽບໃສ່ປີ 2017) ແລະ 790 ລ້ານໂດລາສະຫະລັດໃນ 10 ເດືອນຂອງປີ 2019 (ເພີ່ມຂຶ້ນ 9,3% ເມື່ອທຽບໃສ່ໄລຍະດຽວປີ 2018). ສອງຝ່າຍໄດ້ຢັ້ງຢືນໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມື ແລະຊອກຫາບັນດາມາດຕະການໃໝ່ ເພື່ອແນໃສ່ບັນລຸເປົ້າໝາຍວົງເງິນການຄ້າສອງຝ່່າຍໃຫ້ໄດ້ 1 ຕື້ໂດລາສະຫະລັດໂດຍໄວ. ປະຈຸບັນ, ຫວຽດນາມ ແມ່ນນັກລົງທຶນຕ່າງປະເທດຢືນອັນດັບທີ 7 ຢູ່ມຽນມາ ດ້ວຍ 18 ໂຄງການມີຍອດເງິນທຶນຈົດທະບຽນບັນລຸເກືອບ 2,2 ຕື້ໂດລາສະຫະລັດ; ພົ້ນເດັ່ນແມ່ນໂຄງການລົງທຶນຂອງກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ (Viettel) ໃນຂົງເຂດໂທລະຄົມມະນາຄົມຢູ່ມຽນມາ ດ້ວຍຍອດເງິນລົງທຶນຂອງການຮ່ວມທຸລະກິດແມ່ນເກືອບ 1,4 ຕື້ໂດລາສະຫະລັດ, ໃນນັ້ນ Viettel ຖືຫຸ້ນ 49%, ປະກອບສ່ວນຊຸກຍູ້ບັນດາວິສາຫະກິດຂອງຫວຽດນາມ ເພີ່ມທະວີການລົງທຶນເຂົ້າມຽນມາ, ຄື: FPT, Eurowindow…

ບົນພື້ນຖານການພົວພັນດ້ານການເມືອງ-ການພົວພັນຕ່າງປະເທດ, ເສດຖະກິດ-ການຄ້າ-ການລົງທຶນ ນັບມື້ນັບສະໜິດຕິດພັນ, ບັນດາຂົງເຂດຮ່ວມມືຕ່າງໆ, ຄື: ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ ແລະການຮ່ວມມືລະຫວ່າງບັນດາທ້ອງຖິ່ນມີຄວາມຄືບໜ້າຫຼາຍຢ່າງ, ໂດຍສະເພາະແມ່ນພາຍຫຼັງສອງປະເທດເປີດສາຍການບິນໃນປີ 2010. ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະມຽນມາ ໃນບັນດາຂົງເຂດຕ່າງໆ, ຄື: ການສຶກສາ, ພະລັງງານ-ນ້ຳມັນອາຍແກັດ, ຄົມມະນາຄົມຂົນສົ່ງ, ກະສິກຳ-ປ່າໄມ້-ການປະມົງ, ການເງິນ-ທະນາຄານສືບຕໍ່ໄດ້ຮັບການຊຸກຍູ້.

ຫວຽດນາມ ແລະມຽນມາ ມີທັດສະນະໃກ້ຊິດສະໜິດສະໜົມ, ສົມທົບກັນ ແລະສະໜັບສະໜູນກັນຢູ່ບັນດາເວທີປາໄສສາກົນ, ພາກພື້ນ ແລະອະນຸພາກພື້ນຢ່າງເປັນປະຈຳ, ຄື: ສະຫະປະຊາຊາດ, ຂະບວນການບໍ່ຮ່ວມສໍາພັນ, ອາຊຽນ, ການຮ່ວມມືກຳປູເຈຍ-ລາວ-ມຽນມາ-ຫວຽດນາມ, ຍຸດທະສາດການຮ່ວມມືດ້ານເສດຖະກິດ Ayeyawady-Chao Phraya-Mekong (ACMECS), ການຮ່ວມມືອະນຸພາກພື້ນແມ່ນ້ໍາຂອງເປີດກວ້າງ (GMS)...

ສາຍພົວພັນລະຫວ່າງສອງປະເທດ, ສອງຊົນຊາດມີພື້ນຖານມິດຕະພາບທີ່ເປັນມູນເຊື້ອຢ່າງໝ້ັນຄົງເຂັ້ມແຂງ, ໄດ້ ແລະພວມໄດ້ຮັບຄວາມເອົາໃຈໃສ່ຊຸກຍຸ້ພັດທະນາຈາກການນຳສອງປະເທດ. ລັດຖະບານ ແລະປະຊາຊົນຫວຽດນາມ ພວມມານະພະຍາຍາມນຳການພົວພັນກັບມຽນມາ ໃຫ້ນັບມື້ນັບເຂົ້າສູ່ລວງເລິກໃນທຸກໆຂົງເຂດບົນຈິດໃຈມິດຕະພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ. ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມມຽນມາ ຢ່າງເປັນທາງການຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືທີ່ໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດເພື່ອສັນຕິພາບ ແລະພັດທະນາກວ່າອີກ.

ໂດຍ: ແສງເດືອນ