leftcenterrightdel
ພາບປະກອບຄັດຈາກ: tuyengiao.vn.

ໂດຍເປັນສະຫາຍ, ເປັນອ້າຍນ້ອງທີ່ສະໜິດສະໜົມນຳກັນ, ມື້ນີ້ວັນທີ 2 ທັນວາ, ພັກ, ລັດ ແລະປະຊາຊົນຫວຽດນາມ ຮູ້ສຶກເບີກບານມ່ວນຊື່ນພ້ອມກັບພັກ, ລັດ ແລະປະຊາຊົນລາວບັນດາເຜົ່າອ້າຍນ້ອງສະເຫຼີມສະຫຼອງວັນຊາດ ສປປ.ລາວ ຄົບຮອບ 44 ປີ.

ພວກເຮົາສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານອັນໃຫຍ່ຫຼວງເຊິ່ງພັກ, ລັດ ແລະປະຊາຊົນລາວ ບັນລຸໄດ້ໃນຕະຫຼອດໄລຍະປະຕິວັດອັນສະຫງ່າງາມຂອງຕົນ. ໃນຕະຫຼອດ 44 ປີຜ່ານມາ, ໃນເງື່ອນໄຂຍັງປະສົບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ປະຊາຊົນລາວບັນດາເຜົ່າອ້າຍນ້ອງ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ໄດ້ເສີມຂະຫຍາຍມູນເຊື້ອການປະຕິວັດອັນອົງອາດກ້າແກ່ນ, ມານະພະຍາຍາມບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ, ເປັນໜ້ານິຍົມນັບຖືໃນກິດຈະການສ້າງສາ ແລະພັດທະນາເສດຖະກິດ-ສັງຄົມ, ຮັກສາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄວ້ຢ່າງໝັ້ນຄົງ, ປັບປຸງການດໍາລົງຊີວິດຂອງປະຊາຊົນ, ເປີດກວ້າງການພົວພັນຕ່າງປະເທດ. ຫວຽດນາມ ຍາມໃດກໍ່ເອກອ້າງທະນົງໃຈຕິດຕາມ ແລະຖືໄຊຊະນະຂອງລາວ ຄືດັ້ງໄຊຊະນະຂອງການປະຕິວັດຫວຽດນາມ. ພວກເຮົາກໍ່ເຊື່ອໝັ້ນວ່າປະຊາຊົນລາວບັນດາເຜົ່າອ້າຍນ້ອງ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ສືບຕໍ່ບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງກວ່າອີກໃນກິດຈະການພັດທະນາ ແລະປົກປັກຮັກສາປະເທດຊາດ, ສ້າງສາປະເທດລາວ ໃຫ້ມີສັນຕີພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນາຖາວອນ.

ໂດຍແມ່ນສອງປະເທດບ້ານໃກ້ເຮືອນຄຽງໃກ້ຊິດສະໜິດຕິດພັນ, ມີແມ່ນ້ຳລຳເຊ ແລະສາຍພູຫຼວງຕິດຈອດກັນ, ປະຊາຊົນສອງປະເທດຫວຽດນາມ-ລາວ ມີສາຍພົວພັນທີ່ເປັນມູນເຊື້ອ, ສັດຊື່ບໍລິສຸດ, ສະໜິດຕິດພັນມາແຕ່ດົນນານ. ພິເສດ, ນັບແຕ່ເມື່ອມີການກໍາເນີດ ແລະນໍາພາຂອງພັກກອມມູນິດອິນດູຈີນ, ຕໍ່ມາແມ່ນພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ, ສາຍພົວພັນນັ້ນນັບມື້ນັບເປີດກວ້າງ, ພັດທະນາ ແລະຍົກສູງຂຶ້ນ. ສາຍພົວພັນແບບພິເສດ ຫວຽດນາມ-ລາວ ໄດ້ສ້າງເປັນກຳລັງແຮງມະຫັດສະຈັນດ້ານຈິດໃຈ ແລະວັດຖຸ, ຊ່ວຍໃຫ້ປະຊາຊົນສອງປະເທດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ຮ່ວມທຸກຮ່ວມສຸກນໍາກັນ “ເຂົ້າເມັດຫັກ, ຜັກເສັ້ນໜຶ່ງກໍ່ແບ່ງປັນກັນກິນ”, ຊະນະທຸກສັດຕູ, ນໍາສອງປະເທດເຖິງໄຊຊະນະ.

ປະຈຸບັນ, ເມື່ອໄດ້ຮັບຜົນງານໃນກິດຈະການສ້າງສາ ແລະພັດທະນາປະເທດຊາດ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ກໍ່ຕ້ັງເຊິ່ງບັນດາການນຳ, ປະຊາຊົນຮຸ່ນຕ່າງໆຂອງສອງປະເທດໄດ້ເພີ່ມພູນຄູນສ້າງ, ຍັງສືບຕໍ່ແຕກດອກອອກຜົນໃນທຸກດ້ານ. ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການຮັກສານໍ້າໃຈສາມັກຄີອັນຍິ່ງໃຫຍ່, ສັດຊື່ບໍລິສຸດຜຸດຜ່ອງ ຫວຽດນາມ-ລາວ ຢ່າງສະເໝີຕົ້ນສະເໝີປາຍ; ຍາມໃດກໍ່ບຸລິມະສິດສູງສຸດໃຫ້ການປັບປຸງ ແລະພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານນັ້ນຢ່າງບໍ່ຢຸດຢັ້ງ.

ໃນສະພາບການໂລກ ແລະພາກພື້ນພວມມີການຜັນແປໄປຢ່າງສັບສົນຄືໃນປະຈຸບັນ, ສອງປະເທດພວກເຮົາພວມຢືນຕໍ່ໜ້າບັນດາກາລະໂອກາດພັດທະນາ, ແຕ່ກໍ່ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍໃໝ່. ບັນດາບົດຮຽນປະຫວັດສາດຂອງສາຍພົວພັນແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ ຍັງຮັກສາຄຸນຄ່າເດີມໄວ້ໃນຕະຫຼອດວິວັດການພັດທະນາຂອງສາຍພົວພັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ. ດ້ວຍຄວາມມານະພະຍາຍາມຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ພວກເຮົາເຊື່ອໝັ້ນວ່າສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ ຈະແຕກດອກອອກຜົນຕະຫຼອດເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ເຈິ່ນຮວ່ຽນ