ການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ ແລະເຂົ້າຮ່ວມບັນດາກອງປະຊຸມສາກົນຫຼາຍຝ່າຍຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ປະກອບສ່ວນຢັ້ງຢືນແຜນນະໂຍບາຍ, ແນວທາງການຕ່າງປະເທດ ໂດຍກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ວາງອອກ, ເປັນເຈົ້າການເຂົ້າຮ່ວມ ແລະເສີມຂະຫຍາຍບົດບາດທີ່ບັນດາກົນໄກຫຼາຍຝ່າຍ, ສ້າງພື້ນຖານເພື່ອສືບຕໍ່ເຊີດຊູບົດບາດ, ຍົກສູງຄຸນນະພາບ, ປະສິດທິຜົນຂອງວຽກງານພົວພັນຕ່າງປະເທດຫຼາຍຝ່າຍ. ຜ່ານນັ້ນໂຄສະນາເຜີຍແຜ່ຮູບພາບປະເທດຫວຽດນາມ ພັດທະນາຂະຫຍັນຂັນເຄື່ອນ, ເປັນຄູ່່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ.

ໃນສະພາບການໂລກ ແລະພາກພື້ນ ກໍາລັງຜັນແປຢ່າງສັບສົນ, ບັນດາກອງປະຊຸມຫຼາຍຝ່າຍ ທີ່ດໍາເນີນຢູ່ ສ.ເກົາຫຼີ ຈະສ້າງເວທີປາໄສສໍາຄັນເພື່ອປຶກສາຫາລືມາດຕະການເພີ່ມທະວີການພົວພັນລະຫວ່າງອາຊຽນ, ບັນດາປະເທດລຸ່ມແມ່ນໍ້າຂອງ ກັບຄູ່ຮ່ວມມື ສ.ເກົາຫຼີ, ຊຸກຍູ້ການພົວພັນຮ່ວມມື, ເພື່ອສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ.

ນັບແຕ່ເມື່ອສ້າງຕັ້ງການພົວພັນໃນປີ 1989 ມາຮອດປັດຈຸບັນ, ການພົວພັນ ອາຊຽນ - ສ.ເກົາຫຼີ ນັບມື້ນັບໄດ້ຮັບການປັງປຸງ ແລະພັດທະນາໃນບັນດາຂົງເຂດ ຄື:  ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ການຮ່ວມມືພັດທະນາ ແລະໜູນຊ່ວຍດ້ານເຕັກນິກ. ໃນນັ້ນ, ສອງຝ່າຍໃຫ້ບຸລິມະສິດແກ່ການເພີ່ມທະວີການຮ່ວມມືໃນຂົງເຂດຈຸດສຸມ ຄື: ການຄ້າ-ການລົງທຶນ, ການເຊື່ອມຕໍ່, ເຕັກໂນໂລຢີຂໍ້ມູນຂ່າວສານ, ການພົບປະແລກປ່ຽນວັດທະນະທໍາ ແລະປະຊາຊົນ. ເປັນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ຜົນແຫ່ງການຮ່ວມມືລະຫວ່າງສອງຝ່າຍ ນັ້ນແມ່ນ ສ.ເກົາຫຼີ ກາຍເປັນຄູ່ຮ່ວມມືດ້ານການຄ້າ, ນັກລົງທຶນໃຫຍ່ອັນດັບ 5 ຂອງອາຊຽນ ແລະອາຊຽນ ເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 2 ຂອງ ສ.ເກົາຫຼີ.

leftcenterrightdel
ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະທ່ານ Moon Jae-in ປະທານາທິບໍດີ ແຫ່ງ ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ. 

ອາຊຽນ-ສ.ເກົາຫຼີ ໄດ້ຍົກລະດັບການພົວພັນຈາກຄູ່ຮ່ວມມືຮອບດ້ານຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ໃນປີ 2010. ສ.ເກົາຫຼີ ຢັ້ງຢືນຖືເປັນສໍາຄັນການພົວພັນກັບອາຊຽນ, ສະໜັບສະໜູນບົດບາດໃຈກາງຂອງອາຊຽນຢູ່ພາກພື້ນ ແລະຕັ້ງໜ້າເຂົ້າຮ່ວມບັນດາກົນໄກຮ່ວມມືຫຼາຍຝ່າຍ, ບັນດາເວທີປາໄສພາກພື້ນ ໂດຍອາຊຽນ ເປັນຜູ້ລິເລີ່ມ ແລະຊັກນໍາ, ຄື: ອາຊຽນ+3, EAS, ARF, ADMM+ ແລະ EAMF.

ກອງປະຊຸມສຸດຍອດ ອາຊຽນ - ສ.ເກົາຫຼີ, ທີ່ດໍາເນີນໃນວັນທີ 25-26 ພະຈິກ 2019 ນີ້, ແມ່ນໜຶ່ງໃນບັນດາຂໍ້ລິເລີ່ມຂອງທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in, ສະແດງໃຫ້ເຫັນວ່າ ເຊອຸນ ຖືເປັນສໍາຄັນການຍູ້ແຮງການພົວພັນກັບອາຊຽນ. ຕ້ອງໄດ້ເນັ້ນໜັກວ່າ, ໃນສະໄໝປະທານາທິບໍດີ Moon Jae-in,  ສ.ເກົາຫຼີ ໄດ້ຍູ້ແຮງນະໂຍບາຍ “ມຸ່ງໄປສູ່ທິດໃຕ້ໃໝ່” ຍົກລະດັບການພົວພັນກັບອາຊຽນ ໃຫ້ເທົ່າທຽມກັບລະດັບການທູດ “4 ປະເທດມະຫາອໍານາດ” ລະຫວ່າງ ສ.ເກົາຫຼີ ກັບ 4 ປະເທດ: ຈີນ, ອາເມລິກາ, ລັດເຊຍ ແລະຍີ່ປຸ່ນ.

ບົນພື້ນຖານການພົວພັນອັນດີງາມທີ່ມີຢູ່ແລ້ວ, ກອງປະຊຸມຈະມາເຖິງແມ່ນໂອກາດເພື່ອໃຫ້ການນໍາບັນດາປະເທດອາຊຽນ ແລະສ.ເກົາຫຼີ ຫວນຄືນ ໄລຍະ 30 ປີແຫ່ງການຮ່ວມມື ແລະພັດທະນາ, ວາງອອກທິດທາງຮ່ວມມື ເພື່ອຊຸກຍູ້ການພົວພັນສອງຝ່າຍໃນໄລຍະຕໍ່ໄປກວ່າອີກ.

ກອງປະຊຸມສຸດຍອດ ແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງທໍາອິດ ຈະຈັດຂຶ້ນໃນວັນທີ 27 ພະຈິກ 2019 ຢູ່ນະຄອນບູຊານ (ສ.ເກົາຫຼີ) ພາຍໃຕ້ຫົວຂໍ້ “ການຮ່ວມມືໃນອະນາຄົດລະຫວ່າງແມ່ນໍ້າຂອງ-ສ.ເກົາຫຼີ ເພື່ອຄວາມວັດທະນາຖາວອນ ລວມ”, ໂດຍດໍາເນີນກົງກັບໂອກາດກອງປະຊຸມສຸດຍອດການສະເຫຼີມສະຫຼອງການພົວພັນອາຊຽນ - ສ.ເກົາຫຼີ ໃນປີ 2019 ຄົບຮອບ 30 ປີ, ນີ້ຈະແມ່ນໂອກາດເພື່ອຊຸກຍູ້ການພົວພັນລະຫວ່າງຝ່າຍຕ່າງໆກວ່າອີກ, ສະເໜີບັນດາແນວຄວາມຄິດ ແລະຂໍ້ລິເລີ່ມໃໝ່ ເພື່ອນໍາການພົວພັນອາຊຽນ - ສ.ເກົາຫຼີ, ແມ່ນໍ້າຂອງ-ສ.ເກົາຫຼີ ນັບມື້ນັບເຂົ້າສູ່ລວງເລິກ ແລະແທດຈິງ, ບັນລຸປະສິດທິຜົນດັ່ງຄວາມສົມຫວັງຂອງຝ່າຍຕ່າງໆ.

ບັນດາຜົນການຮ່ວມມືເຂົ້າສູ່ລວງເລິກໄດ້ສະແດງອອກຜ່ານເລື່ອງສອງປະເທດ ຮັກສາກົນໄກ “ການເຈລະຈາຍຸດທະສາດການທູດ - ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂັ້ນຮອງລັດຖະມົນຕີ”, “ການເຈລະຈາປ້ອງກັນຄວາມສະຫງົບ ຫວຽດນາມ - ສ.ເກົາຫຼີ ຂັ້ນຮອງລັດຖະມົນຕີ” ແລະ “ການເຈລະຈາປ້ອງກັນຊາດຫວຽດນາມ - ສ.ເກົາຫຼີ ຂັ້ນຮອງລັດຖະມົນຕີ”; ໄດ້ເຊັນບົດບັນທຶກຊ່ວຍຈໍາວ່າດ້ວຍການຮັກສາຄວາມລັບ, ຄວາມປອດໄພດ້ານການສື່ສານ, ບົດບັນທຶກຊ່ວຍຈໍາວ່າດ້ວຍການຮັກສາຄວາມລັບການສື່ສານດ້ານການທະຫານ, ບົດບັນທຶກຊ່ວຍຈໍາວ່າດ້ວຍການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ, ຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດຮອດປີ 2030.

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ສ.ເກົາຫຼີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນແຖວໜ້າຂອງຫວຽດນາມ, ຢືນອັນດັບທີີ 1 ກ່ຽວກັບການລົງທຶນ, ອັນດັບທີ 2 ກ່ຽວກັບ ODA (ຖັດຈາກ ຍີ່ປຸ່ນ) ແລະທ່ອງທ່ຽວ, ອັນດັບທີ 3 ກ່ຽວກັບການຄ້າ (ຖັດຈາກ ຈີນ ແລະສະຫະພາບເອີລົບ). ໃນຊຸມປີມໍ່ໆມານີ້, ສ.ເກົາຫຼີ ພົ້ນເດັ່ນຂຶ້ນແມ່ນໜຶ່ງໃນບັນດາຕະຫຼາດສະໜອງແຂກທ່ອງທ່ຽວຈຸດສຸມຂອງຫວຽດນາມ. ຄຽງຂ້າງນັ້ນ, ສ.ເກົາຫຼີ ແມ່ນຕະຫຼາດນໍາເຂົ້າແຮງງານໃຫຍ່ທີ 2 ຂອງຫວຽດນາມ ແລະຫວຽດນາມ ແມ່ນປະເທດສົ່ງອອກແຮງງານໃຫຍ່ທີ 2 ໄປຍັງ ສ.ເກົາຫຼີ. ສອງຝ່າຍ ຈັດຕັ້ງບັນດາການພົບປະແລກປ່ຽນມິດ ຕະພາບຢູ່ແຕ່ລະປະເທດຢ່າງເປັນປະຈໍາ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງປະຊາຊົນສອງປະເທດ.

ການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃນຄັ້ງນີ້ແມ່ນການຢ້ຽມຢາມ ຄັ້ງທີ 7 ຂອງນາຍົກລັດຖະມົນຕີຫວຽດນາມ, ມີຄວາມໝາຍສໍາຄັນໃນການຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ  - ສ.ເກົາຫຼີ ໃນສະພາບການໃໝ່.

ໂດຍແມ່ນສະມາຊິກທີ່ຕັ້ງໜ້າໃນອາຊຽນ ແລະປະເທດທີ່ມີບົດບາດສໍາຄັນຢູ່ພາກພື້ນແມ່ນໍ້າຂອງ, ການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ ແລະເຂົ້າຮ່ວມບັນດາກອງປະຊຸມສາກົນຫຼາຍຝ່າຍຂອງທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີຫວຽດນາມ, ຈະປະກອບສ່ວນເຂົ້າໃນຜົນສໍາເລັດຂອງບັນດາເຫດການ, ຊຸກຍູ້ບັນດາເປົ້າໝາຍຮ່ວມມື, ເຊື່ອມຕໍ່ຮອບດ້ານ ແລະພັດທະນາລວມຂອງອາຊຽນ - ສ.ເກົາຫຼີ ແລະແມ່ນໍ້າຂອງ - ສ.ເກົາຫຼີ, ເພື່ອສະຖຽນລະພາບ ແລະຄວາມວັດທະນາຖາວອນລວມຢູ່ພາກພື້ນ.

ໂດຍ: ໄຊຊະນະ