ຫວຽດນາມ ດໍາລົງຕຳແໜ່ງເປັນປະທານໝູນວຽນອາຊຽນປີ 2020 ໃນສະພາບການປະຊາຄົມອາຊຽນ ໄດ້ເພີ່ມພູນຄູນສ້າງຈາກຜົນງານຂອງ 50 ປີແຫ່ງການຮ່ວມມື, ແຕ່ຍັງຢູ່ໄລຍະເບື້ອງຕົ້ນໃນວິວັດທະນາການພັດທະນາກາຍເປັນປະຊາຄົມມີຄວາມ “ສະໜິດຕິດແທດດ້ານການເມືອງ, ຮ່ວມສໍາພັນດ້ານເສດຖະກິດ, ມີຄວາມຮັບຜິດຊອບທາງສັງຄົມ; ເຄື່ອນໄຫວໂດຍອີງຕາມລະບຽບກົດໝາຍ; ມຸ່ງໄປເຖິງປະຊາຊົນ ແລະຖືປະຊາຊົນເປັນໃຈກາງ”. ຄຽງຂ້າງນັ້ນ, ປີ 2020 ຖືເປັນປີບານພັບໃນການຜັນຂະຫຍາຍແຜນການຫັນວິໄສທັດປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ. ແຕ່ວ່າ, ອາຊຽນ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຕ່າງໆ, ທັງມີປັດໄຈອັດຕະວິໄສ ແລະພາວະວິໄສ. ກະແຈໄຂຄວາມສໍາເລັດກໍ່ຄືກໍາລັງແຮງຂອງອາຊຽນ ແມ່ນຄວາມສາມັກຄີ. ເວົ້າຄືແບບນັ້ນແມ່ນເພື່ອໃຫ້ເຫັນວ່າ, ຢາກຢືນໝັ້ນ ແລະປັບຕົວຢ່າງມີປະສິດທິຜົນຕໍ່ບັນດາການຜັນແປທີ່ສັບສົນຂອງສະພາບແວດລ້ອມຢູ່ພາກພື້ນ ແລະໃນໂລກ, ອາຊຽນ ຄວນຮັກສາກຸ່ມກ້ອນສາມັກຄີເປັນປຶກແຜ່ນ, ມີຄວາມເປັນເອກະພາບ, ຍົກສູງກໍາລັງຄວາມສາມາດສ້າງຄວາມເຂັ້ມແຂງດ້ານເສດຖະກິດດ້ວຍຕົນເອງ... ຍ້ອນເຫດນັ້ນ, ຫວຽດນາມ ເປັນປະເທດປະທານໝູນວຽນອາຊຽນປີ 2020 ຈະຕ້ອງແບກຫາບຄວາມຮັບຜິດຊອບອັນໃຫຍ່ຫຼວງ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຮັບຄ້ອນປະທານອາຊຽນ ຈາກທ່ານ ປຣະຢຸດ​ ຈັນ​ໂອຊາ ນາຍົກລັດຖະມົນຕີໄທ. ພາບ: baochinhphu.vn.

ປີ 2020 ກໍ່ແມ່ນປີພິເສດຍ້ອນວ່າເປັນປີທີ່ຫວຽດນາມ ເຂົ້າຮ່ວມ “ຊາຍຄາລວມ” ອາຊຽນ ຄົບຮອບ 25 ປີ. ການຕັດສິນເຂົ້າຮ່ວມອາຊຽນໃນປີ 1995 ແມ່ນບາດກ້າວເດີນຍຸດທະສາດຢ່າງຖືກຕ້ອງ ແລະສະຫຼາດສ່ອງໃສຂອງພັກ, ລັດຫວຽດນາມ, ຂີດໝາຍເສົາຄໍ້າສໍາຄັນໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດ. ອາຊຽນ ແມ່ນໜຶ່ງໃນບັນດາຂອດບຸກທະລຸທໍາອິດ ເພື່ອໃຫ້ພວກເຮົາຜັນຂະຫຍາຍທິດນໍາຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ. ເຂົ້າຮ່ວມ ອາຊຽນ ໄດ້ນໍາມາເຊິ່ງຜົນປະໂຫຍດ ແລະກາລະໂອກາດຫຼາຍຢ່າງ ເພື່ອໃຫ້ຫວຽດນາມ ເຊື່ອມໂຍງເຂົ້າກັບພາກພື້ນ ແລະສາກົນເທື່ອລະກ້າວ, ຍົກສູງກຳລັງແຮງແທ້ຈິງ ແລະປະຕິຮູບພາຍໃນປະເທດ, ເສີມຂະຫຍາຍບົດບາດ ແລະຖານະທີ່ຕັ້ງຂອງປະເທດທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ. ປະສົບການຂອງຄວາມສໍາເລັດກັບອາຊຽນ ນັ້ນໄດ້ສ້າງທ່ວງທ່າ ເພື່ອໃຫ້ຫວຽດນາມ ມີຄວາມໝັ້ນໃຈເປີດກວ້າງ, ຍົກລະດັບວິວັດການເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດດ້ວຍການເຂົ້າຮ່ວມເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC), ເວທີປາໄສຮ່ວມມືອາຊີ-ເອີຣົບ (ASEM)...

ສ່ວນຫວຽດນາມ ກໍ່ໄດ້ປະກອບສ່ວນເຂົ້າໃນຜົນງານຂອງອາຊຽນ ດ້ວຍມະໂນພາບພ້ອມກັນມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອບັນດາເປົ້າໝາຍຂອງທັງປະຊາຄົມອາຊຽນ. ເມື່ອທຽບກັບປະເທດສະມາຊິກອາຊຽນ ອື່ນ, ຫວຽດນາມ ຍັງມີຊ່ອງຫວ່າງກ່ຽວກັບລະດັບການພັດທະນາ. ເຖິງຢ່າງໃດກໍ່ຕາມ, ພວກເຮົາກໍ່ມີຄວາມເອກອ້າງທະນົງໃຈກ່ຽວກັບບັນດາການປະກອບສ່ວນນັບມື້ນັບສໍາຄັນຂອງຫວຽດນາມ ໃຫ້ແກ່ສະມາຄົມໃນຕະຫຼອດ 25 ປີຜ່ານມາ. ພາຍຫຼັງບັນດາບາດກ້າວເບື້ອງຕົ້ນ, ຫວຽດນາມ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ແລະສະແດງໃຫ້ເຫັນບົດບາດປະເທດສະມາຊິກສໍາຄັນໃນ ອາຊຽນ.

ເຖິງວ່າບໍ່ແມ່ນປະເທດສະມາຊິກສ້າງຕັ້ງກໍ່ຕາມ, ແຕ່ຫວຽດນາມ ໄດ້ເປັນເຈົ້າການໃນການເຂົ້າຮ່ວມ ແລະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາການເຄື່ອນໄຫວລວມຂອງອາຊຽນ. ຫວຽດນາມ ໄດ້ຕັ້ງໜ້າຊຸກຍູ້ ອາຊຽນ ຮັບເອົາປະເທດກໍາປູເຈຍ, ລາວ ແລະມຽນມາ ເປັນສະມາຊິກເພື່ອຮອດປີ 1999, ຄວາມໃຝ່ຝັນກ່ຽວກັບຄອບຄົວໃຫຍ່ອາຊຽນ ລວມມີ 10 ປະເທດອາຊີຕາເວັນອອກສ່ຽງໃຕ້ ໄດ້ປະກົດຜົນເປັນຈິງ. ກ່ອນອື່ນໝົດ, ຫວຽດນາມ ໄດ້ສະແດງບົດບາດຢ່າງມີຄວາມຕັ້ງໜ້າໃນການກໍານົດເປົ້າໝາຍ, ທິດທາງພັດທະນາ ແລະສ້າງບັນດານະໂຍບາຍຊີ້ຂາດໃຫຍ່ຂອງ ອາຊຽນ. ຂີດໝາຍຫວຽດນາມ ໃນບັນດາເຫດການໃຫຍ່ຄືກອງປະຊຸມສຸດຍອດອາຊຽນ ຄັ້ງທີ 6 ຢູ່ຮ່າໂນ້ຍ (ເດືອນທັນວາ 1998), ດໍາລົງຕຳແໜ່ງເປັນປະທານຄະນະກໍາມະການປະຈໍາການ ອາຊຽນ ອາຍຸການ 2000-2001 ເປັນຢ່າງດີ ແລະສໍາເລັດບົດບາດເປັນປະທານອາຊຽນປີ 2010 ເປັນຢ່າງດີດ້ວຍບັນດາໝາກຜົນອັນໃຫຍ່ຫຼວງ ແລະແທດຈິງ...

ກວ່າສອງທົດສະວັດທີ່ເຂົ້າຮ່ວມ ອາຊຽນ, ຫວຽດນາມ ໄດ້ຢືນຢັນຮູບພາບ ແລະອິດທິພົນຊື່ສຽງຂອງປະເທດສະມາຊິກທີ່ມີຄວາມເປັນເຈົ້າການ, ຕັ້ງໜ້າ ແລະເຕັມໄປດ້ວຍຄວາມຮັບຜິດຊອບ, ມີຄວາມຜູກພັນຢ່າງແໜ້ນແຟ້ນ ແລະມີຄວາມສຸດໃຈເພື່ອອາຊຽນ. ນັ້ນແມ່ນພື້ນຖານເພື່ອໃຫ້ຫວຽດນາມ ມີຄວາມໝັ້ນໃຈດໍາລົງຕໍາແໜ່ງເປັນປະທານອາຊຽນ ປີ 2020, ປະກອບສ່ວນສ້າງອາຊຽນ ໃຫ້ມີການຮ່ວມສໍາພັນຢ່າງແໜ້ນແຟ້ນກວ່ານີ້ຕື່ມອີກ, ມີຄວາມສາມັກຄີເປັນເອກະພາບ ແລະຮັກສາບົດບາດເປັນໃຈກາງຢູ່ພາກພື້ນ, ປະຊາຄົມອາຊຽນ ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ ແລະເພື່ອປະຊາຊົນ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ພວກເຮົາຕັ້ງໜ້າຊຸກຍູ້ສາຍພົວພັນສອງຝ່າຍກັບບັນດາປະເທດອາຊຽນ ແລະບັນດາປະເທດຄູ່ຮ່ວມມື, ຍົກສູງຖານະບົດບາດສາກົນຂອງປະເທດກວ່າອີກ ແລະໂຄສະນາເຜີຍແຜ່ຮູບພາບ, ສີສັນວັດທະນະທໍາ, ປະເທດຊາດ, ຊາວຫວຽດນາມ ເຖິງເພື່ອນມິດໃນໂລກ.

ໂດຍ: ທະນາພອນ