ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງດໍາເນີນໃນສະພາບການອາຊຽນສືບຕໍ່ຊຸກຍູ້ການຮ່ວມມື  ແລະຮ່ວມສໍາພັນພາຍໃຕ້ເນື້ອໃນຈິດໃຈຫົວຂໍ້ຂອງປີ 2019 ແມ່ນ “ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອຄວາມໝັ້ນຄົງ” ດ້ວຍເປົ້າໝາຍເພີ່ມລັກສະນະຍືນຍົງໃນທັງ 3 ເສົາຄໍ້າປະຊາຄົມອາຊຽນ, ຕິດພັນກັບບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ; ຍູ້ແຮງການພົວພັນຄູ່ຮ່ວມມື, ເປີດກວ້າງການເຊື່ອມຕໍ່ ແລະເພີ່ມທະວີບົດບາດເປັນໃຈກາງຂອງອາຊຽນໃນໂຄງປະກອບພາກພື້ນ, ຍົກສູງກໍາລັງຄວາມສາມາດແກ້ງແຍ້ງ ແລະເໝາະສົມຂອງອາຊຽນຕໍ່ການຜັນແປຂອງສະພາບການ, ຍາດແຍ່ງກາລະໂອກາດຂອງການປະຕິວັດອຸດສາຫະກໍາ 4.0...

leftcenterrightdel
ບັນດາການນໍາອາຊຽນທີ່ພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34. ພາບ: dangcongsan.vn.

ຕາມນັ້ນແລ້ວ, ກ່ຽວກັບດ້ານການເມືອງ-ປ້ອງກັນຄວາມສະຫງົບ, ອາຊຽນ ໃຫ້ບຸລິມະສິດຍົກສູງກໍາລັງຄວາມສາມາດແກ້ໄຂບັນດາສິ່ງທ້າທາຍທີ່ສົ່ງຜົນສະທ້ອນເຖິງຄວາມໝັ້ນຄົງ, ຄື: ການກໍ່ການຮ້າຍ, ອາດຊະຍາກໍາຂ້າມຊາດ ແລະຄວາມໝັ້ນຄົງທາງອິນເຕີແນັດ; ເພີ່ມກໍາລັງຄວາມສາມາດດ້ານການທູດໃນການສະກັດກັ້ນ, ຊຸກຍູ້ການຮ່ວມມືຄຸ້ມຄອງຊາຍແດນ, ການຮ່ວມມືທາງທະເລ, ການຮ່ວມມືດ້ານການທູດ ແລະການປ້ອງກັນຊາດ, ປ້ອງກັນຄວາມສະຫງົບແບບຍືນຍົງ... ກ່ຽວກັບດ້ານເສດຖະກິດ, ອາຊຽນ ສຸມໃສ່ເຂົ້າການຫັນເປັນດີຈີຕອນ, ເໝາະສົມກັບການປະຕິວັດອຸດສາຫະກໍາ 4.0, ເພີ່ມທະວີການເຊື່ອມຕໍ່, ຫັນການຄ້າ, ບໍລິການ, ການລົງທຶນເປັນສະດວກ, ພັດທະນາເສດຖະກິດແບບຍືນຍົງ, ສໍາເລັດການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP), ຕິດພັນກັບບັນດາຂໍ້ລິເລີ່ມເຊື່ອມຕໍ່ໃນພາກພື້ນ. ກ່ຽວກັບດ້ານວັດທະນະທໍາ-ສັງຄົມ, ອາຊຽນ ເອົາໃຈໃສ່ຊຸກຍູ້ການຮ່ວມມືມຸ່ງໄປເຖິງປະຊາຊົນ ແລະຮັບປະກັນຄວາມໝັ້ນຄົງໃຫ້ມະນຸດຜ່ານບັນດາໂຄງການຮ່ວມມືກ່ຽວກັບສະຫວັດດີການສັງຄົມ, ຮັບມືກັບໄພທໍາມະຊາດຢ່າງຮີບດ່ວນ, ຊຸກຍູ້ການສຶກສາຕະຫຼອດຊີວິດ, ເຊີດຊູສີສັນວັດທະນະທໍາອາຊຽນ...

ພ້ອມກັນນັ້ນ, ອາຊຽນ ສືບຕໍ່ຜັນຂະຫຍາຍນະໂຍບາຍເປີດກວ້າງການພົວພັນຕ່າງປະເທດ, ມານະພະຍາຍາມຮັກສາຄວາມດຸ່ນດ່ຽງໃນການພົວພັນກັບບັນດາຄູ່ຮ່ວມມື, ເປັນເຈົ້າການປັບປຸງບັນດາກົນໄກໂດຍອາຊຽນ ເປັນປະທານ, ປະກອບສ່ວນເພີ່ມທະວີໂຄງປະກອບພາກພື້ນເປີດ, ໂປ່ງໃສ, ອີງໃສ່ລະບຽບກົດໝາຍກັບອາຊຽນ ສວມບົດບາດເປັນໃຈກາງ. ບັນດາຄູ່ຮ່ວມມືສືບຕໍ່ຖືເປັນສໍາຄັນບົດບາດເປັນໃຈກາງຂອງອາຊຽນ, ໃຫ້ຄໍາໝັ້ນສັນຍາໜູນຊ່ວຍອາຊຽນສ້າງປະຊາຄົມ, ຊຸກຍູ້ການເຊື່ອມຕໍ່, ເຄົາລົບກົດໝາຍສາກົນໃນການຮ່ວມມືຮັບມືກັບບັນດາສິ່ງທ້າທາຍສໍາລັບຄວາມໝັ້ນຄົງ, ສັນຕິພາບຢູ່ພາກພື້ນ. ມາຮອດປະຈຸບັນໄດ້ມີ 91 ປະເທດສົ່ງເອກອັກຄະລັດຖະທູດ ຢູ່ອາຊຽນ ແລະ 53 ຄະນະກໍາມະການອາຊຽນ ຢູ່ປະເທດທີສາມທຳການເຄື່ອນໄຫວ.

ໃນສະພາບການຄືແນວນັ້ນ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະກອງປະຊຸມຕ່າງໆທີ່ກ່ຽວຂ້ອງແມ່ນໂອກາດເພື່ອໃຫ້ບັນດາການນໍາສືບຕໍ່ປຶກສາຫາລືບັນດາມາດຕະການຊຸກຍູ້ວິວັດທະນາການສ້າງປະຊາຄົມອາຊຽນ, ຜັນຂະຫຍາຍບັນດາແຜນການສັງລວມກ່ຽວກັບວິໄສທັດປະຊາຄົມອາຊຽນ 2025 ຢ່າງມີປະສິດທິຜົນ; ໝາກຜົນແຫ່ງການປະຕິບັດ ແລະບັນດາມາດຕະການສືບຕໍ່ຜັນຂະຫຍາຍຖະແຫຼງການ “ວິໄສທັດນໍາພາອາຊຽນກ່ຽວກັບການພົວພັນຄູ່ຮ່ວມມືເພື່ອຄວາມໝັ້ນຄົງ” ເຊິ່ງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ໄດ້ຮັບຮອງເອົາເມື່ອເດືອນ ມິຖຸນາ ຜ່ານມາ; ປະຕິບັດບັນດາບຸລິມະສິດໃນປີ 2019 ຕາມເນື້ອໃນຈິດໃຈຫົວຂໍ້ “ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອຄວາມໝັ້ນຄົງ”, ພ້ອມທັງກໍານົດທິດໃຫ້ອາຊຽນ ໃນຊຸມປີຕໍ່ໄປ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ອາຊຽນ ແລກປ່ຽນຊຸກຍູ້ການພົວພັນຢ່າງເລິກເຊິ່ງກວ້າງຂວາງ, ຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາຄູ່ຮ່ວມມື; ເພີ່ມທະວີບົດບາດເປັນໃຈກາງຂອງອາຊຽນໃນໂຄງປະກອບພາກພື້ນພວມເປັນຮູບເປັນຮ່າງ, ໃນນັ້ນມີການຊຸກຍູ້ບັນດາຄວາມສາມາດຮ່ວມມືຮັບມືກັບການຜັນປ່ຽນຂອງເສດຖະກິດໂລກ, ເໝາະສົມກັບການປະຕິວັດອຸດສາຫະກໍາ 4.0...

ເປັນໜ້າເອົາໃຈໃສ່, ພາຍຫຼັງພິທີປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງຈະດໍາເນີນພິທີມອບຮັບຕໍາແໜ່ງປະທານອາຊຽນ ຈາກໄທ ໃຫ້ຫວຽດນາມ. ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຈະມີບົດກ່າວປາໄສແນະນໍາກ່ຽວກັບຫົວຂໍ້, ບາງກໍານົດທິດໃຫຍ່ຂອງຫວຽດນາມ ໃນປີເປັນປະທານອາຊຽນ 2020-ປີບານພັບໃນການຜັນຂະຫຍາຍແຜນການຫັນວິໄສທັດປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ ແລະກໍ່ແມ່ນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ.

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແລະພັນລະຍາ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ  ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະກອງປະຊຸມຕ່າງໆທີ່ກ່ຽວຂ້ອງແນໃສ່ປະກອບສ່ວນຮັດແໜ້ນ ແລະປັບປຸງຈິດໃຈສາມັກຄີອາຊຽນ, ເສີມຂະຫຍາຍບົດບາດໃຈກາງຂອງສະມາຄົມ, ເປີດກວ້າງ ແລະເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືຂອງອາຊຽນ ເລິກເຊິ່ງ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການພັດທະນາແບບຍືນຍົງຂອງແຕ່ລະປະເທດ ແລະພາກພື້ນ, ພ້ອມທັງຍົກສູງຮູບພາບກ່ຽວກັບປະເທດຫວຽດນາມ ສືບຕໍ່ປ່ຽນແປງໃໝ່, ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມບັນດາເນື້ອໃນຮ່ວມມືໃນພາກພື້ນດ້ວຍຄວາມຮັບຜິດຊອບ.  ພວກເຮົາເຊື່ອໝັ້ນວ່າກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງຈະປະສົບຜົນສໍາເລັດຢ່າງຈົບງາມ, ໃນນັ້ນຄະນະຫວຽດນາມ ຈະມີບັນດາຂໍ້ສະເໜີຕ່າງໆ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມຂອງບັນດາກອງປະຊຸມ, ຈາກນັ້ນສ້າງຄວາມສະດວກ, ຄວາມເຊື່ອໝັ້ນຕົນເອງເພື່ອໃຫ້ພວກເຮົາດໍາລົງຕໍາແໜ່ງເປັນປະທານອາຊຽນ 2020.

ໂດຍ: ເຈິ່ນຮວ່ຽນ