ພາຍຫຼັງດຳເນີນມາເປັນເວລາ 6 ວັນ, ກອງປະຊຸມຄັ້ງທີ 11, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XII ໄດ້ສຳເລັດລາຍການເຮັດວຽກໄວກວ່າໜຶ່ງວັນ, ແຕ່ຮັບປະກັນບັນດາເປົ້າໝາຍ, ເນື້ອໃນ, ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກເປັນຢ່າງດີ. ສິ່ງນັ້ນສະແດງໃຫ້ເຫັນຈິດໃຈການເຮັດວຽກຢ່າງຮີບດ່ວນ, ມີຄວາມຮັບຜິດຊອບ ແລະມີປະສິດທິຜົນຂອງບັນດາສະຫາຍກໍາມະການສູນກາງພັກ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XII. ພາບ: ສໍານັກຂ່າວສານຫວຽດນາມ.

ໃນນັ້ນ, ໝາກຜົນສ້າງຄວາມປະທັບໃຈ ແລະສໍາຄັນທີ່ສຸດແມ່ນສູນກາງໄດ້ປຶກສາຫາລື, ເພີ່ມເຕີມ ແລະສ້າງສໍາເລັດບັນດາຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ນີ້ແມ່ນໝາກຜົນສົມກັບການຊີ້ນໍາຢ່າງຂ້ຽວຂາດ, ຄົບຊຸດຂອງກົມການເມືອງສໍາລັບບັນດາອະນຸກໍາມະການ, ບົນພື້ນຖານຊາບຊຶມບົດສະຫຼຸບຂອງກອງປະຊຸມສູນກາງພັກຄັ້ງທີ 10, ຊຸດທີ XII (ເດືອນພຶດສະພາ 2019) ກ່ຽວກັບການສ້າງບັນດາຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ນີ້ກໍ່ແມ່ນຜົນສຳເລັດຂອງປັນຍາຊົນທີ່ມີຄວາມຮັບຜິດຊອບ, ສຸດອົກສຸດໃຈ ແລະການຮ່ວມແຮງຮ່ວມໃຈຂອງທັງລະບົບການເມືອງທີ່ມີຕໍ່ໜ້າທີ່ການເມືອງພິເສດຂອງພັກ ແລະຂອງປະເທດຊາດ.

ດ້ວຍທ່າທີເຮັດວຽກຢ່າງເຂັ້ມງວດຂອງກອງປະຊຸມສູນກາງພັກ ຄັ້ງທີ 11,  ບັນດາຮ່າງເອກະສານ ຮອດຈຸດເວລາປະຈຸບັນລ້ວນແຕ່ຮັບປະກັນຄວາມຄືບໜ້າທີ່ດີ, ຄຸນນະພາບດີ, ຈັດວາງໂຄງຮ່າງໃຫ້ສອດຄ່ອງ, ເປັນວິທະຍາສາດ. ບັນດາຮ່າງເອກະສານໄດ້ເຈາະຈິ້ມໃຫ້ເປີດກວ້າງບັນດາບັນຫາໃໝ່, ໃຫຍ່, ສໍາຄັນຂອງວຽກງານຊີ້ນໍາ, ນໍາພາພາລະກິດປະຕິວັດໃນສະພາບການໃໝ່; ສະແດງໃຫ້ເຫັນລັກສະນະກວມລວມ, ທົ່ວເຖິງທັງວິໄສທັດ, ຈິນຕະນາການນໍາພາ ແລະທັງບັນດາຂໍ້ສັງເກດ, ການຕີລາຄາ, ວິທີການແກ້ໄຂບັນດາບັນຫາຢ່າງລະອຽດທີ່ວາງອອກໃນແຕ່ລະຂົງເຂດ: ກໍ່ສ້າງພັກ, ເສດຖະກິດ-ສັງຄົມ, ວັດທະນະທໍາ, ການສຶກສາ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ...

ຕາມແຜນການ ແລະວິວັດການກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ພາຍຫຼັງກອງປະຊຸມສູນກາງພັກ ຄັ້ງທີ 11, ຊຸດທີ XII ພິຈາລະນາ, ປະກອບຄໍາເຫັນສຳເລັດບາດກ້າວໜຶ່ງແລ້ວ, ບັນດາຮ່າງເອກະສານຈະໄດ້ສົ່ງເຖິງກອງປະຊຸມໃຫຍ່ ອົງຄະນະພັກທຸກຂັ້ນປະກອບຄໍາເຫັນ; ຫຼັງຈາກນັ້ນຂໍຄໍາເຫັນຢ່າງກວ້າງຂວາງໃນທົ່ວປວງຊົນ.

ໃກ້ຊິດຕິດແທດກັບສານຂອງກອງປະຊຸມສູນກາງພັກ ຄັ້ງທີ 11, ໃກ້ຈະມາເຖິງ, ຄະນະພັກທຸກຂັ້ນ, ພະນັກງານ, ສະມາຊິກພັກທຸກຄົນຄວນສຸມໃສ່ຄົ້ນຄວ້າ, ປະກອບຄໍາເຫັນໃສ່ບັນດາຮ່າງເອກະສານ; ສຸມໃສ່ບັນດາບັນຫາໃຫຍ່, ຄື: ຕີລາຄາໝາກຜົນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະໂສມໜ້າປະເທດຊາດພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່, 30 ປີແຫ່ງການປະຕິບັດໂຄງການດໍາເນີນງານ, ສຸມໃສ່ເຂົ້າ 10 ປີມໍ່ໆມານີ້; ເປົ້າໝາຍພັດທະນາຮອດປີ 2025, ວິໄສທັດຮອດປີ 2030 (100 ປີແຫ່ງວັນສ້າງຕັ້ງພັກ) ແລະຮອດປີ 2045 (100 ປີແຫ່ງວັນສ້າງຕັ້ງປະເທດຊາດ)...

ເພື່ອປະຕິບັດໄດ້ສິ່ງດັ່ງກ່າວນັ້ນ, ແຕ່ລະຄະນະພັກຄວນເປັນເຈົ້າການປະກາດໃຊ້ແຜນນະໂຍບາຍ, ວິທີການແກ້ໄຂລະດົມປັນຍາຊົນຂອງທົ່ວພັກ ແລະທົ່ວປວງຊົນເຂົ້າຮ່ວມການສ້າງຮ່າງເອກະສານ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງການເມືອງ-ສັງຄົມຕ້ອງເຂັ້ມງວດ, ຮັບຜິດຊອບສະໜອງການປະຕິບັດພຶດຕິກຳຕົວຈິງ, ປະກອບສ່ວນທິດສະດີກ່ຽວກັບບັນດາບັນຫາ, ຂົງເຂດທີ່ກ່ຽວຂ້ອງ, ເປັນຕົ້ນແມ່ນສະໜອງຂໍ້ມູນກ່ຽວກັບໝາກຜົນ ແລະບົດຮຽນໃນການຊີ້ນໍາ, ນໍາພາການປະຕິບັດໜ້າທີ່ຢູ່ທຸກຂັ້ນ.

ໂດຍເຊື່ອມຕົວເຂົ້າກັບກະແສຂອງພາລະກິດປະຕິວັດ, ຊາບຊຶມແຜນນະໂຍບາຍ, ແນວທາງຂອງສູນກາງຢ່າງເລິກເຊິ່ງ, ໃນໄລຍະຜ່ານມາ, ອົງຄະນະພັກກອງທັບໄດ້ຊີ້ນໍາ, ນໍາພາທົ່ວກອງທັບຊາບຊຶມຄວາມໝາຍຂອງກອງປະຊຸມສູນກາງພັກ ຄັ້ງທີ 11 ແລະຜັນຂະຫຍາຍລະອຽດ, ບັນລຸໄດ້ໝາກຜົນໃນການປະຕິບັດບັນດາແຜນນະໂຍບາຍ, ວິທີການແກ້ໄຂຂອງກອງປະຊຸມສູນກາງພັກ ຄັ້ງທີ 10, ຊຸດທີ XII. ພິເສດ, ຄະນະພັກທຸກຂັ້ນ, ຜູ້ບັນຊາການຖືເປັນສໍາຄັນການສຶກສາໃຫ້ທະຫານມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມໝາຍ ແລະຄວາມຮັບຜິດຊອບໃນການເຂົ້າຮ່ວມການກະກຽມ, ດໍາເນີນກອງປະຊຸມໃຫຍ່ພັກທຸກຂັ້ນໃນອົງຄະນະພັກກອງທັບໃຫ້ປະສົບຜົນສໍາເລັດ, ກ້າວໄປເຖິງກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XI, ປະກອບສ່ວນເຂົ້າໃນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ.

ດ້ວຍມູນເຊື້ອອັນສະຫງ່າງາມ, ຄວາມຮັບຜິດຊອບການເມືອງອັນສູງສົ່ງ, ພະນັກງານ, ສະມາຊິກພັກໃນອົງຄະນະພັກກອງທັບ ສະໝັກໃຈນຳເອົາຄວາມເກັ່ງກ້າສາມາດ, ພູມປັນຍາ, ເປັນແບບຢ່າງນໍາໜ້າໃນການຜັນຂະຫຍາຍການປະຕິບັດມະຕິ, ບົດສະຫຼຸບຂອງກອງປະຊຸມສູນກາງພັກ ຄັ້ງທີ 11, ຊຸດທີ XII; ສຸດອົກສຸດໃຈຄົ້ນຄວ້າ, ປະກອບສ່ວນທາງດ້ານອາລົມຈິດ, ສະຕິປັນຍາເພື່ອໃຫ້ສູນກາງມີບ່ອນໃນການອ້າງອີງວາງອອກແນວທາງປະຕິວັດອັນສະຫຼາດສ່ອງໃສໃຫ້ແກ່ອະນາຄົດ.

ໂດຍ: ເຈິ່ນຮວ່ຽນ