ຫວຽດນາມ ແລະກໍາປູເຈຍ ເປັນສອງປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ມີການພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ເປັນອ້າຍນ້ອງທີ່ມີຄວາມສະໜິດຕິດພັນນໍາກັນ, ແບ່ງທຸກແບ່ງສຸກນໍາກັນ. ສອງປະເທດ ສ້າງຕັ້ງການພົວພັນທາງການທູດໃນວັນທີ 24 ມິຖຸນາ 1967 ເມື່ອປະຊາຊົນ ຫວຽດນາມ ກໍາລັງຢູ່ໃນໄລຍະຕໍ່ສູ້ຢ່າງດຸເດືອດຕ້ານພວກ ຮຸກຮານຈາກພາຍນອກ. ນີ້ແມ່ນການສະໜັບສະໜູນທີ່ມີຄວາມໝາຍອັນສູງສົ່ງຂອງກໍາປູເຈຍ ສໍາລັບ ລັດ ແລະປະຊາຊົນຫວຽດນາມ ໃນພາລະກິດປົດປ່ອຍຊາດ ແລະທ້ອນໂຮມປະເທດຊາດເປັນເອກະພາບ ພາຍໃຕ້ການຊີ້ນໍາ, ນໍາພາຂອງພັກກອມມູນິດຫວຽດນາມ ແລະປະທານໂຮ່ຈີມິນ. ເຫດການນີ້ກໍຢັ້ງຢືນການສະໜັບສະໜູນຢ່າງສຸດອົກສຸດໃຈຂອງປະຊາຊົນ ຫວຽດນາມ ສໍາລັບພາລະກິດຕໍ່ສູ້ປົກປັກຮັກສາເອກະລາດ, ພື້ນຖານຄວາມເປັນກາງຂອງລາຊະອານາຈັກກໍາປູເຈຍ ໂດຍມະຫາກະສັດ Norodom Shihanouk ນໍາໜ້າ. ບົນພື້ນຖານການພົວພັນປະຫວັດສາດອັນຍາວນານ ແລະຈາກການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ, ການສ້າງຕັ້ງການພົວພັນທາງການທູດນັ້ນໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຊົນສອງປະເທດ ຫວຽດນາມ ແລະກໍາປູເຈຍ ສືບຕໍ່ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ປົດປ່ອຍຊາດ ແລະພ້ອມກັນຍາດເອົາໄຊຊະນະຄັ້ງປະຫວັດສາດໃນປີ 1975.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ  ແລະທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ. ພາບ: baochinhphu.vn

ດ້ວຍທິດນໍາທີ່ວ່າ “ບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ”, ມາຮອດປັດຈຸບັນການພົວພັນສອງປະເທດໄດ້ຮັບການເປີດກວ້າງໃນຫຼາຍຂົງເຂດ, ປະກອບສ່ວນເຂົ້າໃນພາລະກິດພັດທະນາລວມຂອງສອງປະເທດ. ພວກເຮົາຮູ້ສຶກປິຕິຊົມຊື່ນເມື່ອເຫັນວ່າການພົວພັນດ້ານການເມືອງລະຫວ່າສອງປະເທດ ສືບຕໍ່ພັດ ທະນາຢ່າງດີງາມ, ການນໍາຂັ້ນສູງສອງປະເທດ ມີການຢ້ຽມຢາມ ເຊິ່ງກັນແລະກັນ ເປັນປະຈໍາ, ຢັ້ງຢືນຄວາມຕັດສິນໃຈພ້ອມກັນເພີ່ມພູນຄູນສ້າງໃຫ້ແກ່ຄວາມສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ໃນປີນີ້ຕ້ອງເວົ້າເຖິງການຢ້ຽມຢາມທາງລັດຖະກິດຢູ່ກໍາປູເຈຍ ຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ (ເດືອນກຸມພາ ປີ 2019) ແລະການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Samdech Heng Samrin  ປະທານສະພາແຫ່ງຊາດກໍາປູເຈຍ (ເດືອນ ພຶດສະພາ ປີ 2019).

ຄຽງຂ້າງນັ້ນ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບສອງຝ່າຍນັບມື້ນັບໄດ້ຮັບການເພີ່ມທະວີ. ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນໃນການແລກປ່ຽນຂໍ້ມູນຂ່າວສານ, ແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢູ່ເຂດຊາຍແດນໃຫ້ເປັນຢ່າງດີ, ຮັກສາ ແລະຍູ້ແຮງການລາດຕະເວນຮ່ວມທາງທະເລ, ຮ່ວມມືກັນຢ່າງແໜ້ນແຟ້ນໃນວຽກງານຊອກຫາ, ຂຸດຄົ້ນ ແລະຈັດສົ່ງອັດຖິທະຫານອາສາສະໝັກຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ກໍາປູເຈຍກັບຄືນບ້ານເກີດເມືອງນອນ.

ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງປະເທດ ພັດທະນາຢ່າງໄວວາ ແລະບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າຊື່ນຊົມ. ໃນແຕ່ລະປີ,  ວົງເງິນການຄ້າສອງສົ້ນເຕີບໂຕສະໝໍ່າສະເໝີ ແລະບັນລຸລະດັບເຕີບໂຕກະໂດດຂັ້ນໃນປີ 2018 ດ້ວຍກວ່າ 4,7 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 24 % ເມື່ອທຽບໃສ່ປີ 2017). ໃນ 8 ເດືອນຂອງປີ 2019, ວົງເງິນການຄ້າສອງສົ້ນ ບັນລຸກວ່າ 3 ຕື້ໂດລາສະຫະລັດ. ປັດຈຸບັນ ຫວຽດນາມ ມີກວ່າ 200 ໂຄງການລົງທຶນຢູ່ກຳປູເຈຍ ດ້ວຍທຶນຈົດທະບຽນທັງໝົດຫຼາຍກວ່າ 3 ຕື້ໂດລາສະຫະລັດ, ນອນໃນທັອບ 5 ປະເທດທີ່ມີການລົງທຶນໃຫຍ່ສຸດຢູ່ກໍາປູເຈຍ. ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສືບຕໍ່ໄດ້ຮັບການເອົາໃຈໃສ່, ຊຸກຍູ້ຜ່ານການ ແລກປ່ຽນຄະນະຜູ້ແທນ, ໜູນຊ່ວຍເຊິ່ງກັນແລະກັນໃນການພັດທະນາເສດຖະກິດ, ເພີ່ມທະວີການພົບປະແລກປ່ຽນວັດທະນະທໍາ, ການຮ່ວມມືສາທາລະນະສຸກ ແລະພົບປະແລກປ່ຽນປະຊາຊົນ, ປະກອບສ່ວນຮັກສາ ແລະປົກປັກຮັກສາເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະການຮ່ວມມື.

ສອງປະເທດ ກໍສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສສາກົນ ແລະພາກພື້ນ, ຄື: ເຂດສາມຫຼ່ຽມພັດທະນາກໍາປູເຈຍ-ລາວ-ຫວຽດນາມ (CLV), ການຮ່ວມມື 4 ປະເທດ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV), ຍຸດທະສາດຮ່ວມມືເສດຖະກິດແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS), ອາຊຽນ, ເວທີປາໄສຮ່ວມມືອາຊີ-ເອີຣົບ (ASEM), ສະຫະປະຊາຊາດ... ປະກອບສ່ວນຍົກສູງບົດບາດ, ອິດທິພົນຊື່ສຽງຂອງແຕ່ລະປະເທດຢູ່ພາກພື້ນ ແລະໃນໂລກ.

ຫວນຄືນໄລຍະທາງປະຫວັດສາດແຫ່ງການພົວພັນລະຫວ່າງສອງປະເທດ, ເຖິງວ່າມີຄວາມຫຍຸ້ງຍາກ, ສິ່ງທ້າທາຍກັບການເວລາຂອງປະຫວັດສາດ ກໍຕາມ, ແຕ່ນໍ້າໃຈສາມັກຄີ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານ ຫວຽດນາມ - ກໍາປູເຈຍ ຍັງນັບມື້ນັບໄດ້ຮັບການປັງປຸງ ແລະພັດທະນາ. ບົນພື້ນຖານນັ້ນ, ພວກເຮົາເຊື່ອໝັ້ນຢ່າງແນວແນ່ວ່າ ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີກໍາປູເຈຍ ແລະຄະນະຜູ້ແທນຂັ້ນສູງລັດຖະບານແຫ່ງລາຊະອານາຈັກກໍາປູເຈຍ ຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນນໍາການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງສອງປະເທດ ພັດທະນາຢ່າງແຮງກວ່າອີກ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ໂດຍ: ໄຊຊະນະ